• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັ​ດ​ຖະ​ບານ​ສືບ​ຕໍ່​ຮ່ວມ​ເດີນ​ທາງ​ກັບ​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ

ໂດຍ​ຖະ​ແຫຼງ​ຂ່າວ ​ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກໃຫ້​ການ​ຜະ​ລິດ​ກະ​ສິ​ກຳ, ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ, ທ່ານຫວ​ໍ​ວັນ​ຮຶງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ ເນັ້ນ​ໜັກ​ວ່າ ປັດ​ໄຈ​ສຳ​ຄັນ​ໃນ​ສະ​ເພາະ​ໜ້າ​ແມ່ນ​ຕ້ອງ​ກຳ​ແໜ້ນ​ຕະຫຼາດ, ສຸມ​ໃສ່​ການ​ຜະ​ລິດ, ຍົກ​ສູງ​ມູນ​ຄ່າ ແລະ ມີ​ຕະຫຼາດ​ເປັນຫຼາຍ​ຮູບຫຼາຍ​ແບບ.
  ທ່ານ ດັ້ງ​ຊວັນ​ຟອງ ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຫ້ອງວ່າ​ການ​ລັດ​ຖະ​ບານ ຫວຽດ​ນາມ ​ເປັນ​ປະ​ທານ​ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບາ​ນ​ປະ​ຈຳ​ເດືອນ​ກໍ​ລະ​ກົດ 2026 (ພາບ: VNA)  

ຕອນ​ບ່າຍ​ວັນ​ທີ 3 ສິງ​ຫາ, ຢູ່​ຮ່າ​ໂນ້ຍ, ທ່ານ ດັ້ງ​ຊວັນ​ຟອງ ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຫ້ອງວ່າ​ການ​ລັດ​ຖະ​ບານ ຫວຽດ​ນາມ ໄດ້​ເປັນ​ປະ​ທານ​ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບາ​ນ​ປະ​ຈຳ​ເດືອນ​ກໍ​ລະ​ກົດ 2026. ທີ່​ການ​ຖະ​ແຫຼງ​ຂ່າວ, ໂດຍ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ໝາກ​ຜົນ​ຂອງ​ການ​ສັບ​ຊ້ອນ​ບ້ານ, ກຸ່ມ​ຊຸມ​ຊົນ​​ຂອງ​ບັນ​ດາ​ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ, ທ່ານ​ນາງ ຫງວຽນ​ທິ​ທູ​ຮ່າ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ, ໃຫ້​ຮູ້​ວ່າ: ມາ​ຮອດ​ປັດ​ຈຸ​ບັນ, 34 ແຂວງ, ນະ​ຄອນ​ຂຶ້ນ​ກັບ​ສູນ​ກາງ​ທັງ​ໝົດ​ໄດ້​ປະ​ຕິ​ບັດ​ສຳ​ເລັດ​ການ​ສັບ​ຊ້ອນບ້ານ, ກຸ່ມ​ຊຸມ​ຊົນ​ຖືກ​ຕ້ອງ​ຄວາມ​ຮຽກ​ຮ້ອງ​ຕອງ​ການ​ຂອງ​ກົມ​ການ​ເມືອງ ແລະ ລັດ​ຖະ​ບານ. ວິ​ວັດ​ການ​ຜັນ​ຂະ​ຫຍາຍ​ໄດ້​ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດ, ຄົບ​ຊຸດ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ. ພາຍຫຼັງ​ການ​ສັບ​ຊ້ອນ, ຈຳ​ນວນ​ບ້ານ, ກຸ່ມ​ຊຸມ​ຊົນ​ໃນ​ທົ່ວ​ປະ​ເທດ​ຫຼຸດ​ລົງ​ກວ່າ 41.500 ຫົ​ວ​ໜ່ວຍ, ຫຼຸດ​ລົງປະ​ມານ 46,33%. ໂດຍ​ຖະ​ແຫຼງ​ຂ່າວ ​ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກໃຫ້​ການ​ຜະ​ລິດ​ກະ​ສິ​ກຳ, ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ, ທ່ານຫວ​ໍ​ວັນ​ຮຶງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ ເນັ້ນ​ໜັກ​ວ່າ ປັດ​ໄຈ​ສຳ​ຄັນ​ໃນ​ສະ​ເພາະ​ໜ້າ​ແມ່ນ​ຕ້ອງ​ກຳ​ແໜ້ນ​ຕະຫຼາດ, ສຸມ​ໃສ່​ການ​ຜະ​ລິດ, ຍົກ​ສູງ​ມູນ​ຄ່າ ແລະ ມີ​ຕະຫຼາດ​ເປັນຫຼາຍ​ຮູບຫຼາຍ​ແບບ.

ພວກ​ເຮົາ​ຕ້ອງຫຼຸດ​ລະ​ບຽບ​ການ​ບໍ​ລິ​ຫານ​ລົງ​ຢ່າງ​ແຮງ, ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ເພື່ອຫຼຸດ​ຜ່ອນ​ຄ່າ​ໃຊ້​ຈ່າຍ ແລະ ບັນ​ດາ​ບັນ​ຫາ​ອື່ນ​ໃຫ້​ສຳ​ລັບ​ວິ​ສາ​ຫະ​ກິດ, ປະ​ຊາ​ຊົນ; ຕ້ອງນຳ​ເຕັກ​ໂນ​ໂລ​ຢີ, ວິ​ທະ​ຍາ​ສາດ, ການ​ຫັນ​ເປັນ​ດີ​ຈີ​ຕອນ ແລະ ບັນ​ດາ​ໂປ​ແກຼມ​ກ່ຽວ​ກັບ​ວິ​ທະ​ຍາ​ສາດ​ເຂົ້າໃນ​ພຶດ​ຕິ​ກຳ​ຕົວ​ຈິງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ແລະ​ພວກ​ເຮົາ​ຕ້ອງ​ຮ່ວມ​ເດີນ​ທາງ​ກັບ​ປ​ະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ.

ທີ່​ການ​ຖະ​ແຫຼງ​ຂ່າວ, ກະ​ຊວງ​ການ​ເງິນ ໃຫ້​ຮູ້​ວ່າ​ມີຫຼາຍ​ນະ​ໂຍ​ບາຍ​ປີ​ການ​ເງິນ​ສືບ​ຕໍ່​ໄດ້​ໝູນ​ໃຊ້​ຮອດ​ໝົດ​ປີ 2026 ຄື: ຫຼຸດ​ຜ່ອນ 2%ພາ​ສີ​ມູນ​ຄ່າ​ເພີ່ມ​ສຳລັບ​ໝວດ​ສິນ​ຄ້າ, ການ​ບໍ​ລິ​ການທີ່ພວມ​ຕ້ອງ​ຈ່າຍ​ອັດ​ຕາ​ພາ​ສີ 10%; ແກ່​ຍາວ​ເວ​ລາ​ຍົກ​ເວັ້ນ​ພາ​ສີ​ນຳ​ໃຊ້ທີ່​ດິນ​ກະ​ສິ​ກຳ​ຈົນຮອດ​ໝົດ​ປີ 2030… ກະ​ຊວງ​ການ​ເງິນ​ພວມ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການຄົ້ນ​ຄ້​ວາ​ວິ​ທີ​ການ​ບໍ​ລິ​ຫານ​ພາ​ສີ​ສຳ​ລັບ​ແອ​ຊັງນ້ຳ​ມັນ​ໃຫ້​ເໝາະ​ສົມ​ກັບ​ການ​ຜັນ​ແປ​ຂອງ​ລາ​ຄາ​ພະ​ລັງ​ງານ​ໂລກ, ເພື່ອ​ແນ​ໃສ່​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ບັນ​ດາ​ການ​ຜັນ​ແປ ແລະ ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ, ການຄວບ​ຄຸມ​ໄພ​ເງິນ​ເຟີ້ໃຫ້​ເປັນ​ປົກ​ກະ​ຕິ,

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ເລມິນຮຶງ: ຫັນອິດທິພົນຊື່ສຽງການຕ່າງປະເທດໃຫ້ກາຍເປັນແຫຼ່ງກຳລັງພັດທະນາ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ: ຫັນອິດທິພົນຊື່ສຽງການຕ່າງປະເທດໃຫ້ກາຍເປັນແຫຼ່ງກຳລັງພັດທະນາ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ສະເໜີໃຫ້ຂະແໜງການທູດຕ້ອງປ່ຽນແປງໃໝ່ຈິນຕະນາການ, ແບບວິທີຢ່າງແທ້ຈິງ, ມຸ່ງໄປເຖິງໝາກຜົນ ແລະ ຜະລິດຕະພັນສຸດທ້າຍ.

Top