• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

“ຢໍ່ລົ້ວ” ຫວຽດນາມ

ບໍ່ພຽງແຕ່ເປັນ ລາຍການອາຫານ ທີ່ນິຍົມຮັບປະທານ ໃນ ຊຸມ ມື້ມີບຸນ ສິນກິນທານ, ໃນໂອກາດປີໃໝ່ ຫຼື ງານແຕ່ງ ດອງ ເທົ່ານັ້ນ, “ຢໍ່ ລົ້ວ” ຍັງເປັນອາຫານ ທີ່ນິຍົມ ໃນຄາບ ເຂົ້າ ປະຈຳວັນ ຂອງຄົນ ຫວຽດ ອີກດ້ວຍ. 
ເຖິງວ່າປະຊາຊົນ ຢູ່ສາມພາກຂອງ ຫວຽດນາມ ຈະມີລົດ ຊາດ ດ້ານອາຫານການກິນ ທີ່ແຕກຕ່າງກັນ, ແຕ່ກໍມີ ບັນດາ ລາຍການອາຫານລວມ ໃນຊຸມມື້ບຸນເຕັດ ເຊັ່ນ: ສົ້ມຜັກບົ່ວ, ສົ້ມຜັກຄູ້ ແລະ ພິເສດ ແມ່ນ “ຢໍ່ລົ້ວ”. “ຢໍ່ລົ້ວ” ເປັນລາຍ ການອາຫານທຳງ່າຍ ແລະ ກິນກໍງ່າຍ. “ຢໍ່ລົ້ວ” ຕັດເປັນ ປ່ຽງ, ກິນກັບສົ້ມຜັກບົ່ວ ສາມາດກາຍເປັນ ລາຍການອາຫານ ກິນແກ້ມກັບເຫຼົ້າ ຂອງ ຜູ້ຊາຍ, “ຢໍ່ລົ້ວ” ກໍເປັນ ລາຍການ ອາຫານກິນຫຼິ້ນຂອງຜູ້ຍິງ ທັງເປັນທີ່ນິຍົມມັກ ຂອງ ຊຸມເດັກນ້ອຍເປັນສ່ວນຫຼາຍ. 


“ຢໍ່ລົ້ວ” ເປັນລາຍການອາຫານທີ່ໄດ້ປຸງແຕ່ງຈາກ ຊີ້ນໝູ ຕຳ ໃຫ້ແຫຼກ ປະສົມກັບນຳ້ປາ, ຫໍ່ໃນໃບຕອງ ແລ້ວຕົ້ມໃຫ້ສຸກ. ເຖິງວ່າມີການປຸງແຕ່ງທີ່ງ່າຍ ແຕ່ນີ້ແມ່ນລາຍການອາຫານ ທີ່ສາມາດຈົ່ງໄວ້ຮັບປະທານໄດ້ສອງສາມມື້ ແຕ່ບໍ່ຄ່ອຍເນົ່າ, ໃຊ້ເປັນຂອງຕ້ອນ ສຳລັບໝູ່ເພື່ອນພີ່ນ້ອງ ຫຼື ແຂກຄົນທີ່ ມາຢາມ ໂດຍບໍ່ຕ້ອງແຕ່ງກິນ. ໃນຊຸມມື້ບຸນເຕັດ, ເມື່ອ ແຕ່ງກິນ ຮຽບຮ້ອຍ ແລ້ວ, ເຈົ້າຂອງເຮືອນຈຶ່ງເອົາ “ຢໍ່ລົ້ວ” ອອກມາຕັດເປັນປ່ຽງວາງໃສ່ຈານ. ນັ້ນກໍ ຖືວ່າ ພາເຂົ້າບຸນ ເຕັດ ສົມບູນແລ້ວ.

“ຢໍ່ລົ້ວ” ຖືວ່າແຊບ ເມື່ອມີສີຂາວບົວ ເລັກນ້ອຍ, ຢູ່ເທິງ ໜ້າ  “ຢໍ່ລົ້ວ” ມີຮູ, ບໍ່ແຂງແຫ້ງ ແຕ່ກໍບໍ່ອ່ອນເປື່ອຍ. ປ່ຽງ “ຢໍ່ລົ້ວ” ເມື່ອຮັບປະທານ ຈະຮູ້ສຶກເຖິງຄວາມແຊບ ເມື່ອກິນ ກັບເຫຼົ້າ ໃນລະດູປີໃໝ່.
ບົດ ແລະ ພາບ: ຫວູແຄ໋ງລອງ

ເຝີ ເຂົ້າກ້ອງ ພັນກຸ້ງ-ຊີ້ນ

ເຝີ ເຂົ້າກ້ອງ ພັນກຸ້ງ-ຊີ້ນ

ການຮັກສາຈິດວິນຍານ ຂອງ ລາຍການອາຫານເຝີ ພັນແບບດັ້ງ ເດີມ ແຕ່ໄດ້ນຳເອົາລົມຫາຍໃຈ ຂອງ ຍຸກສະໄໝ, ລາຍການອາຫານ ເຝີ ພັນກຸ້ງ-ຊີ້ນ ຢູ່ຮ້ານອາຫານ Senté (ຮ່າໂນ້ຍ) ແມ່ນຫຼັກຖານຢັ້ງ ຢືນເຖິງຄວາມຄິດສ້າງສັນ ທີ່ບໍ່ເຄີຍຢຸດຢັ້ງ ຂອງ ອາຫານ ຫວຽດ. ເຝີ ພັນ ແຕ່ລະອັນແມ່ນການ ປະສົມປະສານ ທີ່ລະອຽດອ່ອນ ລະຫວ່າງ ວັດຖຸດິບ ທີ່ດີ ຕໍ່ສຸຂະພາບ ແລະ ສິລະປະ ໃນການຈັດວາງ, ນຳມາ ເຊິ່ງ ປະສົບການ ທີ່ຄຸ້ນເຄີຍ ແລະ ໃໝ່ ໄປພ້ອມໆ ກັນ ໃຫ້ກັບລູກຄ້າ ທັງ ພາຍໃນ ແລະ ຕ່າງປະເທດ.

Top