• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ເຊຍ - ອາ​ເມ​ລິ​ກາ ຍັງ​ບໍ່​ທັນ​ຂຶ້ນ​ແຜນ​ລະ​ອຽດໃຫ້​ແກ່​ການ​ພົບ​ປະ​ຂັ້ນ​ສຸດ​ຍອດ

ລັດເຊຍ ແລະ ອາເມລິກາ ລ້ວນແຕ່ມີຄວາມເຂົ້າໃຈແຈ້ງກ່ຽວກັບເລື່ອງຕ້ອງມີການພົບປະຂັ້ນສຸດຍອດລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ອາເມລິກາ Donald Trump, ເຖິງຢ່າງໃດກໍຕາມ ໄລ່ຮອດປັດຈຸບັນ ຍັງບໍ່ທັນມີຂໍ້ມູນລະອຽດກ່ຽວກັບແຜນການດັ່ງກ່າວ.
ທ່ານ Dmitry Peskov ໂຄສົກວັງ Kremlin (ພາບ: TASS)

ໃນກອງປະຊຸມຖະແຫຼງຂ່າວທີ່ດຳເນີນໃນວັນທີ 21 ກຸມພາ, ທ່ານ Dmitry Peskov ໂຄສົກວັງ Kremlin ໃຫ້ຮູ້ວ່າ ລັດເຊຍ ແລະ ອາເມລິກາ ລ້ວນແຕ່ມີຄວາມເຂົ້າໃຈແຈ້ງກ່ຽວກັບເລື່ອງຕ້ອງມີການພົບປະຂັ້ນສຸດຍອດລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ອາເມລິກາ Donald Trump, ເຖິງຢ່າງໃດກໍຕາມ ໄລ່ຮອດປັດຈຸບັນ ຍັງບໍ່ທັນມີຂໍ້ມູນລະອຽດກ່ຽວກັບແຜນການດັ່ງກ່າວ. ຕາມທ່ານ Peskov ແລ້ວ, ທັດສະນະດັ່ງກ່າວໄດ້ຮັບຄວາມເຫັນດີຈາກຜູ້ຕາງໜ້າສອງປະເທດໃນການພົບປະຢູ່ Riyadh, ອາຣັບບີ ຊະອຸດິ ໃນອາທິດຜ່ານມາ, ການພົບປະຄັ້ງທໍາອິດ ໄດ້ປຶກສາຫາລືກ່ຽວກັບແບບວິທີຢຸດຕິການປະທະກັນຢູ່ ຢູແກຼນ ກ່ອນທີ່ບັນດາການເຈລະຈາເລີ່ມດຳເນີນຢ່າງເປັນທາງການ. ທ່ານເນັ້ນໜັກວ່າ ປະທານາທິບໍດີສອງປະເທດ ກໍສະແດງຄວາມປາດຖະໜາຢາກພົບປະກັນ ແລະ ໄດ້ອອກຄຳສັ່ງກະກຽມເພື່ອໃຫ້ການພົບປະດຳເນີນໄປຢ່າງມີປະສິດທິຜົນທີ່ສຸດ. ໃນຂະນະທີ່ກະກຽມ, ສອງຝ່າຍຈະປຶກສາຫາລືລາຍລະອຽດ; ທ່ານ Peskov ຢັ້ງຢືນຄືນວ່າ ປະທານາທິບໍດີ ກຽມພ້ອມເຈລະຈາກ່ຽວກັບມາດຕະການແກ້ໄຂການປະທະກັນໃນປັດຈຸບັນ. ທ່ານກໍຊີ້ແຈ້ງວ່າ ລັດເຊຍ ມີເປົ້າໝາຍກ່ຽວຂ້ອງເຖິງຄວາມໝັ້ນຄົງແຫ່ງຊາດ, ຜົນປະໂຫຍດແຫ່ງຊາດ ແລະ ກຽມພ້ອມບັນລຸໄດ້ເປົ້າໝາຍນີ້ ຜ່ານການເຈລະຈາສັນຕິພາບ. ທ່ານກໍປະຕິເສດຂໍ້ມູນທີ່ວ່າ ລັດເຊຍ ແລະ ອາເມລິກາ ເຈລະຈາບໍ່ເປັນທາງການ ກ່ຽວກັບ  ຢູແກຼນ ຢູ່ ສະວິດ ໃນ 2 – 3 ເດືອນ ຜ່ານມາ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ໂຮມປະ​ຊຸມ​ຜັນ​ຂະ​ຫຍາຍບົດ​ສະຫຼຸບ​ຂອງກ​ອງ​ປະ​ຊຸມ​ພົບ​ປະ​ລະ​ຫວ່າງ​ການ​ນຳ​ພັກ​​ຂອງສາມ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ໂຮມປະ​ຊຸມ​ຜັນ​ຂະ​ຫຍາຍບົດ​ສະຫຼຸບ​ຂອງກ​ອງ​ປະ​ຊຸມ​ພົບ​ປະ​ລະ​ຫວ່າງ​ການ​ນຳ​ພັກ​​ຂອງສາມ​ປະ​ເທດ

ວັນທີ 22 ກຸມພາ, ເນື່ອງໃນໂອກາດເຂົ້າຮ່ວມການພົບປະລະຫວ່າງການນຳພັກສາມປະເທດ ຫວຽດນາມ - ກຳປູເຈຍ - ລາວ ຢູ່ນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການພົບປະເຮັດວຽກກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ເພື່ອແນໃສ່ຊາບຊຶມບັນດາເນື້ອໃນທີ່ໄດ້ຕົກລົງກັນໃນບົດສະຫຼຸບຂອງກອງປະຊຸມພົບປະລະຫວ່າງການນຳສາມພັກ.

Top