ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຫາກໍລົງນາມໃນຂໍ້ຕົກລົງອະນຸມັດຜ່ານໂຄງການ “ປົກປ້ອງ ແລະ ໜູນຊ່ວຍເດັກພັດທະນາໃນສະພາບແວດລ້ອມສັງຄົມອອນໄລ ໄລຍະ 2026 – 2030”.
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຫາກໍລົງນາມໃນຂໍ້ຕົກລົງອະນຸມັດຜ່ານໂຄງການ “ປົກປ້ອງ ແລະ ໜູນຊ່ວຍເດັກພັດທະນາໃນສະພາບແວດລ້ອມສັງຄົມອອນໄລ ໄລຍະ 2026 – 2030” (ເອີ້ນຫຍ້ຳວ່າ ໂຄງການ). ໂຄງການດັ່ງກ່າວເພື່ອແນໃສ່ປະຕິບັດ “ເປົ້າໝາຍຄວບຄູ່” ນັ້ນແມ່ນ ເພີ່ມທະວີການປົກປ້ອງເດັກ ແລະ ໜູນຊ່ວຍ, ຊຸກຍູ້ເດັກພັດທະນາຢ່າງປອດໃສ, ຕັ້ງໜ້າຍົກສູງຄວາມສາມາດດ້ານດີຈີຕອນໃນສະພາບຫັນເປັນດີຈີຕອນແຫ່ງຊາດ, ມຸ່ງໄປເຖິງປະກອບສ່ວນສ້າງລຸ້ນ “ພົນລະເມືອງດີຈີຕອນ” ຂອງ ຫວຽດນາມ ໃນສະພາບການໃໝ່. ຫັນການເຄື່ອນໄຫວປົກປ້ອງເດັກໃນສະພາບແວດລ້ອນສື່ສັງຄົມອອນລາຍໂດຍພື້ນຖານກາຍເປັນຮູບແບບປ້ອງກັນ, ຕ້ານ, ເປັນເຈົ້າການສະກັດກັ້ນບັນດາຄວາມສ່ຽງຕໍ່ເດັກໃນສະພາບແວດລ້ອມສື່ສັງຄົມອອນໄລ. ຈາກນັ້ນ, ສ້າງໂຄງປະກອບສັງລວມເພື່ອປົກປ້ອງເດັດ, ຊຸກຍູ້ເດັກພັດທະນາຢ່າງປອດໃສ, ຕັ້ງໜ້າໃນສື່ສັງຄົມອອນໄລ, ຜ່ານການສ້າງ, ປັບປຸງບັນດາເສົາຄ້ຳຄື: ລະບົບນິຕິກຳກ່ຽວກັບຄວາມປອດໄພທາງໄຊເບີ; ປັບປຸງການປົກປ້ອງເດັກ, ສ້າງຍຸດທະສາດໂຄສະນາ, ສຶກສາຍົກສູງສະຕິຄວາມຮັບຮູ້ ແລະ ບັນດາມາດຕະການຮັບປະກັນຄວາມປອດໄພທາງໄຊເບີໜູນຊ່ວຍຄຸ້ມຄອງການເຄື່ອນໄຫວຂອງເດັກ ແລະ ປົກປ້ອງເດັກເມື່ອເຂົ້າຮ່ວມສື່ສັງຄົມອອນໄລ.
ໃນໄລຍະ 2026 – 2030, ເປົ້າໝາຍແມ່ນ ບັນດາຮາກຖານສຶກສາສາມັນທັງໝົດໄດ້ຮັບການຜັນຂະຫຍາຍມາດຕະການຮັບປະກັນກັນຄວາມປອດໄພທາງໄຊເບີ.
(ແຫຼ່ງຄັດຈາກ VOV)