• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີສະເຫຼີມສະຫຼອງ 50 ປີແຫ່ງນະຄອນ ໄຊງ່ອນ - ຢາດິ້ງ ໃສ່ຊື່ປະທານ ໂຮ່ຈີມິນ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຢັ້ງຢືນຄວາມໝາຍປະຫວັດສາດຂອງເລື່ອງນະຄອນ ໄຊງ່ອນ - ຢາດິ້ງ ໃສ່ຊື່ປະທານ ໂຮ່ຈີມິນ 50 ປີກ່ອນ
  ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ (ພາບ: VNA)  

ຕອນ​ເຊົ້າ​ວັນ​ທີ 02 ກໍ​ລະ​ກົດ, ຢູ່​ນະ​ຄອນ ໂຮ່​ຈີ​ມິນ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ພ້​ອມ​ກັບ​ບັນ​ດາ​ການ​ນຳ​ພັກ, ລັດ, ອະ​ດີ​ດການ​ນຳ​ພັກ, ລັດ, ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງວັນ​ນະ​ຄອນ ໄຊ່​ງ່ອນ - ຢາ​ດິ້ງ ໃ​ສ່​ຊື່​ປະ​ທານ ໂຮ່​ຈີ​ມິນ (02 ກໍ​ລ​ະ​ກົດ 1976 – 02 ກໍ​ລະ​ກົດ 2026).

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ​ໄດ້ຢັ້ງຢືນ​​ຄວາ​ມໝາຍ​ປະຫ​ວັດ​ສາດ​ຂອງ​ເລື່ອງ​ນະ​ຄອນ ໄຊ​ງ່ອນ - ຢາ​ດິ້ງ ໃສ່​ຊື່​ປະ​ທານ ໂຮ່​ຈີ​ມິນ 50 ປີ​ກ່ອນ; ຕີ​ລ​າ​ຄາ​ສູງ​ຜົນ​ງານ 50 ປີ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ນະ​ຄອນ ໂຮ່​ຈີ​ມິນ, ພ້​ອມ​ກັນ​ນັ້ນ​ກໍ່​ເນັ້​ນ​ໜັກ​ເຖິງ​ບັນ​ດາ​ການ​ກຳ​ນົດ​ທິດ​ພັດ​ທະ​ນາ​ໃນ​ໄລ​ຍະ​ໃໝ່.

“ຫວນ​ຄືນ 50 ປີ, ບໍ່​​ອາດ​ເພ​ິ່ງ​ພໍ​ໃຈ​ຕໍ່​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້ ຫາກ​ເພື່ອ​ສື​ບ​ຕໍ່​ກ້າວ​ຂຶ້ນ​ຢ່າງ​ແຂງ​ແຮງກວ່າ​ໃນ​ໄລ​ຍະ​ໃໝ່. ນະ​ຄອນ ໂຮ່​ຈີ​ມິນ ໃໝ່​ໄດ້​ເຕົ້າ​ໂຮມ​ບັນ​ດາ​ທ່າ​ແຮງ​ສຳ​ຄັນ, ແມ່ນ​ສູນ​ກາງ​ຕົວ​ເມືອງ​ການ​ເງິນ​, ການ​ຄ້າ, ການ​ບໍ​ລິ​ການ, ເຂດ​ອຸດ​ສາ​ຫະ​ກຳ​ເຕັກ​ໂນ​ໂລ​ຊີ​ນະ​ວັດ​ຕະ​ກຳ, ເສດ​ຖະ​ກິດ, ທ່ອງ​ທ່ຽວ… ພ້ອມ​ກັບ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ຢ່າງ​ຫຼວງ​ຫຼາຍ, ມີ​ພູມ​ປັນ​ຍາ, ມີ​ຄວາມ​ຮັບ​ຜິດ​ຊອບ. ສະ​ນັ້ນ, ຕ້ອງ​ສ້າງ​ນະ​ຄອນ ໂຮ່​ຈີ​ມິນ ໃຫ້​ກາຍ​ເປັນ​ຕົວ​ເມືອງ​ໃຫຍ່​ຍຸດ​ທະ​ສາດ, ມີ​ກຳ​ລັງ​ແກ່ງ​ແຍ້ງ​ຢູ່​ພາກ​ພື້ນ ແລະ ສາ​ກົນ”.

ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ມອບ​ຮູບປັ້ນ​ປະ​ທານ ໂຮ່​ຈີ​ມິນ ໃຫ້​ແກ່​ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ນະ​ຄອນ.

(ແຫຼ່ງຄັດຈາກ VOV)

50 ປີແຫ່ງການໃສ່ຊື່ປະເທດສາທາລະນະລັດສັງຄົມນິຍົມ ຫວຽດນາມ: ຂີດໝາຍຂອງຄວາມເປັນເອກະພາບ ແລະ ການພັດທະນາ

50 ປີແຫ່ງການໃສ່ຊື່ປະເທດສາທາລະນະລັດສັງຄົມນິຍົມ ຫວຽດນາມ: ຂີດໝາຍຂອງຄວາມເປັນເອກະພາບ ແລະ ການພັດທະນາ

ຈາກປະເທດຖືກປິດລ້ອມ, ຂວ້ຳບາດດ້ວຍຂອບຂະໜາດ GDP ພຽງແຕ່ 4,5 ຕື້ USD ໃນປີ 1986, ຫວຽດນາມ ໄດ້ມີບາດກ້າວບຸກທະລຸ, ເສດຖະກິດບັນລຸ 514 ຕື້ USD ໃນປີ 2025 ແລະ ຢືນອັນດັບທີ 32 ໃນທົ່ວໂລກ.

Top