• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນ​ວັດ​ທະ​ນະ​ທຳ ຫວຽດ​ນາມ ຢູ່​ຈີນ

ເຫດການໄດ້ສິ້ນສຸດບັນດາການເຄື່ອນໄຫວພົບປະແລກປ່ຽນທີ່ມີຄວາມໝາຍ ແລະ ປະສົບຜົນສຳເລັດໃນຂອບເຂດສະຫຼອງ ວັນສ້າງຕັ້ງການພົວພັນທາງດ້ານການທູດ ຫວຽດນາມ - ຈີນ ຄົບຮອບ 75ປີ ແລະ ປີພົບປະແລກປ່ຽນວັດທະນະທຳມະນຸດ ຫວຽດນາມ - ຈີນ 2025.
ວັນວັດທະນະທຳ ຫວຽດນາມ ຢູ່ຈີນ

ວັນທີ 21 ທັນວາ, ຢູ່ນະຄອນຫຼວງ ປັກກິ່ງ, ໂຄງການ “ວັນວັດທະນະທຳຫວຽດນາມ ຢູ່ ຈີນ” ໄດ້ຈັດຂຶ້ນຢູ່ໂຮງລະຄອນສູນກາງຈີນ. ເຫດການໂດຍກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ປະສານສົມທົບກັບສະຖານທູດ ຫວຽດນາມ ປະຈຳ ຈີນ ຈັດຂຶ້ນ,  ເພື່ອແນໃສ່ໂຄສະນາບັນດາຈຸດຄວາມງາມທາງດ້ານວັດທະນະທຳອັນພົ້ນເດັ່ນຂອງປະເທດຊາດ ແລະ ຊາວຫວຽດນາມໄປຍັງເພື່ອນມິດຈີນ ແລະ ສາກົນ. ເຫດການໄດ້ສິ້ນສຸດບັນດາການເຄື່ອນໄຫວພົບປະແລກປ່ຽນທີ່ມີຄວາມໝາຍ ແລະ ປະສົບຜົນສຳເລັດໃນຂອບເຂດສະຫຼອງ ວັນສ້າງຕັ້ງການພົວພັນທາງດ້ານການທູດ ຫວຽດນາມ - ຈີນ ຄົບຮອບ 75ປີ ແລະ ປີພົບປະແລກປ່ຽນວັດທະນະທຳມະນຸດ ຫວຽດນາມ - ຈີນ 2025. ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ຟ້າມແທັງບິ່ງ ໃຫ້ຮູ້ວ່າ: ເຫດການແມ່ນໂອກາດເພື່ອໃຫ້ຫວຽດນາມແນະນຳຄວາມງາມດ້ານວັດທະນະທຳກັບບັນດາຄຸນຄ່າຫຼັກກ່ຽວກັບນ້ຳໃຈຮັກຊາດ, ຄວາມເມດຕາປານີ, ຄວາມຮັກແພງ, ຊື່ຕົງບໍລິສຸດ, ສາມັກຄີ, ດຸໝັ່ນຂະຫຍັນພຽນ, ມີຫົວຄິດປະດິດສ້າງ, ພ້ອມທັງສະແດງໃຫ້ເຫັນການປະສານສົມທົບ, ເຊື່ອມຕໍ່ລະຫວ່າງສອງພື້ນຖານວັດທະນະທຳທີ່ຍາວນານລະຫວ່າງ ຫວຽດນາມ ແລະ ຈີນ.

(ແຫຼ່ງຄັດຈາກ VOV)

ຮູບ​ເງົາ ຝົນ​ແດງ ແນະ​ນຳ​ທາງ​ໂທ​ລະ​ພາບ

ຮູບ​ເງົາ “ຝົນ​ແດງ” ແນະ​ນຳ​ທາງ​ໂທ​ລະ​ພາບ

ນີ້ແມ່ນຮູບເງົາກ່ຽວກັບຫົວຂໍ້ສົງຄາມປະຕິວັດ, ວາດພາບໄລຍະ 81 ວັນແລະຄືນຕໍ່ສູ້ກັບສັດຕູຢ່າງດຸເດືອນຢູ່ ກຳແພງເກົ່າ ກວ໋າງຈິໃນປີ 1972, ອີງຄາມຜົນງານຂອງນັກປະພັນ ຈຸລາຍ.

Top