ນີ້ແມ່ນລາງວັນອັນສູງສົ່ງຂອງລັດຖະບານ ເວເນຊູເອລາ ແນໃສ່ຮັບຮູ້ການອຸທິດສ່ວນ, ຈິດໃຈອັນສູງສົ່ງ ແລະ ລັດທິວິລະຊົນຂອງບຸກຄົນທີ່ບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກລຳບາກ ໄດ້ອຸທິດເຫື່ອແຮງຂອງຕົນໃຫ້ແກ່ວຽກງານໜູນຊ່ວຍ ແລະ ເຊື່ອເຫຼືອມະນຸດສະທຳໃນດິນແດນ ເວເນຊູເອລາ.
ລັດຖະບານ ເວເນຊູເອລາ ມອບຫຼຽນກາ “ວິລະຊົນ ເວເນຊູເອລາ” ໃຫ້ແກ່ຄະນະກູ້ໄພກູ້ຊີບ ຫວຽດນາມ (ພາບ: VNA)
ຕອນເຊົ້າວັນທີ 06 ກໍລະກົດ ຕາມເວລາທ້ອງຖິ່ນ, ທ່ານພັນຕີ Raul Serrano Chacon, ກອງບັນຊາການທະຫານພິທັກປະທານາທິບໍດີ, ຜູ້ປະສານງານກັບຄະນະກູ້ໄພກູ້ຊີບ ຫວຽດນາມ ໄດ້ມອບ ຫຼຽນກາ “ວິລະຊົນ ເວເນຊູເອລາ” ຊັ້ນໜຶ່ງໃຫ້ຄະນະກູ້ໄພກູ້ຊີບ ຫວຽດນາມ ແລະ ຊັ້ນສອງໃຫ້ແກ່ບັນດາສະມາຊິກໃນຄະນະ. ນີ້ແມ່ນລາງວັນອັນສູງສົ່ງຂອງລັດຖະບານ ເວເນຊູເອລາ ແນໃສ່ຮັບຮູ້ການອຸທິດສ່ວນ, ຈິດໃຈອັນສູງສົ່ງ ແລະ ລັດທິວິລະຊົນຂອງບຸກຄົນທີ່ບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກລຳບາກ ໄດ້ອຸທິດເຫື່ອແຮງຂອງຕົນໃຫ້ແກ່ວຽກງານໜູນຊ່ວຍ ແລະ ເຊື່ອເຫຼືອມະນຸດສະທຳໃນດິນແດນ ເວເນຊູເອລາ.
ວັນທີ 06 ກໍລະກົດ ແມ່ນມື້ເຮັດວຽກທີ 6 ຂອງຄະນະກູ້ໄພກູ້ຊີບ ຫວຽດນາມ ຢູ່ບ່ອນເກີດເຫດ, ໝາຍຄວາມວ່າພາຍຫຼັງເກີດເຫດແຜ່ນດິນໄຫວ 10 ມື້. ໄລ່ຮອດຈຸດເວລາປັດຈຸບັນ, ຄະນະກູ້ໄພກູ້ຊີບ ຫວຽດນາມ ໄດ້ສົ່ງຜູ້ປະສົບເຄາະຮ້າຍ 57 ຄົນອອກຈາກຊາກຫັກພັງ; ມອບສົ່ງ ແລະ ຊ່ວຍຍົກຍ້າຍຊັບສິນໃຫ້ແກ່ປະຊາຊົນທ້ອງຖິ່ນ. ໄປຄຽງຄູ່ກັບວຽກງານກູ້ໄພກູ້ຊີບ, ຄະນະກູ້ໄພກູ້ຊີບ ຫວຽດນາມ ຍັງລົງຢື້ຢາມຖາມຂ່າວ, ແບ່ງເບົາຄວາມລະທົມທຸກກັບປະມານ 500 ຄອບຄົວທີ່ມີເຮືອນຊານຖືກພັງທະລາຍ, ພວມປະເຊີນໜ້າກັບສະພາບຫຍຸ້ງຍາກເປັນພິເສດອີກດ້ວຍ.
(ແຫຼ໋ງຄັດຈາກ VOV)