• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ເຊຍ, ຢູ​ແກຼນ ແລະ ອາ​ເມ​ລິ​ກາ ຈັດ​ຕັ້ງ​ການ​ເຈ​ລະ​ຈາ​ສາມ​ຝ່າຍ​ຢູ່ UAE

ບັນດາການພົບປະເຈລະຈາໄດ້ແກ່ຍາວ 2 ວັນ, ເຊິ່ງເປັນສ່ວນໜຶ່ງໃນບັນດາຄວາມມານະພະຍາຍາມພວມດຳເນີນ ແນໃສ່ຊຸກຍູ້ການເຈລະຈາ ແລະ ຊອກຫາບັນດາມາດຕະການທາງການເມືອງໃຫ້ແກ່ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ.

 

ການເຈລະຈາສາມຝ່າຍ ລະຫວ່າງ ອາເມລິກາ, ລັດເຊຍ ແລະ ຢູແກຼນ ໂດຍ UAE ເປັນປະທານ ໃນວັນທີ 23/01. (ພາບ:Hamad Al Kaabi/UAE Presidential Court/Handout via REUTERS)

ບັນດາຄະນະຜູ້ແທນ ລັດເຊຍ, ຢູແກຼນ ແລະ ອາເມລິກາ ໄດ້ພົບປະກັນໃນວັນທີ 23 ມັງກອນ ຢູ່ນະຄອນ Abu Dhabi ຂອງ ສະຫະລັດ ອາຣັບ ເອມມີເລດ (UAE), ເພື່ອດຳເນີນບັນດາການເຈລະຈາ 3 ຝ່າຍແບບເຊິ່ງໜ້າທຳອິດກ່ຽວກັບແຜນການໂດຍທ່ານປະທານາທິບໍດີ ອາເມລິກາ Donald Trump ຊຸກຍູ້, ເພື່ອແນໃສ່ຢຸດຕິການປະທະກັນທີ່ໄດ້ແກ່ຍາວເກືອບ 4 ປີ.

        ຕາມຖະແຫຼງການຂອງກະຊວງການຕ່າງປະເທດ UAE ແລ້ວ, ບັນດາການພົບປະເຈລະຈາໄດ້ແກ່ຍາວ 2 ວັນ, ເຊິ່ງເປັນສ່ວນໜຶ່ງໃນບັນດາຄວາມມານະພະຍາຍາມພວມດຳເນີນ ແນໃສ່ຊຸກຍູ້ການເຈລະຈາ ແລະ ຊອກຫາບັນດາມາດຕະການທາງການເມືອງໃຫ້ແກ່ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ. ກ່ອນດໍາເນີນວາລະເຈລະຈາ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelenskyy ຖະແຫຼງວ່າ ບັນຫາ Donbass (ທາງທິດຕາເວັນອອກ ຢູແກຼນ) ແມ່ນແກ່ນສານ ແລະ 3 ຝ່າຍຈະປຶກສາຫາລືກ່ຽວກັບບັນຫານີ້ໃນສອງວັນເຈລະຈາຢູ່ UAE.

        ໃນຂະນະນັ້ນ, ວັນທີ 23 ມັງກອນ ທ່ານ Dmitry Peskov ໂຄສົກວັງ Kremlin ຖະແຫຼງວ່າ ເລື່ອງ ຢູແກຼນ ຖອນກຳລັງອອກຈາກເຂດ Donbass ແມ່ນເງື່ອນໄຂສຳຄັນທີ່ສຸດ.

(ແຫຼ່ງຄັດຈາກ VOV)

ພິ​ທີ​ອັດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ Davos: ຮຽກ​ຮ້ອງ​ເພີ່ມ​ທະ​ວີ​ການ​ເຈ​ລະ​ຈາ ແລະ ການ​ຮ່ວມ​ມື​ຕໍ່​ບັນ​ດາ​ການ​ປ່ຽນ​ແປງ​ທົ່ວ​ໂລກ

ພິ​ທີ​ອັດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ Davos: ຮຽກ​ຮ້ອງ​ເພີ່ມ​ທະ​ວີ​ການ​ເຈ​ລະ​ຈາ ແລະ ການ​ຮ່ວມ​ມື​ຕໍ່​ບັນ​ດາ​ການ​ປ່ຽນ​ແປງ​ທົ່ວ​ໂລກ

ວັນທີ 23 ມັງກອນ, ກອງປະຊຸມປະຈຳປີ ເວທີປາໄສເສດຖະກິດໂລກ (WEF) ປີ 2026, ໄດ້ອັດລົງຢູ່ Davos, ສະວິດ, ດ້ວຍສານລຸລ່ວງທີ່ວ່າ: ໃນສະພາບການໂລກມີການປ່ຽນແປງຢ່າງໄວວາ ແລະ ຂາດສະຖຽນລະພາບ, ການເຈລະຈາ ແລະ ການຮ່ວມມືສາກົນ ຕ້ອງໄດ້ຮັບການຊຸກຍູ້ຢ່າງແຮງກວ່າເວລາໃດໝົດ.

Top