ການຢ້ຽມຢາມ ໄທ ຢ່າງເປັນທາງການໃນຄັ້ງນີ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ແມ່ນການສະແດງໃຫ້ເຫັນຄວາມຖືເປັນສຳຄັນຢ່າງສູງຂອງ ຫວຽດນາມ ສຳລັບການພົວພັນກັບ ໄທ ກໍຄືຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.
ຕອນເຊົ້າວັນທີ 28 ພຶດສະພາ, ພິທີຕ້ອນຮັບທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ຈັດຂຶ້ນຢ່າງສົມກຽດຢູ່ສຳນັກງານລັດຖະບານ ໄທ, ທີ່ນະຄອນຫຼວງ ບາງກອກ. ທ່ານ ອະນຸທິນ ຊານວິຣະກຸນ, ນາຍົກລັດຖະມົນຕີແຫ່ງລາຊະອານາຈັກ ໄທ ແລະ ພັນລະຍາ ເປັນປະທານພິທີຕ້ອນຮັບ.
ພາຍຫຼັງພິທີຕ້ອນຮັບ, 2 ຝ່າຍໄດ້ດຳເນີນການພົບປະສົນທະນາ.
ການຢ້ຽມຢາມ ໄທ ຢ່າງເປັນທາງການໃນຄັ້ງນີ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ແມ່ນການສະແດງໃຫ້ເຫັນຄວາມຖືເປັນສຳຄັນຢ່າງສູງຂອງ ຫວຽດນາມ ສຳລັບການພົວພັນກັບ ໄທ ກໍຄືຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.
(ແຫຼ່ງຄັດຈາກ VOV)