ໃນມື້ເຮັດວຽກທີ 2 (ວັນທີ 26 ກັນຍາ) ຂອງ ເວທີປາໄສປະລະມານູທົ່ວໂລກ 2025 ພວມດຳເນີນຢູ່ ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ, ຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມວາລະປະຊຸມຫົວເລື່ອງສະເພາະຈຳນວນໜຶ່ງ.
ບັນດາຜູ້ແທນເຂົ້າຮ່ວມວາລະປຶກສາຫາລືຫົວເລື່ອງສະເພາະ (ພາບ: VOV)
ຄະນະຜູ້ແທນຫວຽດນາມ ໄດ້ເຂົ້າຮ່ວມ ວາລະປຶກສາຫາລືຫົວເລື່ອງສະເພາະ “ມາດຕະການພະລັງງານ ປະລະມານູໃຫ້ແກ່ບັນດາປະເທດ ອາຊຽນ”. ຫວຽດນາມ ວາງເປົ້າໝາຍ ຮ່ຳຮຽນ, ຊອກຮູ້ບັນດາຄວາມຮູ້ກ່ຽວກັບວິທະຍາສາດເຕັກນິກ, ບົດຮຽນປະສົບການໃນການສ້າງໂຮງງານໄຟຟ້ານິວເຄຼຍ, ປົກປັກຮັກສາສິ່ງແວດລ້ອມ. ທ່ານເຈິ່ນຈີແທັງ, ຫົວໜ້າສະຖາບັນ ປະລະມານູ ຫວຽດນາມ ເນັ້ນໜັກວ່າ ລັດເຊຍ ແມ່ນຄູ່ຮ່ວມມືສຳຄັນໃນການພັດທະນາພະລັງງານປະລະມານູ ຢູ່ ຫວຽດນາມ. ທ່ານໃຫ້ຮູ້ວ່າ:
ພະລັງງານປະລະມານູແມ່ນຂົງເຂດໃໝ່, ການຮ່ວມມືກັບ ລັດເຊຍແມ່ນຖືກຕ້ອງ. ເຖິງຢ່າງໃດກໍຕາມ, ເພື່ອຊຸກຍູ້ວຽກງານນີ້ຍັງມີສິ່ງທ້າທາຍຫຼາຍຢ່າງ ແລະ ມີຫຼາຍບັນຫາຕ້ອງຮັບການພິຈາລະນາແກ້ໄຂ, ໃນນັ້ນ ລະບົບຜັນຂະຫຍາຍໂຄງການຢູ່ ຫວຽດນາມ ຍັງບໍ່ທັນປະຕິບັດຕາມມາດຖານສາກົນ. ເພາະສະນັ້ນ, ບັນດາໂຄງການນິວເຄຼຍຕ້ອງໄດ້ປະຕິບັດຕາມມາດຖານສາກົນ ເພື່ອຮັບປະກັນຄວາມປອດໄພ.
(ແຫຼ່ງຄັດຈາກ VOV)