• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນ​ບຸນ​ວັດ​ທະ​ນະ​ທຳໂລກ ​ຢູ່​ຮ່າ​ໂນ້ຍ ຄັ້ງ​ທີ 2 ປີ 2026: ເຕົ້າ​ໂຮມ​ມໍ​ລະ​ດົກ - ສ້າງ​ສັນ​ອະ​ນາ​ຄົດ

ວັນ​ບຸນວັດ​ທະ​ນະ​ທຳ​ໂລກ ​ຢູ່​ຮ່າ​ໂນ້ຍ ​ຄັ້ງ​ທີ 2 ປີ 2026 ດ້ວຍ​ຫົວ​ຂໍ້ “ເຕົ້າ​ໂຮມ​ມໍ​ລະ​ດົກ - ສ້າ​ງ​ສັນ​ອະ​ນາ​ຄົດ” ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 1 ຕຸ​ລາ ຢູ່​ພະ​ລາ​ດຊະ​ວັງ ​ທັງ​ລອງ, ຮ່າ​ໂນ້ຍ.
  ທ່ານ​ນາງ ຟ້າມ​ທິ​ແທັງ​ຈ່າ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ (ພາບ: VNA)  

ພິ​ທີ​ໄຂ​ໄດ້​ເປີດ​ວິ​ວັດ​ການເດີນ​ທາງ​ສິ​ລະ​ປະ​ເຊີດ​ຊູ ​ຫວຽດ​ນາມ ຈາກ​ລວງ​ເລິກ​ຂອງ​ຕົ້ນ​ກຳ​ເນີດ​ມໍ​ລະ​ດົກ ​ຕະຫຼອດ​ຮອດສະ​ຖານ​ທີ່​ພົບ​ປະ​ແລກ​ປ່ຽນ​ທົ່ວ​ໂລກ. ເຫດ​ການ​ໄດ້​ເປີດຊາກ​ດ້ວຍ​ລາຍ​ການ​ທີ່​ມີ​ຊື່​ວ່າ “ຫວຽດ​ນາມຫຼາຍ​ສີ​ສັນ” ວາດ​ພາບຄືນສີ​ສັນ​ຂອງ 54 ຊົນ​ເຜົ່າ ຫວຽດ​ນາມ ​ຢ່າງ​ຄົບ​ຖ້ວນ, ຖັດ​ຈາກ​ນັ້ນ​ແມ່ນ​ບັນ​ຍາ​ກາດ “5 ທະ​ວີບ​ເຕົ້າ​ໂຮມ​ກັນ” ໂດຍ​ມີ​ຫຼາຍ​ສີ​ສັນ​ທີ່​ມາ​ຈາກ​ບັນ​ດາ​ຄະ​ນະ​ສະ​ແດງ​ສິ​ລະ​ປະ​ສາ​ກົນ ແລະ ອັດ​ລົງ​ດ້ວຍ​ລາຍ​ການທີ່​ມີ​ຫົວ​ຂໍ້ “ພັດ​ທະ​ນາ ແລະ ອະ​ນາ​ຄົດ​ທີ່ຮຸ່ງເຮືອງເຫຼືອງເຫຼື້ອມ”. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ​ນາງ ຟ້າມ​ທິ​ແທັງ​ຈ່າ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຢັ້ງ​ຢືນ​ວ່າ:

ວັນ​ບຸນ​ເພື່ອ​ເຕົ້າ​ໂຮມ, ເພື່ອເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ, ເຊື່ອມ​ຕໍ່​ພ້ອມ​ກັນ​ພັດ​ທະ​ນາ. ເຄົາ​ລົບ​ການ​ຮັກ​ສາ​ມໍ​ລະ​ດົກ​ເພື່ອສືບ​ທອດ. ການມີ​ຫົວ​ຄິດ​ປະ​ດິດ​ສ້າງ​ເພື່ອ​ເສີມ​ສ້າງ​​ຄຸນ​ຄ່າ​ມໍ​ລະ​ດົກ​ຂອງ​ແຕ່​ລະ​ປະ​ເທດ ແລະ ທົ່ວ​ໂລກຕື່ມອີກ. ວັນ​ບຸນ​ສ້າງ​ສັນ​ບັນ​ຍາ​ກາດ​ວັດ​ທະ​ນະ​ທຳ​ສາ​ກົນ, ບ່ອນ​ທີ່​ໂລກ​ມາ ຫວຽດ​ນາມ ແລະ ຫວຽດ​ນາມ ຫຍັບ​ເຂົ້າໃກ້​​ກັບ​ໂລກຫຼາຍກວ່າ ເພື່ອ​ພ້ອມ​ກັນ​ເຊື່ອມ​ຕໍ່​ວັດ​ທະ​ນະ​ທຳ, ເຂົ້າ​ໃຈ​ກັນ ແລະ ຍິ່ງກວ່າ​ສິ່ງໃດ​ໝົດ​ແມ່ນ​ພ້ອມ​ກັນ​ສ້າງ​ໂລກ​ແຫ່ງ​ສັນ​ຕິ​ພາບ, ວັດ​ທະ​ນະ​ທຳ​ມະ​ນຸດ, ວັດ​ທະ​ນາ​ຖາ​ວອນ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ.

(ແຫຼ່ງຄັດຈາກ VOV)

ປະທານາທິບໍດີ ລັດເຊຍ ຮຽກຮ້ອງໃຫ້ສ້າງຄວາມເປັນລະບຽບຮຽບຮ້ອຍໂລກຫຼາຍຂົ້ວ

ປະທານາທິບໍດີ ລັດເຊຍ ຮຽກຮ້ອງໃຫ້ສ້າງຄວາມເປັນລະບຽບຮຽບຮ້ອຍໂລກຫຼາຍຂົ້ວ

ໂລກຕ້ອງມຸ່ງໄປເຖິງລະບົບຫຼາຍຂົ້ວ, ໃນນັ້ນຜົນປະໂຫຍດຂອງທຸກຝ່າຍທີ່ເຂົ້າຮ່ວມການພົວພັນສາກົນລ້ວນແຕ່ໄດ້ຄິດໄລ່ເຖິງ ແລະ ຄວາມໝັ້ນຄົງຂອງປະເທດໜຶ່ງບໍ່ໄດ້ຮັບປະກັນດ້ວຍວີທີສ້າງຄວາມເສຍຫາຍຂອງປະເທດອື່ນ.

Top