ທີ່ການໂອ້ລົມສົນທະນາ, 2 ຝ່າຍໄດ້ຕີລາຄາສູງບັນດາບາດກ້າວພັດທະນາຢ່າງຕັ້ງໜ້າ, ຮອບດ້ານຂອງການພົວພັນ ຫວຽດນາມ - ລາວ ໃນໄລຍະຜ່ານມາ, ພິເສດແມ່ນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ
(ທີ່ການໂອ້ລົມສົນທະນາ )
ຕອນເຊົ້າວັນທີ 09 ເມສາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ, ພາຍຫຼັງພິທີຕ້ອນຮັບຢ່າງສົມກຽດ, ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ໄດ້ດຳເນີນການໂອ້ລົມສົນທະນາກັບ ທ່ານ ວິໄລ ຫຼ້າຄຳຟອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດ ລາວ.
ທີ່ການໂອ້ລົມສົນທະນາ, 2 ຝ່າຍໄດ້ຕີລາຄາສູງບັນດາບາດກ້າວພັດທະນາຢ່າງຕັ້ງໜ້າ, ຮອບດ້ານຂອງການພົວພັນ ຫວຽດນາມ - ລາວ ໃນໄລຍະຜ່ານມາ, ພິເສດແມ່ນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ປະສິດທິຜົນການຮ່ວມມືໃນທຸກຂົງເຂດທີ່ນັບມື້ນັບໄດ້ຮັບການຍົກສູງຂຶ້ນ, ພິເສດແມ່ນພາຍຫຼັງບັນດາການຢ້ຽມຢາມເຊິ່ງກັນແລະກັນຂອງການນຳຫຼັກແຫຼ່ງ 2 ປະເທດ ແລະ ການພົບປະລະຫວ່າງ 2 ພັກ ຫວຽດນາມ - ລາວ, ກຳປູເຈຍ - ລາວ - ຫວຽດນາມ.
2 ຝ່າຍກໍ່ເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນວຽກງານໂຄສະນາ, ສຶກສາມູນເຊື້ອສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ, ພິເສດແມ່ນລຸ້ນໜຸ່ມ; ຖືນີ້ແມ່ນໜ້າທີ່ມີຄວາມໝາຍຍຸດທະສາດ, ຍາວນານ ເພື່ອຮັກສາ ແລະ ເສີມຂະຫຍາຍສົມອັນບັດລວມລ້ຳຄ່າຂອງ 2 ຊາດ.
(ແຫຼ່ງຄັດຈາກ VOV)