• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ວັດ ທຽນມູ້

ວັດ ທຽນມູ້, ປູຊະນິຍະສະຖານ ທີ່ລືຊື່ແຫ່ງໜ່ຶງ ໄດ້ຮັບຂະໜານນາມ ວ່າ ເປັນວັດບູຮານ

ວັດ ທຽນມູ້ ຕັ້ງຢູ່ເທິງໂນນ ຮ່າເຄ, ຫັນໜ້າສູ່ແມ່ນ້ຳ ເຮືອງ ທີ່ມີຄວາມສວຍງາມຊວນຝັນ. ພາບ: ແທງຮ່ວາ/VNP

ມີເລື່ອງລາວທີ່ເລົ່າຂານຕໍ່ໆ ກັນວ່າ ປີ 1600, ​ເມື່ອ​ຫາກໍ​ເຂົ້າ​ເປັນ​ເຈົ້າ​ຄອງເຂດ ຖ້ວນຮ໋ວາ, ທ່ານ ຫງວຽນ​ຮວ່າງ (​ເຈົ້າ ​ຫງວຽນ​ ຜູ້​ທຳ​ອິດ​ຢູ່ ພາກໃຕ້) ​ມັກ​ໄປ​ເບິ່ງ​ພູມ​ສັນຖານດ້ວຍຕົນເອງ ​ເພື່ອ​ຂະ ຫຍາຍ​ອານາ​ເຂດ​ ​ແລະ ສ້າງ​ພາລະກິດໃຫຍ່ຫຼວງ. ​ໃນ​ຄັ້ງໜຶ່ງ​ເດີນ ທາງ​ໄປສູ່ພື້ນທີ່ຕົ້ນ ຂອງ ແມ່ນໍ້າ ເຮືອງ, ເພິ່ນພົບເຫັນ ໂນນນ້ອຍ ແຫ່ງໜຶ່ງ ຊື່ວ່າ ຮ່າເຄ ຢູ່ຝັ່ງທິດເໜືອ ຂອງ ແມ່ນໍ້າ ພົ້ນສູງ​ຂຶ້ນ ຢູ່ຂ້າງຕອນໂຄ້ງຂອງແມ່ນໍ້າ ມີຮູບຮ່າງຄ້າຍ ມັງກອນ ກຳລັງ​ອວ່າຍໜ້າ​ເບິ່ງ​ຄືນ. ປະຊາຊົນ ໃນເຂດດັ່ງກ່າວ ຍັງກ່າວຕື່ມອີກວ່າ ໃນຕອນກາງຄືນ, ຈະມີນາງເທວະດາ ນຸ່ງເສື້ອສີຟ້າ ແລະ ສີແດງ ໄດ້ປາກົດ ຢູ່ເທິງໂນນ ແລະ ບອກໃຫ້ທຸກຄົນວ່າ ຈະມີພະຍາ ທີ່ສະຫຼາດຫຼັກ ແຫຼມ ມາທີ່ນີ້ ຕັ້ງວັດ ເພື່ອເຕົ້າໂຮມສິ່ງສັກສິດ, ສ້າງຄວາມເຂັ້ມແຂງໃຫ້ແກ່ປະເທດຊາດ. 

ທ່ານ ຫງວຽນຮວ່າງ ເມື່ອໄດ້ຟັງເລື່ອງລາວ ກໍດີໃຈຫຼາຍ, ສະນັ້ນ ປີ 1601 ເພິ່ນໃຫ້ສ້າງວັດ ແຫ່ງໜຶ່ງຢູ່ເທິງໂນນ ແລະ ຕັ້ງຊື່ໃຫ້ວ່າ “ທຽນມູ້” ເຊິ່ງມີຄວາມໝາຍວ່າ “ນາງ ຕຳແຍ ແຫ່ງສະຫວັນ”. ໃນປີ 1862, ຍ້ອນ​ຢ້ານ​ຄຳ​ວ່າ “ທຽນ” ຕ້ອງເຖິງຊື່ຂອງ “ສະຫວັນ” ເພາະສະນັ້ນ ​ເຈົ້າ​ຊີວິດ ຕື້ດຶກ ໃຫ້​ປ່ຽນຊື່ “ທຽນມູ້” ເປັນ “ລິງມູ້”, ໝາຍຄວາມວ່າ “ນາງຕຳແຍ ຜູ້ສັກສິດ”. 

ບັນດາ​ນັກ​ຄົ້ນ​ຄວ້າ​ ເຫັນວ່າ ເລື່ອງເຈົ້າ ຫງວຽນຮວ່າງ ໃຫ້​ກໍ່ສ້າງ​ວັດ​ 2 ​ແຫ່ງ​ຄື ວັດ ທຽນມູ້ (ປີ 1601) ຢູ່​ທິດເໜືອແມ່ນໍ້າ ເຮືອງ ແລະ ວັດ ຊຸ່ງຮ໋ວາ (ປີ 1602) ຢູ່ທິດໃຕ້ ແມ່​ນ້ຳ ເຮືອງ ​ແມ່ນການ “​ໝາຍໄວ້” ​ເຂດ​ດິນ​ເພື່ອປຸກ​ສ້າງພາລະກິດທີ່ໃຫຍ່ຫຼວງ ຂອງ ວົງຕະກຸນ ຫງວຽນ (ລວມ​ມີ 9 ເຈົ້າ​ ແລະ 13 ກະສັດ) ຢູ່​ເຂດພາກໃຕ້ ຊຶ່ງ​ເລີ່ມ​ຕົ້ນ​ຈາກ​ການ​ສ້າງ​ຕັ້ງ​ວັງຢູ່ ກິມລອງ (ຢູ່​ໃກ້​ວັດ ທຽນມູ້) ຂອງ​ ເຈົ້າ​ ຫງວຽນ ແລະ ຖັດ​ຈາກ​ນັ້ນ​ແມ່ນກໍ່​ສ້າງເມືອງຫຼວງ ຝູ໋ຊວນ (ໃຈ​ກາງ ນະຄອນ ​ເຫວ້​ ໃນ​ປັດຈຸບັນ) ຂອງ​ ກະສັດ ​ຫງວຽນ ​ໃນຮຸ່ນໆ ​ຕໍ່ມາ. ພ້ອມ​ກັນ​ນັ້ນ, ການ​ສ້າງ​ເລື່ອງ​ລາວ ນາງ ຕຳແຍ ມີສີສັນເລິກລັບ ເມື່ອສ້າງວັດ ທຽນມູ້ ກໍແມ່ນວິທີດຶງດູດໃຈຜູ້ຄົນ ຂອງ ເຈົ້າ ຫງວຽນ ເມື່ອຫາກໍເຂົ້າ ກຳອຳນາດປົກຄອງ ຢູ່ເຂດດິນ “​​ຊົ່ວ​ຮ້າຍ” ກັບຜູ້ຢູ່ອາໃສ ທີ່ເປັນນັກໂທດ,​ ຂີ້ລັກ, ຄົນເລ່ລ່ອນ ຢູ່ທຸກເຂດ ມາລີ້ຕົວ ໃຊ້ຊີວິດ ຢູ່ ຖ້ວນຮ໋ວາ ໃນເວລານັ້ນ.

ເສົາໃຫຍ່ 4 ເສົາ ແລະ ຂັ້ນໄດ19 ຂັ້ນ ແຕ່ຖະໜົນ ຂຶ້ນໄປເດີ່ນວັດ. ພາບ: ແທງຮ່ວາ/VNP
ທາດ ເຟືອກຢວຽນ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສັນ​ຍາ​ລັກ​ວັດ​ທະ​ນະ​ທຳ ​ທີ່​ມີ​ຊື່​ສຽງ​ຂອງ ເຫວ້. ພາບ: ແທງຮ່ວາ/VNP
ປະຕູໂຂງວັດ ມີທາງເຂົ້າ-ອອກ 3 ທາງ, ມີ 2 ຊັ້ນ, ຊັ້ນ​ເທິງ​ເປັນ​ບ່ອນ​ບູຊາ​ເຈົ້າ ​ຫງວຽນ​ຮວ່າງ ​ແລະ ໝໍຕຳແຍ. ພາບ: ແທງຮ່ວາ/VNP
ຮູບປັ້ນຜູ້ພິທັກຂະໜາດ​ໃຫຍ່​ສອງ​ອົງ​ ຢູ່​ທີ່​ປະຕູໂຂງວັດ. ພາບ: ແທງຮ່ວາ/VNP
ນັກ​ທ່ອງ​ທ່ຽວ​ເຂົ້າວັດ ​ເພື່ອທຳພິທີໄຫວ້ ພະ​. ພາບ: ແທງຮ່ວາ/VNP

ນັບແຕ່ປີ 1601 ມາຮອດປັດຈຸບັນ, ວັດ ທຽນມູ້ ໄດ້ຜ່ານການຜັນແປ ປ່ຽນແປງຂອງປະຫວັດສາດ ມາເປັນເວລາ 421 ປີແລ້ວ ແຕ່ຍັງມີ ຄວາມສວຍງາມທາງດ້ານພູມສັນຖານ ແລະ ສະຖາປັດຕະຍະກຳ, ສົມເປັນໜຶ່ງ ທັດສະນີຍະພາບ ໃນ 20 ແຫ່ງ ທີ່ມີຊ່ືສຽງທີ່ສຸດ ແລະ ເປັນວັດ ຖືກຈັດຢູ່ອັດດັບແຖວໜ້າ ຂອງ ເຫວ້. 

ປັດຈຸ​ບັນ, ​ວັດ ສັງກັດພື້ນທີ່ ບ້ານ ກິມ​ລອງ, ຫ່າງ​ຈາກ​ໃຈກາງ​ນະ ຄອນ ​ເຫວ້ ປະມານ 5 ກມ. ນັບແຕ່ການກໍ່ສ້າງມາຮອດປັດຈຸບັນ, ວັດ ທຽນມູ້ ໄດ້ຜ່ານການບູລະນະ ສ້ອມແປງ ມາຫຼາຍຄັ້ງແລ້ວ, ແຕ່ບາງທີ ການປະຕິສັງຂອນ ຄັ້ງໃຫຍ່ ໃນປີ 1714 ໃນສະໄໝ ລາຊະ ວົງ ເຈົ້າ ຫງວຽນຟຸກຈູ (ເຈົ້າ ຫງວຽນ ຮຸ່ນທີ 6) ຈຶ່ງມີລັກສະນະ ເຕັມໄປດ້ວຍສີສັນ ສະຖາປັດຕະຍະກຳ ພະລາຊະວັງ ທີ່ໃຫຍ່ໂຕ ແລະ ສວຍງາມ ຄືໃນປັດຈຸບັນ. 

ຫ້ອງໂຖງໃຫ່ຍ ຖືກສ້າງຂຶ້ນ ຕາມແບບເຮືອນມູນເຊື້ອ ຂອງ ເຫວ້ ແຕ່ໄດ້ຮັບອິດທິພົນ ຈາກສະຖາປັດຕະຍະກຳ ພະລາຊະວັງ ສະໄໝລາຊະວົງ ຫງວຽນ. ພາບ: ແທງຮ່ວາ/VNP
ຮ່ອງຮອຍສະຖາປັດຕະຍະກຳ ພະລາຊະວັງ ໄດ້ສະແດງໃຫ້ເຫັນ ໂຄງສ້າງເສົາ ແລະ ການຕົກແຕ່ງ ພາຍໃນຫ້ອງໂຖງໃຫຍ່ ຢ່າງຈະ ແຈ້ງ. ພາບ: ແທງຮ່ວາ/VNP
ດິນຂໍງໍ, ທໍ່​ລະບາຍ​ນ້ຳ​ ຮູບ​ກ້ອນ​ເມກ, ມັງກອນ​ ຖືກສະຫຼັກ ໃນເຄື່ອງປັ້ນ ດິນເຜົາ ​ຕາມ​ແບບ​ສະຖາປັດຕະຍະກຳ​ ພະລາຊະວັງ ສະໄໝ ລາຊະວົງ ຫງວຽນ. ພາບ: ແທງຮ່ວາ/VNP
ດ້ານຊ້າຍ ແລະ ຂວາ ຫຼັງປະຕູໂຂງວັດ ມີທາງເຂົ້າ-ອອກ 3 ທາງ ແມ່ນ 2 ຫ້ອງ ຂອງ ຮູບປັ້ນຜູ້ພິທັກ. ພາບ: ແທງຮ່ວາ/VNP
ວັດ ມີຮູບປັ້ນ ຜູ້ພິທັກໃຫຍ່ 12 ອົງ ທີ່ເຮັດດ້ວຍປູນຊາຍ ມີລວດ ລາຍຢ່າງປານີດ ມີຮູບຊົງ ງຽບຂຶມ ແລະ ສະຫງ່າຜ່າເຜີຍ.              ພາບ: ແທງຮ່ວາ/VNP

ນອກຈາກ​ໃຫ້ການ​ກໍ່ສ້າງ​ ຫຼາຍກິດຈະກຳໃຫຍ່ເຊັ່ນ: ຫໍ​ລະ​ຄັງ, ຫໍ​ກອງ, ຫໍ​ທຳມະສະພາ, ຫໍບູຊາບັນພະບຸລຸດ, ຫໍເທດສະໜາ ກ່ຽວກັບ ການຖືສິນກິນທານ... ເຈົ້າ  ຫງວຽນຟຸກຈູ ຍັງໃຫ້ຫຼໍ່ລະຄັງທອງ ມີນໍ້າໜັກ ກວ່າ 2000 ກິໂລກຣາມ ແລະ ກໍ່ສ້າງແຜ່ນຫີນສີລາ “ງື້ກຽນທຽນມູ້” ສູງ 3,89, ກວ້າງ 1.68, ໜາ 0,25 ມ ວາງຢູ່ເທິງຫຼັງເຕົ່າ ດ້ວຍຫີນກ້ອນໃຫຍ່. ວັດ​ຖຸ​ບູ​ຮານ ທັງສອງນີ້​ໄດ້​ຮັບ​ການ​ຮັບ​ຮອງວ່າ ​ເປັນວັດຖຸລໍ້າຄ່າ ລະດັບຊາດ. 

ໃນປີ 1844, ເຈົ້າຊີວິດ ທ້ຽວຈີ້ ໃຫ້ການກໍ່ສ້າງ ທາດ ຕື່ເຍີນ ຕື່ມອີກ (ຕໍ່ມາໄດ້ປ່ຽນເປັນທາດ ເຟືອກຢວຽນ) ຕາມແບບສະຖາປັດຕະຍະກຳ ຮູບແປດລ່ຽມ ທີ່ສວຍງາມ, ສູງ 21, ລວມມີ 7 ຊັ້ນ ຢູ່ຕໍ່ໜ້າ ປະຕູໂຂງວັດ ທີ່ມີທາງເຂົ້າ-ອອກສາມທາງ. ປັດຈຸ​ບັນ, ທາດ​ດັ່ງກ່າວ​ໄດ້​ກາຍ​ເປັນ​ກິດຈະກຳ ຕົວແທນ ​ແລະ ​ເປັນ​ເອກະລັກ ​​ໃນ​ສະຖາປັດ ຕະຍະກຳວັດ​ບູຮານ​ ຂອງ ​ຫວຽດນາມ ​ແລະ ​ແມ່ນ​ໜຶ່ງ​ໃນ​ບັນດາ​ສັນ ຍາລັກ ວັດທະນະທຳ​ ທີ່​ມີ​ຊື່​ສຽງ​ຂອງ ​ເຫວ້.

ຜ່ານການເວລາ ແລະ ຟ້າຝົນ ລົມແດງ, ກິດຈະການກໍ່ສ້າງຫຼາຍຢ່າງ ຂອງ ວັດຄ່ອຍໆ ຖືກຊຸດໂຊມລົງ, ສະນັ້ນ ແຕ່ປີ 2003 – 2006, ວັດ ທຽນມູ້ ສືບຕໍ່ໄດ້ຮັບການບູລະນະ ປະຕິສັງຂອນ ຄືນໃໝ່ ດ້ວຍມູນຄ່າ ກວ່າ 26 ຕື້ດົ່ງ (ປະມານ 1 ລ້ານ ໂດລາສະຫະລັດ) ບົນພື້ນ​ຖານອະນຸລັກ​ຮັກ​ສາ ​ສະ​ຖາ​ປັດ​ຕະ​ຍະ​ກໍາວັດ ໄວ້ໄດ້ຄີືເກົ່າ.

ປັດຈຸ​ບັນ, ວັດ​ທຽນ​ມູ້​ ແມ່ນ​ ສະຖານ​ທີ່​ທ່ອງ​ທ່ຽວ ​ທີ່​ມີ​ຊື່​ສຽງ​ ຂອງ​ນະ ຄອນຫຼວງເກົ່າ ​ເຫວ້, ​ແຕ່ລະປີ ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ​ແລະ ຊາວ​ພຸດ​ນັບ​ລ້ານ​ ເທື່ອ​ຄົນ​ ມາ​ຢ້ຽມຊົມ ​ແລະ ທຳພິທີທາງສະສາໜາ. ມາ​ຍັງ ​ວັດ ​ທຽນ​ມູ້, ນັກ​ທ່ອງ​ທ່ຽວ ​ບໍ່​ພຽງ​ແຕ່​ໄດ້​ຢ້ຽມຊົມ​​ຄວາມ​ສວຍ​ງາມ ຊວນຝັນ ​ຂອງ ວັດຖຸບູຮານ ສະຖາປັດຕະຍະກຳ ສິລະປະກຳ ລະດັບຊາດ​ເທົ່າ​ນັ້ນ, ແຕ່​ຍັງ​ໄດ້ເຂົ້າ​ໃຈ​ຕື່ມ​ອີກ ​ກ່ຽວ​ກັບ​ສັນຍາລັກ​ວັດທະນະທຳ ​ທີ່​ມີ​ຊື່​ສຽງ ​ທີ່ຕິດພັນກັບ​ປະຫວັດສາດ ​ການ​ກໍ່ສ້າງ​ນະ ຄອນຫຼວງ​ເກົ່າ ເຫວ້ ອີກດ້ວຍ.

ແຕ່ລະ​ປີ, ວັດ​ ທຽນມູ້ ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ​ແລະ ຊາວ​ພຸດ​ນັບ​ລ້ານ​ຄົນ​ມາ​ຢ້ຽມຊົມ ​ແລະ ທຳພິທີທາງສາສະໜາ. ພາບ: ແທງຮ່ວາ/VNP 
ຫໍລະຄັງ ຕັ້ງຢູ່ກາງສວນຕົ້ນແປກ ທີ່ຂຽວອຸ່ມທຸ່ມ ມີລົມພັດ ຕະຫຼອດປີ. ພາບ: ແທງຮ່ວາ/VNP
ຍິງ​ສາວ ຊາວ​ ເຫວ້ ​ຢ້ຽມ​ຊົມ ​ວັດ ທຽນມູ້. ພາບ: ແທງຮ່ວາ/VNP
ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ ມາ​ຢ້ຽມ​ຊົມ​ ວັດ ທຽນມູ້​. ພາບ: ແທງຮ່ວາ/VNP
ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຊົມ ແລະ ຖ່າຍຮູບ​ທີ່​ລະ​ນຶກ​ຢູ່​ວັດ ​ທຽນ​ມູ້. ພາບ: ແທງຮ່ວາ/VNP

ປະຕິບັດໂດຍ: VNP/ແທງຮ່່ວາ - ແປໂດຍ: ບິກລຽນ

ຄົ້ນພົບການເຮັດອາຫານຢູ່ ຮ່າໂນ້ຍ

ຄົ້ນພົບການເຮັດອາຫານຢູ່ ຮ່າໂນ້ຍ

ໃນ​ກາງ​ເດືອນ ​ກັນຍາ 2022, ​ເມື່ອ ​ຮ່າ​ໂນ້ຍ ກ້າວ​ເຂົ້າສູ່​ລະດູ​ໃບ​ໄມ້ຫຼົ່ນ ​ທີ່​ເຢັນ​ສະບາຍ, ພວກ​ຂ້າພະ​ເຈົ້າ​ໄດ້​ຕັດສິນ​ໃຈ​ໄປ​ຄົ້ນຫາອາຫານການກິນຢູ່ ​ຮ່າໂນ້ຍ, ​ເຊິ່ງ​ ເຝີ, ກາເຟ, ເຂົ້າຈີ່ ແມ່ນ​ເຍື່ອງ​ອາຫານ​ທີ່​ຂາດບໍ່​ໄດ້​ຈາກ​ລາຍການ​ອາຫານຂອງ ຮ່າໂນ້ຍ.

Top