• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີເລມິນຮຶງ ຕ້ອນຮັບເອກອັກຄະລັດຖະທູດ ແລະ ອຸປະທູດບັນດາ ປະເທດ ອາຊຽນ

ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ຫວຽດນາມ ມີຄວາມຫວັງຢາກ​ເຮັດໃຫ້ການຄ້າ ແລະ ການລົງທຶນພາຍໃນກຸ່ມເລິກເຊິ່ງກວ່າເກົ່າ; ຍູ້ແຮງເສດຖະກິດດິຈິຕອນ, ວິທະຍາສາດເຕັກໂນໂລຊີ, ນະ​ວັດ​ຕະກຳ
  ທ່ານນາຍົກລັດຖະມົນຕີເລມິນຮຶງ ຕ້ອນຮັບເອກອັກຄະລັດຖະທູດ ແລະ ອຸປະທູດບັນດາ ປະເທດ ອາຊຽນ (ພາບ: VNA)  

ຕອນບ່າຍວັນທີ 27 ສິງ​ຫາ, ຢູ່ທີ່ສຳ​ນັກ​ງານລັດຖະບານ, ທ່ານ ເລມິນຮຶງ ນາຍົກລັດຖະມົນຕີ ຫວຽດ​ນາມ ໄດ້ຕ້ອນຮັບເອກອັກຄະລັດຖະທູດ ແລະ ອຸ​ປະ​ທູດບັນດາປະເທດ ອາຊຽນ ປະຈໍາ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ໄດ້ຕີ​ລາ​ຄາ​ສູງຕໍ່ບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງ ບັນດາເອກອັກຄະລັດຖະທູດ, ອຸ​ປະ​ທູດ ແລະ ບັນດາສະຖານທູດໃນການພັດທະນາສາຍພົວພັນ ລະຫວ່າງ ຫວຽດນາມ ກັບ ບັນດາປະເທດ ອາຊຽນ; ຢັ້ງຢືນວ່າ ຫວຽດນາມ ສືບຕໍ່ໃຫ້ບຸລິມະສິດສາຍພົວພັນກັບບັນດາປະເທດເພື່ອນບ້ານ, ພ​າກ​ພື້ນ ກໍຄືຖືເປັນສໍາຄັນ ຕໍ່ບົດບາດ ແລະ ທີ່ຕັ້ງຂອງ ອາຊຽນ ໃນການຜັນຂະຫຍາຍນະໂຍບາຍການຕ່າງປະເທດ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ຫວຽດນາມ ມີຄວາມຫວັງຢາກ​ເຮັດໃຫ້ການຄ້າ ແລະ ການລົງທຶນພາຍໃນກຸ່ມເລິກເຊິ່ງກວ່າເກົ່າ; ຍູ້ແຮງເສດຖະກິດດິຈິຕອນ, ວິທະຍາສາດເຕັກໂນໂລຊີ, ນະ​ວັດ​ຕະກຳ; ເພີ່ມທະວີການເຊື່ອມຕໍ່ພື້ນຖານໂຄງຮ່າງ, ພະລັງງານ ແລະ ການພົບປະແລກປ່ຽນ ປະຊາຊົນ, ຮັບປະກັນສະມາຄົມ ອາຊຽນ ພັດທະນາຢ່າງກວມລວມ, ຍືນຍົງ ແລະ ຖືປະຊາຊົນ ເປັນໃຈກາງ.

ໂດຍ​ຕາມ​ໜ້າບັນດາເອກອັກຄະລາຊະທູດ ແລະ ອຸ​ປະ​ທູດບັນດາປະເທດ ອາຊຽນ ປະຈໍາ ຫວຽດນາມ, ທ່ານ Francisco Noel R. Fernandez III ເອກອັກຄະລັດຖະທູດ ຟິລິບປິນ ໄດ້​ຕີ​ລາ​ຄາສູງບົດບາດຂອງ ຫວຽດນາມ ໃນການຊຸກຍູ້ສັນຕິພາບ, ຄວາມເປັນປົກກະຕິ ແລະ ຄວາມວັດທະນາຖາວອນໃນພາກ​ພື້ນ, ຊົມເຊີຍຜົນສໍາເລັດຂອງ ເວທີອະນາຄົດ ອາຊຽນ 2026 ແລະ ໃຫ້ຄໍາໝັ້ນສັນຍາຈະສືບຕໍ່ສະໜັບສະໜູນບັນດາຂໍ້ລິເລີ່ມຂອງ ຫວຽດນາມ. ບັນດາປະເທດ ອາຊຽນ ກໍມີຄວາມປາດຖະໜາຢາກເພີ່ມທະວີການຄ້າ, ການລົງທຶນ ແລະ ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການພັດທະນາເສດຖະກິດ-ສັງຄົມ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.

(ແຫຼ່ງຄັດຈາກ VOV)

ການນຳ ພັກ, ລັດ ເຂົ້າສຸ​ສານໄຫວ້ອາໄລ ປະທານ ໂຮ່ຈີມິນ

ການນຳ ພັກ, ລັດ ເຂົ້າສຸ​ສານໄຫວ້ອາໄລ ປະທານ ໂຮ່ຈີມິນ

ຕໍ່ໜ້າດວງວິນຍານ ປະທານ ໂຮ່ຈີມິນ, ບັນດາຜູ້ແທນ ໄດ້ສະແດງຄວາມຮູ້ບຸນຄຸນ, ຄວາມເຄົາລົບລະນຶກເຖິງຄຸນງາມຄວາມດີຢ່າງໃຫຍ່ຫຼວງຂອງເພິ່ນທີ່ມີຕໍ່ກັບພາລະກິດແຫ່ງ​ການປະຕິວັດຂອງ ພັກ ແລະ ຊາດຫວຽດນາມ.

Top