ຜົນສຳເລັດຂອງກອງປະຊຸມສະພາແຫ່ງຊາດ ບໍ່ພຽງແຕ່ໄດ້ຄິດໄລ່ດ້ວຍຈຳນວນກົດໝາຍ, ມະຕິທີ່ໄດ້ຮັບຮອງເອົາ
ທ່ານປະທານສະພາແຫ່ງຊາດ ກ່າວຄຳເຫັນປິດວາລະປະຊຸມຄັ້ງທີ 4 ຂອງຄະນະປະຈຳສະພາແຫ່ງຊາດ. (ພາບ: VNA)
ກ່າວຄຳເຫັນປິດວາລະປະຊຸມຄັ້ງທີ 4 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໃນຕອນບ່າຍວັນທີ 29 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ ທີ່ວາລະປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດໄດ້ພິຈາລະນາ, ປຶກສາຫາລືຫຼາຍເນື້ອໃນ. ມາຮອດຈຸດເວລານີ້, ມີ 28/33 ເນື້ອໃນຂອງວາລະປະຊຸມວິສາມັນຄັ້ງທີ 1 (ຈະຈັດຂຶ້ນແຕ່ວັນທີ 03- 24 ສິງຫາ) ທີ່ຄະນະປະຈຳສະແຫ່ງຊາດໄດ້ປະກອບຄຳເຫັນ, ພິຈາລະນາຢ່າງລະອຽດ. ທ່ານປະທານສະພາແຫ່ງຊາດ ສະເໜີວ່າ:
“ບັນດາອົງການຕ້ອງເຊື່ອມຊຶມຈິດໃຈນີ້ທັນທີໃນວິວັດການສ້າງຮ່າງກົດໝາຍ, ມະຕິໃຫ້ສົມບູນແບບ; ກວດກາຄືນບັນດາເອກະສານກຳນົດລາຍລະອຽດ, ເງື່ອນໄຂຮັບປະກັນການປະຕິບັດ ແລະ ແຫຼ່ງກຳລັງຜັນຂະຫຍາຍເພື່ອໃຫ້ພາຍຫຼັງທີ່ສະພາແຫ່ງຊາດຮັບຮອງເອົາບັນດາກົດໝາຍ, ມະຕິ ຈະສາມາດນຳເຂົ້າສູ່ຊີວິດຂອງປະຊາຊົນ, ວິສາຫະກິດໃນທັນທີ. ຜົນສຳເລັດຂອງວາລະຊຸມບໍ່ພຽງແຕ່ໄດ້ຄິດໄລ່ດ້ວຍຈຳນວນກົດໝາຍ, ມະຕິທີ່ໄດ້ຮັບຮອງເອົາ, ຫາກສຳຄັນກວ່າແມ່ນບັນດາລັດຖະນະໂຍບາຍນັ້ນໄດ້ແກ້ໄຂຈຸດອຸດຕັນ, ປຸກລຸກແຫຼ່ງກຳລັງ, ສ້າງເງື່ອນໄຂແກ່ການພັດທະນາ ແລະ ຍົກສູງການດຳລົງຊີວິດຂອງປະຊາຊົນຢ່າງແທ້ຈິງ ຫຼື ບໍ່”.
(ແຫຼ່ງຄັດຈາກ VOV)