• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີຫຼາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ທ້ອງ​ຖິ່ນ​ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ວິດ

ໃນຂອບເຂດການປະຕິບັດງານຢູ່ປະເທດ ອີຕາລີ ແລະ ສະວິດ, ຄະນະປະຕິບັດງານບັນດາແຂວງ ແຄັງຮວ່າ ໂດຍທ່ານ ຫງວຽນຄັກຕວ່ານ, ປະທານຄະນະກໍາມະການປະຊາຊົນແຂວງເປັນຫົວໜ້າຄະນະ, ໄດ້ເຮັດວຽກກັບອົງການເວທີປາໄສເສດຖະກິດ ສະວິດ - ຫວຽດນາມ (SVEF) ຢູ່ນະຄອນ Zurich ສະວິດ.
ບັນຍາກາດການໂອ້ລົມ (ພາບ: TTXVN)

ທີ່ການເຮັດວຽກ, ທ່ານ ປອ. Philipp Rösler  ປະທານ SVEF  ໃຫ້ຮູ້ວ່າ ຫວຽດນາມ ພວມຢືນຢູ່ຕໍ່ໜ້າບັນດາກາລະໂອກາດໃຫຍ່ໃນບັນດາຂົງເຂດທີ່ມີກຳລັງບົ່ມຊ້ອນ, ອາດຈະສ້າງກຳລັງຜັກດັນໃໝ່ຊຸກຍູ້ບັນດາວິສາຫະກິດຂອງສອງຝ່າຍວ້າງຕັ້ງ ແລະ ກາຍເປັນຄູ່ຮ່ວມມືໃນບັນດາຂົງເຂດຫຼັກແຫຼ່ງ. ພ້ອມທັງໃຫ້ຂໍ້ສັງເກດວ່າ ການເຮັດວຽກຄັ້ງນີ້, ກໍຄືການເຄື່ອນໄຫວຕ່າງໆທີ່ຈະເກີດຂຶ້ນຢູ່ ດ່າໜັງ ນັ້ນ, ຈະຊ່ວຍຊຸກຍູ້ການພົວພັນດ້ານເສດຖະກິດລະຫວ່າງ ຫວຽດນາມ ກັບ ສະວິດ ຫຼາຍກວ່າອີກ, ໃນນັ້ນ ວິສາຫະກິດຫຼາຍແຫ່ງຂອງ ສະວິດ ມີຄວາມສົນໃຈເຖິງບັນດາທ້ອງຖິ່ນທີ່ມີກຳລັງບົ່ມຊ້ອນຄືແຂວງ ແຄັງຮວ່າ.

ສ່ວນທ່ານ ຫງວຽນຄັກຕວ່ານ, ປະທານຄະນະກໍາມະການປະຊາຊົນແຂວງ ແຄັງຮວ່າ, ສະເໜີໃຫ້ SVEF ເຊື່ອມຕໍ່ບັນດາວິສາຫະກິດ ສະວິດ ໄປສຳຫຼວດ ແລະ ຊອກຫາໂອກາດຮ່ວມມືສອງຝ່າຍຢູ່ແຄັງຮວ່າ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ເຂົ້າ​ຮ່ວມ​ເທດ​ສະ​ການວັດ​ທະ​ນະ​ທຳ ແລະ ອາ​ຫານ​ການ​ກິນ ອາ​ຊຽນ 2025 ຢູ່ ອິນ​ເດຍ

ຫວຽດ​ນາມ ເຂົ້າ​ຮ່ວມ​ເທດ​ສະ​ການວັດ​ທະ​ນະ​ທຳ ແລະ ອາ​ຫານ​ການ​ກິນ ອາ​ຊຽນ 2025 ຢູ່ ອິນ​ເດຍ

ຕອນບ່າຍວັນທີ 11 ຕຸລາ, ເທດສະການວັດທະນະທຳ ແລະ ອາຫານການກິນ ອາຊຽນ 2025 (ASEAN Bazaar 2025) ໄດ້ດຳເນີນຢູ່ນະຄອນຫຼວງ New Delhi ຂອງ ອິນເດຍ.

Top