• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມຸ່ງໄປເຖິງເປົ້າໝາຍສົ່ງອອກຜັກ, ໝາກໄມ້ໃຫ້ໄດ້ 10 ຕື້ USD

ໄລ່ຮອດວັນທີ 31 ທັນວາ 2025, ຍອດວົງເງິນສົ່ງອອກຜັກ, ໝາກໄມ້ຂອງ ຫວຽດນາມ ຄາດວ່າບັນລຸແຕ່ 8,2 – 8,6 ຕື້ USD
(ພາບປະກອບ: nhandan.vn)

ສະມາຄົມຜັກ, ໝາກໄມ້ ຫວຽດນາມ ໃຫ້ຮູ້ວ່າ ໄລ່ຮອດວັນທີ 31 ທັນວາ 2025, ຍອດວົງເງິນສົ່ງອອກຜັກ, ໝາກໄມ້ຂອງ ຫວຽດນາມ ຄາດວ່າບັນລຸແຕ່ 8,2 – 8,6 ຕື້ USD, ທຽບເທົ່າກັບລະດັບເຕີບໂຕເກືອບ 18% ເມື່ອທຽບໃສ່ປີ 2024. ໝາກຜົນນີ້ໄດ້ລື່ນກາຍການຄາດຄະເນໃນເບື້ອງຕົ້ນ, ສ່ອງແສງໃຫ້ເຫັນຢ່າງຈະແຈ້ງເຖິງທ່າເຕີບໂຕທີ່ເປັນປົກກະຕິ ແລະ ກຳລັງຄວາມສາມາດແກ່ງແຍ້ງທີ່ນັບມື້ນັບໄດ້ຮັບການຍົກສູງຂຶ້ນຂອງຜັກ, ໝາກໄມ້ ຫວຽດນາມ ໃນຕະຫຼາດສາກົນ. ໝາກຜົນດັ່ງກ່າວ ໄດ້ປະກອບສ່ວນຕັ້ງໜ້າເຂົ້າໃນຜົນງານລວມ ເມື່ອ ຫວຽດນາມ ສືບຕໍ່ນອນໃນກຸ່ມ 25 ປະເທດທີ່ມີວົງເງິນການສົ່ງ - ນຳເຂົ້າໃຫຍ່ທີ່ສຸດໃນໂລກ.

ຈາກພື້ນຖານນີ້, ສະມາຄົມຜັກ, ໝາກໄມ້ ຫວຽດນາມ ໃຫ້ຂໍ້ສັງເກດວ່າ ການສົ່ງອອກຜັກ, ໝາກໄມ້ປີ 2026 ອາດສາມາດບັນລຸລະດັບ 10 ຕື້ USD. ເພື່ອຫັນເປົ້າໝາຍດັ່ງກ່າວໃຫ້ປະກົດຜົນເປັນຈິງ, ສະມາຄົມໄດ້ກຳນົດສຸມໃສ່ຍົກສູງຄຸນນະພາບ ແລະ ຄວາມປອດໄພຂອງຜະລິດຕະພັນ, ຍູ້ແຮງການເຄື່ອນໄຫວສົ່ງເສີມການຄ້າ, ໂຄສະນາພາບພົດຂອງຜັກ, ໝາກໄມ້ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຕ້ອນຮັບຫຼາຍຄະນະແຂກທ່ອງທ່ຽວສາກົນໃນໂອກາດຕົ້ນປີໃໝ່

ຫວຽດນາມ ຕ້ອນຮັບຫຼາຍຄະນະແຂກທ່ອງທ່ຽວສາກົນໃນໂອກາດຕົ້ນປີໃໝ່

ຫຼາຍທ້ອງຖິ່ນໃນທົ່ວປະເທດໄດ້ຕ້ອນຮັບຄະນະນັກທ່ອງທ່ຽວສາກົນທຳອິດມາຢ້ຽມຢາມ ແລະ ຄົ້ນຫາສະຖານທີ່ຕ່າງໆຢູ່ ຫວຽດນາມ.

Top