ໃນຂອບເຂດ ວາລະກອງປະຊຸມໃຫຍ່ຜູ້ແທນ ພຸດທະສາສະໜາ ທົ່ວປະເທດ ຄັ້ງທີ X ແລະ ສະເຫຼີມສະຫຼອງ 45 ປີ ວັນສ້າງຕັ້ງ ອົງ ການພຸດທະສາສະໜາ ຫວຽດນາມ, ຄະນະວັດທະນະທຳ ສູນກາງ ແລະ ຄະນະພິທີກຳ ສູນກາງ ຂອງ ອົງການພຸດທະສາສະໜາ ຫວຽດນາມ ໄດ້ຈັດຕັ້ງ ພິທີລອຍກະທົງດອກບົວ ຢູ່ສະຖາບັນ ພຸດທະສາສະໜາ ຫວຽດນາມ, ຕາແສງ ບິ່ງເລີ້ຍ, ນະຄອນ ໂຮ່ຈີມິນ, ເພື່ອອະທິຖານ ໃຫ້ປະເທດຊາດ ມີສັນຕິພາບ, ປະຊາຊົນ ໄດ້ໃຊ້ຊີວິດ ໃນຄວາມຢູ່ເຢັນເປັນສຸກ.
ກ່າວຄຳເຫັນ ໃນພິທີ, ພະມະຫາອາຈານ ຖິກທໍ້ລາກ, ກຳມະການປະຈຳ ສະພາບໍລິຫານ, ຫົວໜ້າຄະນະວັດທະນະທຳ ສູນກາງ ອົງ ການພຸດທະສາສະໜາ ຫວຽດນາມ ໄດ້ຫວນຄືນເສັ້ນທາງ 45 ປີ ແຫ່ງການສ້າງຕັ້ງ ແລະ ພັດທະນາຂອງອົງການ. ເລີ່ມຈາກຂີດໝາຍປະຫວັດສາດ ປີ 1981, 9 ອົງການຈັດຕັ້ງ, ລະບົບນິກາຍ ພຸດທະສາສະໜາ ໄດ້ຮ່ວມກັນໂຮມຊຸມນຸມ, ເປັນເອກະພາບ ຢູ່ໃນຊາຍຄາລວມ ຂອງ ອົງການພຸດທະສາສະໜາ ຫວຽດນາມ. ໝາກຜົນດັ່ງກ່າວໄດ້ຮັບການເພີ່ມພູນຄູນສ້າງ ດ້ວຍຄວາມຕັ້ງໃຈ, ຄວາມອົດທົນ ແລະ ຈິດໃຈ ສາມັກຄີ, ປອງດອງ ຂອງ ພະເຖລະ ນຸເຖລະຫຼາຍລຸ້ນຄົນ.
ພະມະຫາອາຈານ ໄດ້ເນັ້ນໜັກວ່າ: “ທຽນແຕ່ລະເຫຼັ້ມ ແມ່ນ ຄຳສຳນຶກບຸນຄຸນ, ກະທົງ ດອກບົວ ແຕ່ລະດວງ ທີ່ຖືກຈູດຂຶ້ນ ແມ່ນ ຄວາມມຸ່ງມາດປາດຖະໜາ ທີ່ໄດ້ຮັບການສືບທອດ”. ຜ່ານນັ້ນ, ໂຄມໄຟ ແຕ່ລະດວງ ບໍ່ພຽງແຕ່ ຝາກຝັງຄວາມມຸ່ງມາດປາດຖະ ໜາ ຄວາມຜາສຸກ, ຍັງເຕືອນ ໃຫ້ບັນດາລຸ້ນ ພະສົງ-ສາມະເນນ, ພຸດທະສາສະນິກະຊົນ ເຄົາລົບນັບຖື ການປະກອບສ່ວນ ຂອງ ບັນ ດາຄູບາອາຈານລຸ້ນກ່ອນ, ສືບຕໍ່ປົກປັກຮັກສາ ແລະ ເສີມະຫຍາຍ ບັນດາຄຸນຄ່າ ອັນດີງາມ ທີ່ອົງການ ໄດ້ອອກແຮງເພີ່ມພູນຄູນສ້າງ.
ໃນ ພື້ນທີ່ ທີ່ມີຄວາມສັກສິດ ແລະ ສະຫງ່າງາມ, ກະທົງ ດອກບົວຫຼາຍພັນດວງ ໄດ້ຮັບການຈູດຂຶ້ນ ຕາມລຳດັບ, ສ້າງເປັນພາບ ທີ່ ເຫຼື້ອມລະຍິບລະຍັບ ຢູ່ໃນຂອບເຂດບໍລິເວນ ຂອງ ສະຖາບັນ. ພະ ສົງ-ສາມະເນນ, ພຸດທະສາສະນິກະຊົນ ຈຳນວນກວ່າ 4.000 ອົງ ແລະ ຝູງຊົນ ພ້ອມກັນ ຍົກກະທົງດອກບົວ ຢູ່ເທິງມື, ຕັ້ງຈິດ ອະຖິຖານ ເຖິງພະລັດຕະນະໄຕ, ຝາກຝັງ ຄຳອະທິຖານ ໃຫ້ແກ່ໂລກ ໄດ້ມີສັນຕິພາບ, ປະເທດຊາດ ມີຄວາມສະຫງົບສຸກ, ອົງການຈະ ເລີນຮຸ່ງເຮືອງ, ປະຊາຊົນ ມີຄວາມຜາສຸກ ດ້ວຍຄວາມເຄົາລົບນັບ ຖື. ບັນດາກະທົງ ດອກບົວ ໄດ້ຮັບການຈັດຮຽງ ເປັນຮູບແຜນທີ່ ຫວຽດນາມ, ສະແດງໃຫ້ເຫັນຄວາມຮັກປະເທດຊາດ, ບ້ານເກີດເມືອງນອນ ແລະ ຄວາມມຸ່ງມາດປາດຖະໜາ ໃຫ້ຊີວິດ ໄດ້ຢູ່ເຢັນເປັນສຸກ.
ຄືນລອຍກະທົງ ດອກບົວ ໄດ້ປິດລົງ, ແຕ່ແສງສະຫວ່າງ ຂອງ ຄວາມຮູ້ບຸນຄຸນ ແລະ ຄວາມຮັກແພງ ຍັງຄົງ ຝັງເລິກ. ຈາກ ບັນ ດາທຽນເຫຼັ້ມ ນ້ອຍໆ, ສານ ກ່ຽວກັບ ສັນຕິພາບ, ຄວາມເມດຕາ ແລະ ຈິດໃຈ ຮັບໃຊ້ ສືບຕໍ່ ໄດ້ຮັບການແຜ່ຂະຫຍາຍ, ດັ່ງຄຳອະທິ ຖານ ມຸ່ງໄປສູ່ ກອງປະຊຸມໃຫຍ່ ທີ່ໄດ້ຮັບຜົນສຳເລັດຢ່າງຈົບງາມ, ເປີດເສັ້ນທາງພັດທະນາໃໝ່ ຂອງອົງການພຸດທະສາສະໜາ ຫວຽດນາມ, ສືບຕໍ່ຕິດພັນ, ຄຽງບ່າຄຽງໄຫຼ່ ພ້ອມກັບ ປະເທດຊາດ.
ບົດ ແລະ ພາບ: ທົງຫາຍ/VNP