ຜ້າອັດປາກ Dony Mask ມີ 3 ຊັ້ນ, ໄດ້ຜະລິດຕາມມາດຕະ ຖານ ຕາມຂໍ້ຕົກລົງເລກທີ 870/QĐ-BYT ສໍາຫຼັບຜ້າອັດປາກ ຕ້ານເຊື້ອ. |
ຫຼັງຈາກການລະບາດ ໂຄວິດ-19 ເກີດຂຶ້ນ ໃນທົ່ວໂລກ, ບໍລິສັດ ການຢາ 2 ແຫ່ງຂອງ ຫວຽດນາມ ໄດ້ເຊັນສັນຍາຊື້ ຜ້າອັດປາກ ຕ້ານເຊື້ອ Dony 70.000 ອັນ ເພື່ອຊ່ວຍເຫຼືອໃຫ້ບັນດາ ນາຍ ແພດ ແລະ ທ່ານໝໍ ຢູ່ໂຮງໝໍ ໃຫຍ່ຫຼາຍແຫ່ງ ພວມປະຕິບັດ ວຽກ ງານປ້ອງກັນ ໂຄວິດ-19. ການສົ່ງອອກຜ້າອັດປາກ ໄດ້ ຊ່ວຍເຮັດ ໃຫ້ ບໍລິສັດ ຕັດຫຍິບ Dony ຈໍາກັດ ບັນລຸໄດ້ລາຍຮັບສູງ ໃນ ໄລ ຍະການລະບາດ ໂຄວິດ-19. ຜ້າອັດປາກ ຕ້ານເຊື້ອ Dony Mask ປະກອບສ່ວນສໍາຄັນໃນ ການຊ່ວຍເຫຼືອ ຫວຽດນາມ ຄວບ ຄຸມການແຜ່ລະບາດຂອງ ໂຄວິດ-19 ຄັ້ງທຳ ອິດໄດ້. ຜົນງານດ່ັງ ກ່າວ ແມ່ນຈຸດສະຫວ່າງ ແລະ ຖືກຮັບຮອງ ຈາກບັນດາ ປະເທດ ໃນໂລກ.

ຕ່ອງໂສ້ ການຜະລິດຜ້າອັດປາກ Dony Mask ເພື່ອການ ສົ່ງ ອອກ.

ຜ້າອັດປາກ Dony Mask ໄດ້ຮັບການກວດກາຢ່າງລະອຽດ ພາຍ ຫຼັງການຜະລິດ.

ຜ້າອັດປາກ Dony Mask ໄດ້ຫຍິບຢ່າງລະອຽດ.

ທົດລອງການ ກັ້ນນຳ້ຂອງ ຜ້າອັດປາກ Dony Mask ພາຍຫຼັງ ການຜະລິດ.

ຂັ້ນຕອນການຕິດເຄື່ອງໝາຍການຄ້າ Dony Mask ໃສ່ຜ້າ ອັດປາກ.

ການຫຸ້ມຫໍ່ຜະລິດຕະພັນສຳເລັດຮູບ ແລະ ຂ້າເຊື້ອ ຕາມເຕັກ ໂລໂນຊີ E.O.

ກວດກາຄຸນນະພາບ ກ່ອນຈະຈຳໜ່າຍອອກສູ່ຕະຫຼາດ.

ຜ້າອັດປາກ Dony Mask ໄດ້ສົ່ງອອກໄປຍັງຕະຫຼາດ ຍີ່ປຸ່ນ, ສິງກະໂປ, ສ ອາເມລິກາ, ເອີຣົບ ແລະ ບັນດາປະເທດ ໃນ ຂົງ ເຂດຕາເວັນອອກກາງ, ອາຣັບບີ ຊາອູດິດ, ນີເຊຣີ...

ຜ້າອັດປາກ Dony Mask ສາມາດຊັກໄດ້ 60 ເທື່ອ, ແຕ່ຍັງຮັບ ປະກັນ ສາມາດຕ້ານນຳ້ລາຍ, ຕ້ານແສງ UV, ພິເສດ ມີມາດຕາ ສ່ວນຕ້ານເຊື້ອສູງເຖິງ 99,9%, ຄືກັບຜ້າອັດປາກ ໃໝ່.

ຜ້າອັດປາກ Dony Mask ສ້າງຄວາມສະດວກສະບາຍໃຫ້ແກ່ຜູ້ ນຳໃຊ້.

ທ່ານ ຟ້າມກວາງແອັງ ມອບຜ້າອັດປາກຕ້ານເຊື້ອ Dony Mask 100.000 ອັນໃຫ້ແກ່ ສ ອາເມລິກາ ເພື່ອປ້ອງກັນໂຄ ວິດ-19. |
ຈາກນັ້ນ ສະແດງໃຫ້ເຫັນຄວາມສາມາດ ຂອງ ຜູ້ຜະລິດຢູ່ ຫວຽດ ນາມ ໃນຂົງເຂດຕັດຫຍິບ. ບັນດາປະເທດຢູ່ ທະວີບອາເມລິກາ ແລະ ເອີຣົບ ໄດ້ຊອກຮູ້ກ່ຽວກັບຕະຫຼາດຜ້າອັດປາກ ຫວຽດນາມ ແລະ ນຳເຂົ້າຜ້າອັດປາກ Dony ກວ່າ 10 ລ້ານອັນ ເພື່ອປ້ອງກັນ ໂຄວິດ-19.
ຜ້າອັດປາກຜ້າ Dony Mask ມີຊັ້ນນອກສຸດແມ່ນຊັ້ນກັນນໍ້າ, ກັນ ນຳ້ລາຍ, ຊັ້ນທີ່ຍັງເຫຼືອແມ່ນຊັ້ນກັ່ນນຳ້, ຕ້ານເຊື້ອ (ຊັ້ນຕ້ານ ເຊື້ອ ໄດ້ແມ່ນຜ້າຕ້ານເຊື້ອ, nano ເງິນ, ຖ່ານກັ່ນນຳ້), ສາຍຮັດອ່ອນ ນຸ້ນ ຊ່ວຍໃຫ້ຜູ້ນຳໃຊ້ ຮູ້ສຶກສະດວກສະບາຍ. |
ຜະລິດຕະພັນ ຜ້າອັດປາກ Dony Mask ໄດ້ຮັບໃບຢັ້ງຢືນ FDA ຈາກກົມຄຸ້ມຄອງສະບຽງອາຫານ ແລະ ຢາ ສ ອາເມລິກາ, ບັນລຸ ມາດຕະຖານ CE-ມາດຕະຖານ ສາມາດເຄື່ອນໄຫວ ຢູ່ຕະຫຼາດ ເອີຣົບ. ນອກຈາກນັ້ນ, ຜ້າອັດປາກ Dony Mask ຍັງຕອບ ສະ ໜອງໃຫ້ແກ່ຄວາມຕ້ອງການນຳເຂົ້າ ຂອງ ບັນດາຕະຫຼາດ ຍີ່ປຸ່ນ, ສິງກະໂປ ແລະ ປະເທດຕ່າງໆ ໃນພູມີພາກຕາເວັນອອກກາງ, ອາຣັບບີ ຊາອູດິດ, ນີເຊຣີ... ບໍ່ຄືກັບຜ້າອັດປາກ ປະເພດຕ່າງໆ ທີ່ ນຳໃຊ້ຄັ້ງດຽວ. ຜ້າອັດປາກ Dony Mask ສາມາດນໍາໃຊ້ໄດ້ພາຍ ຫຼັງການຊັກ 30 ຄັ້ງ ດ້ວຍແຟັບທຳມະດາ. ໃນການທົດລອງຂອງ INTERTEK (ອົງການທົດລອງ ແລະ ຮັບຮອງຄຸນນະ ພາບໂລກ) ດ້ວຍການຊັກ 60 ເທື່ອ, ຜ້າອັດປາກ Dony Mask ຍັງຮັບປະກັນ ໄດ້ຄວາມສາມາດ ຕ້ານນຳ້ລາຍ, ຕ້ານແສງ UV, ພິເສດ ມີມາດ ຕາສ່ວນຕ້ານເຊື້ອ ເຖິງ 99,9%, ຄືກັບ ຜ້າອັດປາກໃໝ່. ສິ່ງດັ່ງ ກ່າວ ຖືເປັນຈຸດເດັ່ນຂອງຜ້າ ອັດປາກ Dony Mask, ທັງຮັບ ປະ ກັນການ ສະກັດກັ້ນ ແລະ ປ້ອງກັນໂຄວິດ-19, ທັງສ້າງຄວາມ ສະດວກ, ປະຢັດເງິນ ແລະ ຄວາມປອດໄພໃຫ້ແກ່ຜູ້ບໍລິໂພກ ພ້ອມທັງເປັນມິດ ກັບ ສິ່ງແວດລ້ອມ.
ທ່ານ ຟ້າມກວາງແອັງ, ຜູ້ສ້າງຕັ້ງບໍລິສັດຕັດຫຍິບ Dony ໃຫ້ຮູ້ວ່າ ເພື່ອສົ່ງຜະລິດຕະພັນໃຫ້ລູກຄ້າໄດ້ຢ່າງທັນການ, ບາງເທື່ອທາງ ບໍລິສັດ ຕ້ອງນຳໃຊ້ກຳມະກອນ 3.000 ຄົນ ເພື່ອຮັບໃຊ້ ໃຫ້ແກ່ ການຜະລິດຜ້າອັດປາກ ແຕ່ຕົ້ນເດືອນ ມີນາ ຈົນເຖິງປັດຈຸບັນ.
ດ້ວຍຂະໜາດໃຫຍ່ ແລະ ຈຳນວນກຳມະກອນຫຼາຍຄືປັດຈຸບັນ, ບໍລິສັດ ຕັດຫຍິບ Dony ຈໍາກັດ ສາມາດຜະລິດ ແລະ ຈໍາໜ່າຍ ອອກສູ່ຕະຫຼາດ ຜ້າອັດປາກ ໄດ້ເກືອບ 300.000 ອັນຕໍ່ມື້ ແລະ ສາມາດຕອບສະໜອງໄດ້ຄວາມຕ້ອງການຢູ່ພາຍໃນ ແລະ ສົ່ງ ອອກໄປຍັງບັນດາປະເທດທີ່ມີການລະບາດ ໂຄວິດ-19.