ຕອນຄ່ຳວັນທີ 28 ຕຸລາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມເພື່ອຮັບຟັງບົດລາຍງານຄວາມຄືບໜ້າກ່ຽວກັບວຽກງານກະກຽມໃຫ້ແກ່ປີ APEC ຫວຽດນາມ 2027
ທ່ານນາຍົກລັດຖະມົນຕີ ເລມິງຮຶງ, ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VN)
ຕອນຄ່ຳ ວັນທີ 28 ຕຸລາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມເພື່ອຮັບຟັງບົດລາຍງານຄວາມຄືບໜ້າກ່ຽວກັບວຽກງານກະກຽມໃຫ້ແກ່ປີ APEC ຫວຽດນາມ 2027.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ຢືນຢັນວ່າ ເລື່ອງຈັດຕັ້ງປີ APEC 2027 ບັນລຸປະສົບຜົນສຳເລັດ, ພິເສດແມ່ນສັບປະດາສຸດຍອດ APEC ຈະສ້າງຄວາມປະທັບໃຈຂອງຫວຽດນາມ ໃນ APEC ແລະ ຕໍ່ກັບເພື່ອນມິດສາກົນ, ພ້ອມກັນນັ້ນກໍ່ແມ່ນໂອກາດເຊື່ອມຕໍ່ແຫຼ່ງຊັບພະຍາກອນສາກົນ ເພື່ອຮັບໃຊ້ການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ, ທ້ອງຖິ່ນ ແລະ ປະຊາຄົມວິສາຫະກິດ. ທ່ານນາຍົກລັດຖະມົນຕີ ເລມິງຮຶງ ຮຽກຮ້ອງວ່າ ວຽກງານກະກຽມຕ້ອງມີລະດັບຄວາມຄືບໜ້າຢ່າງລະອຽດ, ຈະແຈ້ງ. ກ່ຽວກັບວຽກງານພະລາທິການ, ພິທີການ, ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ຕ້ອງຮັບປະກັນຄຸນນະພາບ, ແທດຈິງ, ມີປະສິດທິຜົນ, ປະຢັດ, ຫຼີກລ່ຽງການຟູ່ມເຟືອຍ. ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ອະນຸກຳມະການໂຄສະນາ, ວັດທະນະທຳ ສຸມໃສ່ການປະຕິບັດບັນດາໜ້າທີ່ວຽກງານໃຫ້ສຳເລັດ, ໂດຍສະເພາະແມ່ນບັນດາວຽກງານຮັບໃຊ້ບັນດາການເຄື່ອນໄຫວຂອງຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມສັບປະດາສຸດຍອດ APEC 2026 ຢູ່ ຈີນ ແລະ ການມອບ - ຮັບບົດບາດເຈົ້າພາບປີປະທານ APEC 2027.
(ແຫຼ່ງຄັດຈາກ VOV)