ທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ມອບໃຫ້ຄະນະພັກລັດຖະບານ ຊີ້ນຳ, ນຳພາການຄົ້ນຄວ້າຍຸດທະສາດພັດທະນາອຸດສາຫະກຳວັດສະດຸ ຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045, ປະກາດໃຊ້ໃນເວລາໄວທີ່ສຸດ.
(ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ກ່າວຄຳເຫັນທີ່ການເຮັດວຽກ)
ຕອນບ່າຍວັນທີ 21 ພຶດສະພາ, ຢູ່ສຳນັກງານສູນກາງພັກ, ທີ່ ຮ່າໂນ້ຍ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ເປັນປະທານການເຮັດວຽກກັບຄະນະນະໂຍບາຍຍຸດທະສາດສູນກາງກ່ຽວກັບການກຳນົດທິດພັດທະນາອຸດສາຫະກຳວັດສະດຸຢູ່ ຫວຽດນາມ.
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເນັ້ນໜັກເຖິງ 5 ຈຸດໃຫຍ່, ຄື: ທີ 1, ກຳນົດອຸດສາຫະກຳວັດສະດຸແມ່ນຂະແໜງອຸດສາຫະກຳພື້ນຖານ, ຍຸດທະສາດໃນວິວັດການຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ. ທີ 2, ຕ້ອງພັດທະນາໂດຍມີຈຸດສຸມ, ຈຸດໜັກ, ບໍ່ກະແຈກກະຈາຍ. ທີ 2, ຫັນປ່ຽນຈາກການຂຸດຄົ້ນແຫຼ່ງຊັບພະຍາກອນໄປສູ່ການປຸງແຕ່ງເລິກ, ເປັນເຈົ້າເຕັກໂນໂລຊີ ແລະ ຍົກສູງມູນຄ່າເພີ່ມຢູ່ພາຍໃນປະເທດຢ່າງແຮງ. ທີ 4, ຖືວິທະຍາສາດ - ເຕັກໂນໂລຊີ, ມາດຕະຖານ, ຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແລະ ວິສາຫະກິດ ຫວຽດນາມ ເປັນເສົາຄ້ຳຂອງການພັດທະນາ. ທີ 5, ພັດທະນາອຸດສາຫະກຳວັດສະດຸຕາມທິດສີຂຽວ, ຍືນຍົງ, ເປັນເຈົ້າຕົນເອງ, ມີກຳລັງແຮງແກ່ງແຍ້ງ ສາກົນ, ສອດຄ່ອງກັບຄຳໝັ້ນສັນຍາສາກົນ ແຕ່ຕ້ອງປົກປ້ອງຜົນປະໂຫຍດຂອງຊາດຢ່າງສູງສຸດ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ມອບໃຫ້ຄະນະພັກລັດຖະບານ ຊີ້ນຳ, ນຳພາການຄົ້ນຄວ້າຍຸດທະສາດພັດທະນາອຸດສາຫະກຳວັດສະດຸ ຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045, ປະກາດໃຊ້ໃນເວລາໄວທີ່ສຸດ.
(ແຫຼ່ງຄັດຈາກ VOV)