• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ພັນ ຜັກສະຫຼັດ ກັບສ່າເຫຼົ້າ ກຸ້ງ ຊີ້ນ

ພັນສະຫຼັດ ກັບສ່າເຫຼົ້າ, ກຸ້ງ, ຊີ້ນ ເປັນລາຍການອາຫານ ຂອງ ຊາວຮ່າໂນ້ຍ ໃນສະໄໝກ່ອນ ຊຶ່ງ ສະແດງໃຫ້ເຫັນ ຄວາມຄ່ອງແຄ້ວ ຂອງ ຜູ້ປຸງແຕ່ງ ໃນການ ເລືອກສ່ວນປະ ກອບ ແລະ ວິທີການໃຊ້ເຄື່ອງປຸງໃນ ເວລາປຸງແຕ່ງ. 
ເພື່ອເຮັດອາຫານເຍື່ອງນີ້, ຜູ້ປຸງແຕ່ງ ຕ້ອງເລືອກຜັກສະຫຼັດທ່ີມີໃບໜາ, ໃຫຍ່ ແລະ ຂົມ ເລັກນ້ອຍ; ຫົວຜັກບົ່ວສົດ, ຫອມ; ເຂົ້າປຸ້ນ ປະເພດທົ່ວໄປ ຫຼື ເປັນກ້ອນ; ສ່ວນທ່ີຍາກສຸດ ແມ່ນເລືອກສ່າເຫຼົ້າ. ຕ້ອງເລືອກສ່າເຫຼົ້າ ທ່ີສົດໃໝ່ ເພາະເມັດເຂົ້າຍັງຄົມຊຸ່ມ ແລະ ຍັງມີນໍ້າເຫຼົ້າ; ຫຼັງຈາກນັ້ນ ສ່າເຫຼົ້າ ຈະປະໄວ້ ໃຫ້ແຫ້ງ ແລ້ວຂ້ຽວກັບນໍ້າຕານ ອ້ອຍ.

ຊີ້ນໝູ ທີ່ໃຊ້ ຕ້ອງແມ່ນຊີ້ນສາມຊັ້ນ, ເອົາ ຊີ້ນ ໄປລວກສຸກ ແລະ ຊອຍເປັນປ່ຽງພໍກິນ, ສ່ວນ ກຸ້ງສົດ ຖືກຂົ້ວກັບເກືອໜ້ອຍໜຶ່ງໃຫ້ພໍດີ. 


ກຸ້ງ ຕ້ອງແມ່ນກຸ້ງສົດ ຈັບຈາກ ໜອງໄຕ. 


ຊີ້ນ ສ່ວນຫຼາຍຕ້ອງແມ່ນຊີ້ນສາມຊັ້ນ. 


ສ່າເຫຼົ້າ ໄດ້ຮັບການປຸງແຕ່ງຢ່າງພິຖີພິຖັນ.

ພັນຜັກສະຫຼັດ ກັບສ່າເຫຼົ້າ, ກຸ້ງ ຊີ້ນ ແມ່ນລາຍການອາຫານມັກໄດ້ ຮັບປະທານໃນຊຸມມື້ແດດຮ້ອນ. 

ເມື່ອເຄື່ອງປຸງແຕ່ງຄົບ, ເອົາໃບຜັກສະຫຼັດ ໃສ່ຈານ, ຈາກນັ້ນ ເອົາເຂົ້າປຸ້ນ, ຊີ້ນສາມຊັ້ນ, ກຸ້ງໂຕໜຶ່ງ, ສ່າເຫຼົ້າຈືນ ບ່ວງໜຶ່ງ ພັນດ້ວຍສະຫຼັດ ຕາມລຳດັບ ແລ້ວມັດເຂົ້າກັນ ດ້ວຍໃບຜັກ ບົ່ວຈຸ່ມນໍ້າຮ້ອນ.  ເມື່ອຮັບປະທານ ຈະເອົາ ພັນສະຫຼັດນັ້ນ ຈໍ້າກັບນໍ້າແຈ່ວ ສົ້ມຫວານ.

ເມື່ອຮັບປະທານ, ນັກຊີມ ຈະຮູ້ສຶກໄດ້ ເຖິງຄວາມອ່ອນຂອງເຂົ້າປຸ້ນ, ຄວາມກອບຂອງຜັກສະຫຼັດ, ຄວາມຫອມນົວຂອງຊີ້ນສາມຊັ້ນ, ຄວາມເຂັ້ມຂຸ້ນ ຂອງ ກຸ້ງຂົ້ວ ແລະ ລົດຊາດຫອມທີ່ເປັນເອກະລັກ ຂອງ ສ່າເຫຼົ້າ ຊຶ່ງສ້າງຄວາມເຢືອກເຢັນໃຫ້ນັກຊີມໃນຊຸມມື້ແດດຮ້ອນ.

  
ໂດຍ: ເຈິ່ນແທງຢາງ - ແປໂດຍ: ບິກລຽນ

ແບັ໋ງຢໍ່ - ອາຫານວ່າງອັນລຽບງ່າຍ ຂອງ ຊາວ ຮ່າໂນ້ຍ

ແບັ໋ງຢໍ່ - ອາຫານວ່າງອັນລຽບງ່າຍ ຂອງ ຊາວ ຮ່າໂນ້ຍ

ແຕ່ດົນນານມາແລ້ວ, ແບັ໋ງຢໍ່ ໄດ້ກາຍເປັນອາຫານທີ່ ຄຸ້ນເຄີຍ ໃນວິຖີຊີວິດ ຂອງ ຊາວຮ່າໂນ້ຍ. ຜູ້ຄົນມັກຮັບປະທານ ແບັ໋ງຢໍ່ ໃນຕອນເຊົ້າ ກ່ອນເຂົ້າເຮັດວຽກ, ຮັບປະທານເປັນຂອງວ່າງ ໃນຕອນແລງ ຫຼື ຈະຊອກຫາ ແບັ໋ງຢໍ່ ທີ່ຍັງຮ້ອນໆ ໃນຕອນເດິກ. ຮູບພາບຜູ້ເລາະຂາຍເຄື່ອງ ດ້ວຍສຽງຮ້ອງ ອອກມາວ່າ “ແບ໋ງຢໍ່ ຮ້ອນໆ ເດີ້” ໄດ້ກາຍເປັນສ່ວນໜຶ່ງ ຂອງ ຄວາມຊົງຈຳ ຂອງຊາວເມືອງຫຼວງ ມາຫຼາຍຮຸ່ນຄົນ.

Top