• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ໄຕ​ງວຽນ - ຕອນ​ໃຕ້​ພາກ​ກາງ ຝາກ​ຝັງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ

ນັບແຕ່ພະນັກງານອາວຸໂສ, ປັນຍາຊົນ, ວິສາຫະກິດຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍຢູ່ຕອນໃຕ້ພາກກາງ ແລະ ໄຕງວຽນ… ລ້ວນແຕ່ມີຄວາມໄວ້ເນື້ອເຊື່ອໃຈຕໍ່ການນຳພາຂອງພັກ ແລະ ລໍຄອຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ທີ່ພວມດຳເນີນຢູ່ຮ່າໂນ້ຍ ຈະວາງອອກບັນດານະໂຍບາຍຊີ້ຂາດ, ເປີດໄລຍະພັດທະນາໃໝ່ຂອງປະເທດ.
  ພະນັກງານ, ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນຄົນຢູ່ໄຕງວຽນ ແລະ ຕອນໃຕ້ພາກກາງຝາກຝັງຄວາມໄວ້ເນື້ອເຊື່ອໃຈຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ (ພາບ: VOV)  

ປ້າ ເຮີໜິງ ມີໂລ, ຊາວເຜົ່າເອເດ, ຢູ່ບ້ານເມີງຳ, ຕາແສງ ເມີດຣັກ, ແຂວງ ດັກລັກ ແບ່ງປັນວ່າ ຍ້ອນມີພັກ ແລະ ລັດ, ພໍ່ແມ່ປະຊາຊົນບໍ່ພຽງແຕ່ຫຼຸດພົ້ນອອກຈາກຄວາມທຸກຍາກເທົ່ານັ້ນ, ຫາກຍັງມີເງື່ອນໄຂຮັກສາ, ເສີມຂະຫຍາຍສີສັນວັດທະນະທຳອີກດ້ວຍ.

ຍ້ອນມີແຜນນະໂຍບາຍ, ແນວທາງອັນຖືກຕ້ອງຂອງພັກ, ໃນຊຸມປີຜ່ານມາ, ເສດຖະກິດໄດ້ຮັບການພັດທະນາ, ຊີວິດການເປັນຢູ່ດີຂຶ້ນ, ວັດທະນະທຳທີ່ເປັນມູນເຊື້ອກໍ່ໄດ້ຮັກສາໄວ້. ພໍ່ແມ່ປະຊາຊົນປາດຖະໜາຢາກ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ຈະສືບຕໍ່ມີບັນດານະໂຍບາຍຊີ້ຂາດກ່ຽວກັບການພັດທະນາການທ່ອງທ່ຽວເຂດຊຸມຊົນ, ຕິດພັນກັບການອະນຸລັກຮັກສາວັດທະນະທຳ.

ພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາແຂວງ ໄທງວຽນ - ຕອນໃຕ້ພາກກາງ ມີຄວາມມຸ່ງຫວັງ ແລະ ປາດຖະໜາວ່າກອງປະຊຸມໃຫຍ່ສືບຕໍ່ປັບປຸງນະໂຍບາຍຊົນເຜົ່າຕາມມທິດເສີມຂະຫຍາຍກຳລັງພາຍໃນ, ຖືປະຊາຊົນເປັນເຈົ້າຂອງວິວັດການພັດທະນາ, ຈາກການພັດທະນາການທ່ອງທ່ຽວຕະຫຼອດຮອດການເພີ່ມທະວີການລົງທຶນ, ຮັບປະກັນ ລ້ຽງຊີບ. ຢູ່ຕາແສງ ເອອາ ເກີເນກ, ເຂດປູກຝັງສະເພາະ ໝາກຖົ່ວລຽນຂອງດັກລັກ, ມີຊາວກະສິກອນຫຼາຍຄົນໄດ້ບືນຕົວຂຶ້ນສ້າງຄວາມຮັ່ງມີ, ຍິ່ງໄປກ່ວານັ້ນ ກາຍເປັນ “ເສດຖີກະສິກອນ” ຍ້ອນປ່ຽນແປງຈິນຕະນາການ, ວິທີການເຮັດວຽກ, ພ້ອມກັບບັນດານະໂຍບາຍຊີຂາດຂອງ ພັກ, ລັດ ໃນການຊ່ວຍເຫຼືອພໍ່ແມ່ປະຊາຊົນໝູນໃຊ້ການຫັນເປັນດີຈີຕອນ, ເປີດກວ້າງຕະຫຼາດສົ່ງອອກໝາກຖົ່ວລຽນ.

ທ່ານນາງ ຫງວຽນທິເກິມລວານ, ຮອງປະທານຜູ້ປະຈຳການແນວໂຮມປະເທດຊາດ ຫວຽດນາມ ຕາແສງ ເອອາ ເກີເນກ ແຂວງດັກລັກ ແບ່ງປັນວ່າ:

ຂອບໃຈພັກ, ລັດ ທີ່ໄດ້ມີນະໂຍບາຍຂີ້ຊາດ ແລະ ກຳນົດທິດທາງເພື່ອໃຫ້ຊາວກະສິກອນພວກຂ້າພະເຈົ້າ ມີການດຳລົງຊີວິດໃນລະດັບສຳກາງພໍສົມຄວນ ປັດຈຸບັນອາດສາມາດກາຍເປັນເສດຖີເງິນຕຶ້.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ສືບ​ຕໍ່​ຢຶດ​ໝັ້ນ​ກັບ​ແນວ​ທາງ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ຫັນ​ການ​ພົວ​ພັນ​ສາ​ກົນ​ເປັນຫຼາຍ​ຝ່າຍ, ຫຼາຍ​ຮູບຫຼາຍ​ແບບ

ຫວຽດ​ນາມ ສືບ​ຕໍ່​ຢຶດ​ໝັ້ນ​ກັບ​ແນວ​ທາງ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ຫັນ​ການ​ພົວ​ພັນ​ສາ​ກົນ​ເປັນຫຼາຍ​ຝ່າຍ, ຫຼາຍ​ຮູບຫຼາຍ​ແບບ

ທ່ານນາງ ເລທິທູຮັ່ງ ປາດຖະໜາວ່າບັນດາເອກອັກຄະລັດຖະທູດ ສືບຕໍ່ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່, ຊຸກຍູ້ການຜັນຂະຫຍາຍບັນດາຈຸດສຸມໃນການຮ່ວມມືເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ການຮ່ວມມືດ້ານເສດຖະກິດເລິກເຊິ່ງກ່ວາອີກ, ເປີດກວ້າງການຮ່ວມມືໃນບັນດາຂົງເຂດໃໝ່.

Top