ໂດຍແມ່ນຕາແສງຊາຍແດນ, ມີທັງໝົດ 55 ບ້ານ ດ້ວຍຈຳນວນຜູ້ມີສິດເລືອກຕັ້ງກວ່າ 18.000 ຄົນ, ຕາແສງ ບາດຊາດ ໄດ້ສຸມໃສ່ຍູ້ແຮງວຽກງານໂຄສະນາກ່ຽວກັບການເລືອກຕັ້ງດ້ວຍຫຼາຍຮູບແບບ. ຜ່ານນັ້ນ, ໄດ້ຊ່ວຍໃຫ້ຜູ້ມີສິດເລືອກຕັ້ງເຫັນແຈ້ງຄວາມໝາຍ, ຄວາມສຳຄັນ, ສິດ ແລະ ພັນທະຂອງພົນລະເມືອງ, ສະຖານທີ່ກໍຄືເວລາປ່ອນບັດ.
ປະຊາຊົນຕາແສງບາດຊາດ ພວມຕິດຕາມຂໍ້ມູນຂ່າວກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຢູ່ຫໍວັດທະນະທຳ (ພາບ: baolaocai.vn)
ປະຊາຊົນເຂົ້າຮ່ວມກອງປະຊຸມຢ່າງກະຕືລືລົ້ນ ເພື່ອເຕົ້າໂຮມຄວາມຄິດຄວາມເຫັນ ແລະ ຄວາມໄວ້ວາງໃຈຕໍ່ຜູ້ສະໝັກຮັບເລືອກຕັ້ງ ສະພາປະຊາຊົນທຸກຂັ້ນໄລຍະ 2026-2031 ຢູ່ເຂດທີ່ຢູ່ອາໄສຂອງຕົນ. (ພາບ: baolaocai.vn)
ໂດຍເຈືອຈານກັບບັນຍາກາດໃນທົ່ວປະເທດ, ໃນຊຸມວັນນີ້, ພໍ່ແມ່ປະຊາຊົນເຂດຊາຍແດນ ລາວກາຍ ພວມມຸ່ງໄປເຖິງວັນບຸນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031. ອຳນາດການປົກຄອງທຸກຂັ້ນໃນແຂວງ, ໃນນັ້ນ ມີຕາແສງ ບາດຊາດ, ພວມມານະພະຍາຍາມເພື່ອຮັບປະກັນວຽກງານເລືອກຕັ້ງ ໄດ້ຮັບການຜັນຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງເຖິງຜູ້ມີສິດເລືອກຕັ້ງແຕ່ລະຄົນ. ລຸງ ຫຼໍ່ອາຫັ່ນ, ຜູ້ມີອິດທິພົນຊື່ສຽງຢູ່ບ້ານ ຕ່າຫງາວ, ຕາແສງ ບາດຊາດ ໃຫ້ຮູ້ວ່າ:
ປະຊາຊົນຕາແສງບາດຊາດ ພວມຕິດຕາມຂໍ້ມູນຂ່າວກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຢູ່ຫໍວັດທະນະທຳ (ພາບ: baolaocai.vn)
ລຸງ ຫຼໍ່ອາຫັ່ນ, ຜູ້ມີອິດທິພົນຊື່ສຽງຢູ່ບ້ານ ຕ່າຫງາວ, ຕາແສງ ບາດຊາດ (ພາບ: baolaocai.vn)
“ພວກລູກຫຼານຂອງຂ້າພະເຈົ້າ ພາຍຫຼັງບຸນປີໃໝ່ກໍຢາກໄປເຮັດວຽກຢູ່ໄກ, ແຕ່ຂ້າພະເຈົ້າກໍໄດ້ອະທິບາຍໃຫ້ເຂົາເຈົ້າເຂົ້າຮ່ວມການປ່ອນບັດເລືອກຕັ້ງແລ້ວຈຶ່ງໄປເຮັດວຽກ. ໃນຊຸມວັນປ່ອນບັດນັ້ນ ເຮົາຕ້ອງເຮັດລ້ອນໜ້າທີ່ຄວາມຮັບຜິດຊອບຂອງພົນລະເມືອງຜູ້ໜຶ່ງສາກ່ອນ.”
ປະຊາຊົນເຂົ້າຮ່ວມກອງປະຊຸມຢ່າງກະຕືລືລົ້ນ ເພື່ອເຕົ້າໂຮມຄວາມຄິດຄວາມເຫັນ ແລະ ຄວາມໄວ້ວາງໃຈຕໍ່ຜູ້ສະໝັກຮັບເລືອກຕັ້ງ ສະພາປະຊາຊົນທຸກຂັ້ນໄລຍະ 2026-2031 ຢູ່ເຂດທີ່ຢູ່ອາໄສຂອງຕົນ. (ພາບ: baolaocai.vn)
ໂດຍແມ່ນຕາແສງຊາຍແດນ, ມີທັງໝົດ 55 ບ້ານ ດ້ວຍຈຳນວນຜູ້ມີສິດເລືອກຕັ້ງກວ່າ 18.000 ຄົນ, ຕາແສງ ບາດຊາດ ໄດ້ສຸມໃສ່ຍູ້ແຮງວຽກງານໂຄສະນາກ່ຽວກັບການເລືອກຕັ້ງດ້ວຍຫຼາຍຮູບແບບຄື: ຜ່ານລະບົບໂທລະໂຄງຢູ່ຮາກຖານ ແລະ ບັນດາກຸ່ມສື່ສານຜ່ານແອັບ zalo, ສື່ສັງຄົມອອນໄລ. ຜ່ານນັ້ນ, ໄດ້ຊ່ວຍໃຫ້ຜູ້ມີສິດເລືອກຕັ້ງເຫັນແຈ້ງຄວາມໝາຍ, ຄວາມສຳຄັນ, ສິດ ແລະ ພັນທະຂອງພົນລະເມືອງ, ສະຖານທີ່ກໍຄືເວລາປ່ອນບັດ.
(ແຫຼ່ງຄັດຈາກ VOV)