• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ຖະ​ບານ​ມາ​ນະ​ພະ​ຍາ​ຍາມ​​ປະ​ຕິ​ບັດ​ພາ​ລະ​ກຳ​ສ້າງ​ສາ​ພັດ​ທະ​ນາຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ

ວັນທີ 21 ມັງກອນ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ດຳເນີນການປຶກສາຫາລືເອກະສານສະບັບຕ່າງໆຂອງກອງປະຊຸມໃຫຍ່. ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ເປັນປະທານວາລະປຶກສາຫາລື.
ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ເປັນປະທານວາລະປຶກສາຫາລື (ພາບ: TTXVN)

ຕາງໜ້າໃຫ້ຄະນະຜູ້ແທນອົງຄະນະພັກລັດຖະບານ, ທ່ານນາງ ຟ້າມທິແທັງຈ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ນຳສະເໜີບົດປະກອບຄຳເຫັນພາຍໃຕ້ຫົວຂໍ້ “ສ້າງລັດຖະບານ “ສ້າງສາພັດທະນາ, ຊື່ກົງບໍລິສຸດ, ມີການກະທຳຂ້ຽວຂາດ, ຮັບໃຊ້ປະຊາຊົນ”. ຕາມທ່ານນາງຮອງນາຍົກລັດຖະມົນຕີແລ້ວ, ເຊື່ອມຊຶມເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ XIV  ຂອງພັກ, ລັດຖະບານຈະສືບຕໍ່ມານະພະຍາຍາມປະຕິບັດພາລະກຳ “ສ້າງສາພັດທະນາ, ຊື່ກົງບໍລິສຸດ, ມີການກະທຳຂ້ຽວຂາດ, ຮັບໃຊ້ປະຊາຊົນຈົນສຸດຄວາມສາມາດຂອງຕົນ”.

ທ່ານນາງ ຟ້າມທິແທັງຈ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ກວ່າຄຳເຫັນທີ່ວາລະປຶກສາຫາລື (ພາບ: TTXVN)

 ທ່ານນາງຮອງນາຍົກລັດຖະມົນຕີ ກໍຍົກໃຫ້ເຫັນ 6 ໜ້າທີ່ຈຸດສຸມຢ່າງຈະແຈ້ງ, ໃນນັ້ນ ສືບຕໍ່ບຸກທະລຸການສ້າງ ແລະ ປັບປຸງລະບອບລະບຽບການໃຫ້ສຳເລັດສົມບູນແບບ, ປົດປ່ອຍທຸກແຫຼ່ງກຳລັງໃຫ້ແກ່ການພັດທະນາ; ຖືນີ້ແມ່ນ “ບຸກທະລຸຂອງບຸກທະລຸ”, ທ່າໄດ້ປຽບແກ້ງແຍ້ງແຫ່ງຊາດ. ທ່ານນາງ ຟ້າມທິແທັງຈ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ກວ່າວ່າ:

        “ລະບອບລະບຽບການຕ້ອງມີການຫັນປ່ຽນຢ່າງແທ້ຈິງຈາກສະພາວະຄຸ້ມຄອງໄປສູ່ການສ້າງສາຮັບໃຊ້ການພັດທະນາ; ຫຼຸດຜ່ອນຄ່າໃຊ້ຈ່າຍໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ, ປຸກລຸກຄວາມຄາດຫວັງ, ຄວາມເຊື່ອໝັ້ນ ແລະ ເຈດຈຳນົງບືນຕົວຂຶ້ນຢ່າງແຮງຂອງທົ່ວສັງຄົມ. ໄປຄຽງຄູ່ກັນນັ້ນ, ກໍ່ຍູ້ແຮງວິວັດທະນາການຫັນເປັນອຸດສາຫະກຳ, ທັນສະໄໝ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ປ່ຽນແປງໃໝ່ຮູບແບບການເຕີບໂຕຢ່າງແຮງ; ຖືວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນເປັນກຳລັງໜູນຕົ້ນຕໍ; ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງເປັນປັດໄຈແກ່ນສານເພື່ອຊຸກຍູ້ບັນດາກຳລັງໜູນເຕີບໂຕໃໝ່. ສຸມໃສ່ສ້າງຄວາມເປັນເຈົ້າຕົນເອງທາງຍຸດທະສາດ, ພັດທະນາບັນດາຂະແໜງອຸດສາຫະກຳພື້ນຖານ, ອຸດສາຫະກຳປາຍແຫຼມ… ຖືເປັນສຳຄັນເຖິງການຊຸກຍູ້ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດພູມປັນຍາຢ່າງແຮງ.”.

(ແຫຼ່ງຄັດຈາກ VOV)

ວັນທີ 21 ມັງກອນ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກປຶກສາຫາລືບັນດາເອກະສານກອງປະຊຸມໃຫຍ່

ວັນທີ 21 ມັງກອນ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກປຶກສາຫາລືບັນດາເອກະສານກອງປະຊຸມໃຫຍ່

ວັນທີ 21 ມັງກອນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ສືບຕໍ່ດຳເນີນຢູ່ຫໍປະຊຸມແຫ່ງຊາດ, ທີ່ຢູ່ນະຄອນຫຼວງ ຮ່າໂນ້ຍ. ກອງປະຊຸມໃຫຍ່ສະຫງວນເວລາໝົດມື້ເພື່ອປຶກສາຫາລືຢູ່ຫໍປະຊຸມກ່ຽວກັບບັນດາເອກະສານກອງປະຊຸມໃຫຍ່.

Top