• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຟີລິບປິນ ຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ດ້ວຍການຍິງປືນໃຫຍ່ 21 ນັດຕ້ອນຮັບ

ທ່ານປະທານາທິບໍດີ ຟີລິບປິນ Ferdinand Romualdez Marcos Jr. ໄດ້ເຊີນທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຂຶ້ນເວທີກຽດຕິຍົດ, ໃຕ້ທຸງຊາດຂອງ 2 ປະເທດປະໃນທ່າມກາງການບັນເລັງເພງຊາດ ຫວຽດນາມ - ຟີລິບປິນ ພ້ອມກັບການຍິ່ງປືນໃຫຍ່ 21 ນັດ.
  (ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ​້້ຍ່າງກວດ​ກອງ​ກຽດ​ຕິ​ຍົດ​ ຟີ​ລິບ​ປິນ)  

ຕອ​ນ​ເຊົ້າ​ວັນ​ທີ 01 ​ມິ​ຖຸ​ນາ, ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ທີ່​ນະ​ຄອນ​ຫຼວງ ມາ​ລີ​ນາ, ທ່ານ Ferdinand Romualdez Marcos Jr. ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິ​ບ​ປິນ ແລະ ພັນ​ລະ​ຍາ ໄດ້​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາ​ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ພ້ອມ​ກັບ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນຂັ້ນ​ສູງ ຫວຽດ​ນາມ ຢ່າງ​ສົມ​ກຽດ, ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຟິ​ລິບ​ປິນ.

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ Ferdinand Romualdez Marcos Jr. ໄດ້​ເຊີນ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຂຶ້ນ​ເວ​ທີກຽດຕິຍົດ, ໃຕ້​ທຸງ​ຊາດ​ຂອງ 2 ປະ​ເທດໃນທ່າມກາງການບັນເລັງເພ​ງ​ຊາດ ຫວຽດ​ນາມ - ຟ​ີ​ລິບ​ປິນ ພ້ອ​ມ​ກັບ​ການ​ຍິ່ງ​ປືນ​ໃຫຍ່ 21 ນັດ.

ຕໍ່​ຈາກນັ້ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ​້້ຍ່າງກວດ​ກອງ​ກຽດ​ຕິ​ຍົດ​ ຟີ​ລິບ​ປິນ. ສິ້ນ​ສຸດ​ພິ​ທີ​ຕ້ອນ​ຮັບ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຟິ​ລິບ​ປິນ Ferdinand Romualdez Marcos Jr. ໄດ້​​ສະ​ເໜີຄະ​ນະສະ​ມາ​ຊິກ​ຂັ້ນ​ສູງ​ຂອງ 2 ປະ​ເທດ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງ​ການ​ຮ່ວ​ມ​ກ່ຽວ​ກັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ເພີ່ມ​ທະ​ວີ ລະ​ຫວ່າງ​ສ.ຟີ​ລິບ​ປິນ ແລະ ສ​ສ.ຫວຽດ​ນາມ

ຖະ​ແຫຼງ​ການ​ຮ່ວ​ມ​ກ່ຽວ​ກັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ເພີ່ມ​ທະ​ວີ ລະ​ຫວ່າງ​ສ.ຟີ​ລິບ​ປິນ ແລະ ສ​ສ.ຫວຽດ​ນາມ

ຖະ​ແຫຼງ​ການ​ຢັ້ງ​ຢືນ​ບົນ​ພື້ນ​ຖານ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເພີ່ມ​ທະ​ວີ ຫວຽດ​ນາມ - ຟີ​ລິບ​ປິນ, ການ​ນຳ​ສອ​ງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຜັນ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ເຈ​ລະ​ຈາ ແລະ ການ​ຮ່ວ​ມ​ມື​ສອງ​ຝ່າຍທີ່​ໄດ້​ເຫັນ​ເປັນ​ລະ​ບອບ​ລະ​ບຽບ​ການ​ໃນ​ທຸກ​ຂັ້ນ​ຢ່າງ​ເປັນ​ປະ​ຈຳ

Top