• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍ​ການ​ສະ​ແດງ​ສິ​ລະ​ປະ “ຄຳ​ສັ່ງ​ຈາກ​ຫົວ​ໃຈ”

ລາຍການລວມມີ 15 ລາຍການສະແດງສິລະປະໄດ້ສ້າງຕັ້ງຢ່າງພິຖິພິຖັນ, ເຊື່ອມຕໍ່ບັນດາສາລະຄະດີ, ເຕັມໄປດ້ວຍຄວາມຮູ້ສຶກ.
ການສະແດງສິລະປະ ຢູ່ລາຍການ

ເນື່ອງໃນໂອກາດສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຄົບຮອບ 81 ປີ (22/12/1944 - 22/12/2025), ຕອນຄ່ຳວັນທີ 21 ທັນວາ, ຢູ່ຮ່າໂນ້ຍ, ໄດ້ຈັດລາຍການສະແດງສິລະປະພິເສດ “ຄຳສັ່ງຈາກຫົວໃຈ”. ລາຍການລວມມີ 15 ລາຍການສະແດງສິລະປະໄດ້ສ້າງຕັ້ງຢ່າງພິຖິພິຖັນ, ເຊື່ອມຕໍ່ບັນດາສາລະຄະດີ, ເຕັມໄປດ້ວຍຄວາມຮູ້ສຶກ. “ຄຳສັ່ງຈາກຫົວໃຈ” ມີການເຂົ້າຮ່ວມຂອງນັກສິລະປິນທີ່ມີຊື່ສຽງຫຼາຍຄົນພ້ອມກັບຄະນະດົນຕີ ກອງທັບ, ຄະນະພິທິກອນກອງທັບ ແລະ ບັນດານັກຮົບເກົ່າ. ດ້ວຍການປະສານສົມທົບຢ່າງກົມກຽວລະຫວ່າງສິລະປະດົນຕີ, ສາລະຄະດີໂທລະພາບ ແລະ ບັນດາການໂອ້ລົມສົນທະນາທີ່ສຸດຈິດສຸດໃຈ, ລາຍການບໍ່ພຽງແຕ່ຍ້ອງຍໍສັນລະເສີນການເສຍສະຫຼະຊີວິດ, ການອຸທິດສ່ວນຂອງນັກຮົບລຸ້ນຕ່າງໆເທົ່ານັ້ນຫາກຍັງປຸກລຸກຄວາມເອກອ້າງທະນົງໃຈແຫ່ງຊາດ, ສືບທອດມູນເຊື້ອອັນສະຫງ່າລາສີຂອງກອງທັບປະຊາຊົນ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ຮູບ​ເງົາ ຝົນ​ແດງ ແນະ​ນຳ​ທາງ​ໂທ​ລະ​ພາບ

ຮູບ​ເງົາ “ຝົນ​ແດງ” ແນະ​ນຳ​ທາງ​ໂທ​ລະ​ພາບ

ນີ້ແມ່ນຮູບເງົາກ່ຽວກັບຫົວຂໍ້ສົງຄາມປະຕິວັດ, ວາດພາບໄລຍະ 81 ວັນແລະຄືນຕໍ່ສູ້ກັບສັດຕູຢ່າງດຸເດືອນຢູ່ ກຳແພງເກົ່າ ກວ໋າງຈິໃນປີ 1972, ອີງຄາມຜົນງານຂອງນັກປະພັນ ຈຸລາຍ.

Top