ລາຍຊື່ 19 ສະຫາຍ ກຳມະການກົມການເມືອງ ສະໄໝທີ XIV

ເຫດການ ແລະ ບັນຫາ

ລາຍຊື່ 19 ສະຫາຍ ກຳມະການກົມການເມືອງ ສະໄໝທີ XIV

ໃນຕອນບ່າຍວັນທີ 23 ມັງກອນ, ໃນວາລະ ປິດກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ສະຫາຍ ເຈິ່ນແທງເໝີ໊ນ, ກຳມະການກົມການ ເມືອງ, ປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄະນະປະທານ ກອງ ປະຊຸມ ລາຍງານຜົນການເລືອກຕັ້ງ ກົມການເມືອງ ເຊິ່ງປະກອບມີ 19 ສະຫາຍ ດັ່ງນີ້:

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍບັນດາສະຫາຍ ກຳ ມະການກົມການເມືອງ, ກຳມະການ ຄະນະເລຂາທິການສູນກາງພັກ ສະໄໝທີ XIV ເປີດຕົວໃນກອງປະຊຸມຄັ້ງປະຖົມມະລືກ ຂອງ ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV. ພາບ: VNA

1. ສະຫາຍ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງ ພັກ ສະໄໝທີ XIII, ເລຂາທິການ ຄະນະພັກ ການທະຫານສູນກາງ.

2. ສະຫາຍ ເຈິ່ນແທງເໝີ໊ນ, ກຳມະການກົມການເມືອງ ສະໄໝທີ XIII, ເລຂາຄະນະພັກສະພາແຫ່ງຊາດ, ປະທານສະພາແຫ່ງຊາດ ສະໄໝທີ XV.

3. ສະຫາຍ ເຈິ່ນເກີ໊ມຕູ໋, ກຳມະການກົມການເມືອງ ສະໄໝທີ XIII, ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ ບັນ ດາອົງການພັກສູນກາງ.

 

4. ສະຫາຍ ເລມິງຮຶງ, ກຳມະການກົມການເມືອງ ສະໄໝທີ XIII, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ.

5. ສະຫາຍ ໂດ໊ວັນຈ໋ຽນ, ກຳມະການກົມການເມືອງ ສະໄໝທີ XIII, ຮອງເລຂາຜູ້ປະຈຳການ ຄະນະພັກສະພາແຫ່ງຊາດ, ຮອງປະທານ ສະພາແຫ່ງຊາດ ຜູ້ປະຈຳການ.

 

6. ສະຫາຍ ນາງ ບຸ່ຍທິມິງຮວ່າຍ, ກຳມະການກົມການເມືອງ ສະ ໄໝທີ XIII, ເລຂາທິການ ຄະນະກໍາມະການສູນກາງພັກ, ເລຂາທິ ການຄະນະພັກ ແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງ ມະຫາຊົນສູນກາງ, ປະທານຄະນະກຳມະການສູນກາງແນວໂຮມ ປະເທດຊາດ ຫວຽດນາມ.

7. ສະຫາຍ ພົນເອກ ຟານວັນຢາງ, ກຳມະການກົມການເມືອງ ສະ ໄໝທີ XIII, ກຳມະການຄະນະປະຈຳສູນກາງພັກ, ຮອງເລຂາຄະ ນະພັກ ການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ.

8. ສະຫາຍ ພົນເອກ ເລືອງຕາມກວາງ, ກຳມະການກົມການເມືອງ ສະໄໝທີ XIII, ກຳມະການຄະນະປະຈຳສູນກາງພັກ, ເລຂາທິການ ຄະນະພັກ ປ້ອງກັນຄວາມສະຫງົບສູນກາງ, ລັດຖະມົນຕີກະຊວງ ຕໍາຫຼວດ.

 

9. ສະຫາຍ ຫງວຽນຢຸຍງອກ, ກຳມະການກົມການເມືອງ ສະໄໝທີ XIII, ເລຂາຄະນະພັກ ນະຄອນ ຮ່າໂນ້ຍ.

 

10. ສະຫາຍ ພົນເອກ ຫງວຽນຈ້ອງເຫງ໊ຍ, ກຳມະການກົມການ ເມືອງ ສະໄໝທີ XIII, ເລຂາທິການສູນກາງພັກ, ກຳມະການ ຄະ ນະປະຈຳ ຄະນະພັກ ການທະຫານສູນກາງ, ຫົວໜ້າກົມໃຫຍ່ການ ເມືອງ ກອງທັບ ປະຊາຊົນ ຫວຽດນາມ.

 

11. ສະຫາຍ ຈິ້ງວັນກວຽດ, ເລຂາທິການສູນກາງພັກ ສະໄໝທີ XIII, ຫົວໜ້າຄະນະໂຄສະນາອົບຮົມ ແລະ ວຽກງານມວນຊົນ ສູນກາງ.

12. ສະຫາຍ ເລຮ່ວາຍຈຸງ, ເລຂາທິການສູນກາງພັກ, ກຳມະການ ຄະນະປະຈຳ ຄະນະພັກ, ລັດຖະມົນຕີກະຊວງການຕ່າງປະເທດ.

 

13. ສະຫາຍ ເລມິງຈີ໋, ເລຂາທິການສູນກາງພັກ, ຮອງຫົວໜ້າຜູ້ ປະຈຳການ ຄະນະວຽກງານພາຍໃນສູນກາງ.

14. ສະຫາຍ ເຈິ່ນລຶວກວາງ, ເລຂາທິການສູນກາງພັກ ສະໄໝທີ XIII, ເລຂາຄະນະພັກ ນະຄອນ ໂຮ່ຈີມິນ.

15. ສະຫາຍ ຟ້າມຢາຕຸ໋ກ, ກຳມະການສູນກາງພັກ, ຫົວໜ້າຫ້ອງວ່າ ການສູນກາງພັກ.

16. ສະຫາຍ ເຈິ່ນຊີ໊ແທງ, ກຳມະການສູນກາງພັກ, ປະທານຄະນະ ກວດກາສູນກາງພັກ.

17. ສະຫາຍ ຫງວຽນແທງງີ້, ຫົວໜ້າຄະນະ ນະໂຍບາຍ ແລະ ຍຸດ ທະສາດສູນກາງ.

18. ສະຫາຍ ດ່ວານມິງຮ໋ວນ, ກຳມະການສູນກາງພັກ, ຮອງເລຂາ ຜູ້ປະຈຳການຄະນະພັກ, ຮອງອຳນວຍການ ຜູ້ປະຈຳການສະຖາບັນ ການເມືອງແຫ່ງຊາດ ໂຮ່ຈີມິນ.

 

19. ສະຫາຍ ເຈິ່ນດຶກຖັ໋ງ, ກຳມະການສູນກາງພັກ, ກຳມະການຄະ ນະບໍລິຫານງານພັກ, ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດ ລ້ອມ.

 

ປະຕິບັດໂດຍ: VNA/VNP

ທ່ານເລຂາທິການໃຫຍ່ ໂຕເລິມ ດຳເນີນການພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ

ທ່ານເລຂາທິການໃຫຍ່ ໂຕເລິມ ດຳເນີນການພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ

ການນຳ 2 ທ່ານໄດ້ເປັນເອກະພາບຢ່າງສູງບົນພື້ນຖານຄວາມຮັບຮູ້ລວມຂອງສາຍພົວພັນສາມັກຄີແບບພິເສດ, ໃນນັ້ນ ສືບຕໍ່ໃຫ້ບຸລິມະສິດສູງ, ຜັນຂະຫຍາຍບັນດາເນື້ອໃນຂອງຂໍ້ຕົກລົງຂັ້ນສູງ, ຖະແຫຼງການຮ່ວມລະຫວ່າງ 2 ປະເທດ

Top