ເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 51 ປີ (ວັນທີ 30 ເມສາ 1975 – 30 ເມສາ 2026), ຕອນເຊົ້າວັນທີ 29 ເມສາ, ພາຍໃຕ້ເສົາທຸງຂອງປະເທດຊາດ, ຢູ່ເຂດປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດ ສອງຟາກແມ່ນ້ຳ ຮ່ຽນເລືອງ - ເບັນຫາຍ (ແຂວງ ກວາງຈິ) ໄດ້ດຳເນີນພິທີເອົາທຸງຂຶ້ນເສົາ “ທ້ອນໂຮມປະເທດຊາດເປັນເອກະພາບ” ປີ 2026.
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ເຂົ້າຮ່ວມພິທີປ່ອຍນົກກາງແກຢູ່ເທິງຂົວ ຮ່ຽນເລືອງ (ພາບ: VOV)
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ເຂົ້າຮ່ວມພິທີ, ປະຕິບັດພິທີປ່ອຍນົກກາງແກຢູ່ເທິງຂົວ ຮ່ຽນເລືອງ ສະຖານທີ່ປະຫວັດສາດ, ພົບປະກັບບັນດາອະດີດພະນັກງານຕຳຫຼວດປະກອບອາວຸດປ້ອງກັນເສັ້ນຂັ້ນແດນ ແລະ ບັນດາຫຼານນ້ອຍນັກຮຽນ.
ພິທີເອົາທຸງຂຶ້ນເສົາ “ທ້ອນໂຮມປະເທດຊາດເປັນເອກະພາບ” ແມ່ນໂອກາດທີ່ສັກກາລະບູຊາເພື່ອຫວນຄືນໄລຍະປະຫວັດສາດທີ່ສະຫງ່າອົງອາດຂອງຊາດ, ພ້ອມທັງເຊີດຊູບັນດາວິລະກຳອຳມະຕະ, ສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ການເສຍສະຫຼະອັນຍິ່ງໃຫຍ່ຂອງຄົນລຸ້ນພໍ່ລຸ້ນອ້າຍເພື່ອເອກະລາດ, ເສລີພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ. ຮ່ຽນເລືອງ - ເບັນຫາຍ ແມ່ນສັນຍາລັກອັນສັກສິດທີ່ສຸດຂອງເຈດຈຳນົງທ້ອນໂຮມປະເທດຊາດ, ຄວາມຄາດຫວັງສັນຕິພາບ ແລະ ຄວາມເຊື່ອໝັ້ນທີ່ເປັນຈິດໜຶ່ງໃຈດຽວກັນໃນວັນສອງພາກ ເໜືອ - ໃຕ້ ໄດ້ທ້ອນໂຮມປະກັນເປັນເອກະພາບຕະຫຼອດໄປ.
(ແຫຼ່ງຄັດຈາກ VOV)