• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປີ 2026: ສະ​ຫງວນ​ເງິນ​ເກືອ​ບ 4 ຕື້ USD ໃຫ້​ແກ່​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຄວາມຮຽກຮ້ອງໃນການພັດທະນາວິທະຍາສາດເຕັກໂນໂລຢີຕ້ອງໄວຢ່າງແຮງ ແຕ່ຕ້ອງຍືນຍົງ, ພັດທະນາຢ່າງເລິກເຊິ່ງກວ້າງຂວາງແຕ່ຕ້ອງຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ສະຫຼຸບວາລະປະຊຸມຄັ້ງທີ 5 ຄະນະຊີ້ນຳຂອງລັດຖະບານກ່ຽວກັບການພັດທະນາວິສາຫະກິດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ ແລະ ແຜນຮ່າງເລກທີ 06 ໄດ້ດຳເນີນໃນຕອນເຊົ້າວັນທີ 15 ພະຈິກ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ລັດຖະບານຈະສະຫງວນເງິນເປັນຈຳນວນປະມານ 95 ພັນຕື້ດົງ (ປະມານ 3,7 ຕື້ USD) ຈາກງົບປະມານ ປີ 2026 ໃຫ້ແກ່ໜ້າທີ່ນີ້. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຄວາມຮຽກຮ້ອງໃນການພັດທະນາວິທະຍາສາດເຕັກໂນໂລຢີຕ້ອງໄວຢ່າງແຮງ ແຕ່ຕ້ອງຍືນຍົງ, ພັດທະນາຢ່າງເລິກເຊິ່ງກວ້າງຂວາງແຕ່ຕ້ອງຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງ.  ໃນໄລຍະຜ່ານມາ, ການພັດທະນາວິທະຍາສາດເຕັກໂນໂລຢີ, ນະວັດຕະກຳຂອງ ຫວຽດນາມ ຕ້ອງມີການຫັນປ່ຽນທີ່ຕັ້ງໜ້າ. ຫວຽດນາມຮັກສາອັນດັບທີ 44/139 ປະເທດ ກ່ຽວກັບດັດຊະນີນະວັດຕະກຳ ທົ່ວໂລກ ໃນປີ 2025. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ:

ພິເສດແມ່ນສ້າງຖານຂໍ້ມູນບັນດາກະຊວງ, ຂະແໜງການ, ບັນດາທ້ອງຖິ່ນ. ຕ້ອງເປັນເຈົ້າການໃນການກໍ່ສ້າງ ແລະ ສ້າງສຳເລັດຖານຂໍ້ມູນຂອງຕົນ, ທົ່ວປະເທດຈຶ່ງມີຖານຂໍ້ມູນ, ມີພູມປັນຍາອັດສະລິຍະ ຂອງບັນດາກະຊວງ, ຂະແໜງການ, ບັນດາອົງການ, ຫົວໜ່ວຍ. ຕ້ອງຕັດສິນໃຈເຮັດ, ບໍ່ລໍຄອຍ, ລໍຖ້າຕື່ມອີກ.

(ແຫຼ່ງຄັດຈາກ VOV)

ຮີບເ​ຮັ່ງ​ຜັນ​ຂະ​ຫຍາຍ, ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ໂຄງ​ການ, ກິດ​ຈະ​ກຳ​ຮັບ​ໃຊ້​ກອງ​ປະ​ຊຸມ APEC 2027

ຮີບເ​ຮັ່ງ​ຜັນ​ຂະ​ຫຍາຍ, ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ໂຄງ​ການ, ກິດ​ຈະ​ກຳ​ຮັບ​ໃຊ້​ກອງ​ປະ​ຊຸມ APEC 2027

ທ່ານນາຍົກລັດຖະມົນຕີ ໄດ້ສະເໜີບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຄື: ກະຊວງກໍ່ສ້າງ, ກະຊວງການເງິນ, ກະຊວງການຕ່າງປະເທດ, ກະຊວງຕຳຫຼວດ, ກະຊວງປ້ອງກັນປະເທດ, ກະຊວງຍຸຕິທຳ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຫ້ອງວ່າການລັດຖະບານ ຕ້ອງຕັ້ງໜ້າຜັນຂະຫຍາຍວຽກງານຕ່າງໆ.

Top