• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ປີ້ງ ເໝັ້ນທະເລ ກັບ ນຳ້ມັນ -ຫົວຜັກບົ່ວ

ປີ້ງ ເໝັ້ນທະເລ ກັບ ນຳ້ມັນ ຫົວຜັກບົ່ວ ມີຄວາມຫວານນົວ ຂອງ ຊີ້ນເໝັ້ນທະເລ, ຄວາມກອບ ຂອງ ນຳ້ມັນໝູ ຊຶມເຂົ້າກັບ ຄວາມຫອມແຊບ ທີ່ເບົາໆ ຂອງ ໝາກຖົ່ວດິນສຸກ ແລະ ໃບ ຜັກ ບົ່ວ ໄດ້ເປັນລາຍການອາຫານ ທີ່ສ້າງຄວາມປະທັບໃຈ ຂອງ ປະຊາຊົນ ຊາຍຝັ່ງທະເລ ເຂດພາກກາງ ຫວຽດນາມ. 
ໂຕເໝັ້ນທະເລ ເປັນປະເພດສິນທະເລ ທີ່ມີຫຼາຍ ຢູ່ເຂດຊາຍຝັ່ງ ທະເລພາກກາງ ແກ່ຍາວໄປເຖິງເກາະ ຝູ໋ກວກ. ເໝັ້ນທະເລ ມັກ ອາໄສຢູ່ບ່ອນທີ່ມີຫີນປະກາລັງ ແລະ ຫາດຫີນຢູ່ໃຕ້ນ້ຳ ເພື່ອນ ກິນແໜ ແລະ ໄຄນໍ້າ. ເໝັ້ນທະເລ ຈະຂະຫຍາຍແຜ່ພັນຫຼາຍ ຊ່ວງເວລາ ແຕ່ເດືອນ ມີນາ ຫາເດືອນ ມິຖຸນາ, ເພາະສະນັ້ນຊີ້ນ ເໝັ້ນທະເລ ໃນຊ່ວງນີ້ ຈະມີລົດຊາດແຊບທີສຸດ. ເໝັ້ນທະເລ ມີ ຫຼາຍຊະນິດ, ແຕ່ເໝັ້ນທະເລ ສີດໍາ ມີຮູບກົມ ເທົ່າໜ່ວຍໝາກກ້ຽງ, ມີໜາມປົ່ງທົ່ວໂຕ, ຈະມີຊີ້ນຫຼາຍ ແລະ ຫອມແຊບ ເປັນທີ ນິຍົມ ຂອງ ຄົນທົ່ວໄປ. 


ວິທີການປຸງແຕ່ງລາຍການອາຫານນີ້ກໍສຸດທີ່ງ່າຍ, ພຽງແຕ່ລະວັງ ບໍ່ໃຫ້ໜາມເໝັ້ນທະເລ ແທງໃສ່ມື. ກ່ອນອື່ນຕ້ອງຕັດໜາມ ທີ່ແຫຼມຄົມ ອອກໃຫ້ໝົດ ແລ້ວແຍກເໝັ້ນທະເລ ອອກເປັນສອງ ແລະ ນຳໄປປີ້ງໃສ່ເຕົາຖ່ານ. ຊີ້ນເໝັ້ນສຸກ ຈະມີສີເຫຼືອງອ່ອນ, ພ້ອມດຽວກັນ ກໍເອົາຫົວຜັກບົ່ວຈືນ ມີທັງນຳ້ມັນ ແລະ ໝາກຖົ່ວດິນ ໂຮຍໃສ່ເທິງ, ອາຫານປິ້ງເຍື່ອງນີ້ ຈະຍິ່ງມີຄວາມຫອມແຊບ ຍິ່ງຂຶ້ນ.

ລາຍການອາຫານປີ້ງເໝັ້ນທະເລ ກັບ ນຳ້ມັນຫົວຜັກບົ່ວ ຍັງ ສົດໆ ຮ້ອນໆ, ມີຄວາມຫອມແຊບທີ່ເປັນເອກະລັກ, ສາມາດ ກິນແກ້ມກັບ ເກືອພຶກໄທ ຫຼື ຈໍ້າກັບ ແຈ່ວ ວາຊາບິ. ນອກຈາກ ລາຍການປີ້ງ ເໝັ້ນທະເລແລ້ວ, ເຂົ້າປຽກເໝັ້ນທະເລ ກໍແມ່ນ ລາຍການອາຫານ ທີ່ມີທາດບຳລຸງສູງ.


ຊີ້ນເໝັ້ນທະເລ ອຸດົມໄປດ້ວຍທາດບຳລຸງ ແລະ ການຊີ ຊ່ວຍບຳ ລຸງ ຮ່າງກາຍ. ເໝັ້ນທະເລ ເປັນປະເພດ ສິນທະເລ ທີ່ມີມູນຄ່າ ເສດຖະກິດສູງ, ຊຶ່ງຊາວປະມົງອາໄສ ຢູ່ ແຄມຝັ່ງທະເລ ແລະ ຕາມໝູ່ເກາະ ຈັບຂາຍ ໃຫ້ບັນດາຮ້ານອາຫານ ດ້ວຍລາຄາ ແຕ່ 20.000-30.000 ດົ່ງ/ໂຕ. 
ບົດ: ເຊີນເງ້ຍ - ພາບ: ຫງວຽນລວນ
 

ເຂົ້າໜຽວ ຝູ໋ເຖື້ອງ ໜຽວນຸ້ມ ຫອມແຊບ

ເຂົ້າໜຽວ ຝູ໋ເຖື້ອງ ໜຽວນຸ້ມ ຫອມແຊບ

ທຸກໆ ປີ ໃນວັນທີ 8 ເດືອນຈຽງ ຕາມຈັນທະປະຕິທິນ, ຢູ່ບໍລິເວນ ສາລາວັດ ໝູ່ບ້ານ ຝູ໋ຢາ, ຕາແສງ ຝູ໋ເຖື້ອງ, ງານບຸນເຂົ້າໜຽວ ຝູ໋ເຖື້ອງ ໄດ້ຮັບການຈັດຂຶ້ນຢ່າງຄຶກຄື້ນ, ດຶງດູດຊາວບ້ານ ແລະ ນັກທ່ອງທ່ຽວ ຈຳນວນຫຼວງຫຼາຍ. ງານບຸນບໍ່ພຽງແຕ່ເປັນໂອກາດ ເຊີດຊູ ອາຊີບ ໜຶ້ງເຂົ້າໜຽວ ແບບດັ້ງເດີມເທົ່ານັ້ນ, ແຕ່ຍັງ ປະກອບສ່ວນ ໂຄສະນາເຜີຍແຜ່ ຝູ໋ເຖື້ອງ ໃຫ້ເປັນ ຈຸດໝາຍປາຍທາງ ດ້ານວັດ ທະນະທຳ ແລະ ອາຫານການກິນ ທີ່ເປັນເອກະລັກ ຂອງ ນະຄອນຫຼວງ ອີກດ້ວຍ.

Top