ໃນສັງກາດພັດທະນາໃໝ່ຂອງປະເທດຊາດ, ກວາງນິງ ສວມບົດບາດສຳຄັນພິເສດ ແມ່ນບໍລິເວນຍຸດທະສາດດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ
ທ່ານເລຂາທິການໃຫຍ່ ປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VNA)
ກວາງນິງ ຕ້ອງກາຍເປັນແຫ່ງທີ່ໜ້າຢູ່, ໜ້າມາຢ້ຽມຢາມ, ໜ້າມາລົງທຶນ ແລະ ມີຄວາມເອກອ້າງມະນົງໃຈ. ນັ້ນແມ່ນຄຳຢືນຢັນຂອງ ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໃນພິທີປະກາດມະຕິຕົກລົງຂອງສະພາແຫ່ງຊາດ ກ່ຽວກັບການສ້າງຕັ້ງນະຄອນ ກວາງນິງ ແລະ ຕ້ອນຮັບຫຼຽນໄຊແຮງງານຊັ້ນ 1 ຈັດຂຶ້ນໃນຕອນເຊົ້າວັນທີ 18 ສິງຫາຢູ່ ກວາງນິງ.
ເມື່ອມອບມະຕິຕົກລົງຂອງສະພາແຫ່ງຊາດ ກ່ຽວກັບການສ້າງຕັ້ງນະຄອນ ກວາງນິງ ແລະ ມອບຫຼຽນໄຊແຮງງານຊັ້ນ 1 ໃຫ້ແກ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປຊຊ ນະຄອນ, ທ່ານເລຂາທິການໃຫຍ່ ປະທານປະເທດ ໂຕເລິມ ຊີ້ແຈ້ງວ່າ: ໃນສັງກາດພັດທະນາໃໝ່ຂອງປະເທດຊາດ, ກວາງນິງ ສວມບົດບາດສຳຄັນພິເສດ ແມ່ນບໍລິເວນຍຸດທະສາດດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ:
ເລື່ອງສ້າງຕັ້ງນະຄອນ ກວາງນິງ ບໍ່ພຽງແຕ່ແມ່ນການປ່ຽນຊື່ເອີ້ນ ຫຼືຮູບແບບການຈັດຕັ້ງເທົ່ານັ້ນ, ສິ່ງທີ່ສຳຄັນກ່ວາ ນັ້ນແມ່ນສ້າງບາດກ້າວຫັນປ່ຽນດ້ານຄຸນນະພາບອີກດ້ວຍ. ການຄຸ້ມຄອງຕ້ອງທັນສະໄໝກ່ວາ, ເສດຖະກິດມີສີຂຽວກ່ວາ, ພື້ນຖານໂຄງລ່າງຕ້ອງຄົບຊຸດກ່ວາ. ວັດທະນະທຳໄດ້ເຊີດຊູກ່ວາ ແລະ ຊີວິດການເປັນຢູ່ຂອງ ປຊຊ ຕ້ອງດີງາມກ່ວາ. ວິໄສທັດຂອງ ກວາງນິງ ຕ້ອງຈະແຈ້ງ: ສ້າງນະຄອນທັນສະໄໝ, ສີຂຽວ, ອັດສະລີຍະ, ເຕັມໄປດ້ວຍສີສັນ, ແມ່ນຂົ້ວເຕີບໂຕທີ່ຂະຫຍັນຂັນເຄື່ອນທາງພາກເໜືອ ຫວຽດນາມ; ແມ່ນສູນເສດຖະກິດທະເລ, ການທ່ອງທ່ຽວ, ການບໍລໍການ ແລະ ອຸດສາຫະກຳເຕັກໂນໂລຊີສູງ, ບໍລິເວນສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ເຊື່ອມໂຍງ; ແມ່ນແຫ່ງໜ້າຢູ່, ໜ້າມາຢ້ຽມຢາມ, ໜ້າມາລົງທຶນ ແລະ ມີຄວາມເອກອ້າງມະນົງໃຈ.
(ແຫຼ່ງຄັດຈາກ VOV)