• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ປາບູ່ ເອາະ ຂີ້ໝິ້ນ

ເປັນອາຫານທົ່ວໄປໃນຄາບເຂົ້າຂອງຄົນຫວຽດນາມ, ລາຍການອາຫານທີ່ປຸງແຕ່ງຈາກປາບູ່ນີ້ ໄດ້ຖືວ່າ ມີຕົ້ນກຳເນີດ ຈາກເຂດບ້ານນາ ຊຶ່ງຖືກອ້ອມຮອບໄປດ້ວຍ ແມ່ນຳ້ລຳເຊ. ຍ້ອນລັກສະນະທີ່ມີຢູ່ແລ້ວຂອງປາຊະນິດນີ້, ມີນັບຫຼາຍວິທີປຸງແຕ່ງທີ່ແຕກຕ່າງກັນ, ແຕ່ວ່າ ປາບູ່ເອາະກັບຂີ້ໝິ້ນ ໄດ້ຮັບຖືວ່າເປັນໜຶ່ງໃນຫຼາຍວິທີການ ປຸງແຕ່ງ ທີ່ເປັນດັ້ງເດີມ ແລະ ທົ່ວໄປທີສຸດ. 
ເນື້ອປາບູ່ແໜ້ນ ແລະ ແຊບນົວ, ໄດ້ຖືວ່າເປັນປະເພດ ອາຫານທີ່ດີ ແລະ ຮັ່ງມີໄປດ້ວຍທາດບຳລຸງ. ຕາມໝູ່ ສາມັນຊົນ, ນີ້ແມ່ນລາຍການອາການທີ່ດີ ສຳລັບແມ່ມານ ແລະ ຜູ້ທີ່ກຳລັງຢູ່ໃນໄລຍະຟື້ນຟູສຸຂະພາບ.

ເພື່ອສາມາດມີລາຍການອາຫານ ປາບູ່ເອາະຂີ້ໝິ້ນ ທີ່ຫອມແຊບ ຄວນເລືອກປະເພດປາບູ່ສົດ, ມີລຳຕົວ ສີເຫຼືອງອ່ອນ, ຖ້າຫາກເປັນປາມີໄຂ່ແມ່ນແຊບທີສຸດ. ຫຼັງຈາກຜ່ານການປຸງແຕ່ງຂັ້ນຕົ້ນແລ້ວຈະເອືອບປາ ກັບນຳ້ຕານໃນເວລາປະມານ 30 ນາທີ ເພື່ອໃຫ້ເຄື່ອງປຸງ ຊຶມເລິກ ເຂົ້າໃນເນື້ອປາ. ຕາມບັນດາພໍ່ຄົວຜູ້ຊຳນານງານ, ນີ້ແມ່ນເຄັດລັບເຮັດໃຫ້ ລາຍການອາຫານປາບູ່ເອາະຂີ້ໝິ້ນ ແຊບທີສຸດ.

ປາບູ່ໄດ້ຜ່ານການປຸງແຕ່ງຂັ້ນຕົ້ນ.


ເຄື່ອງປຸງຂອງລາຍການອາຫານປາບູ່ເອາະຂີ້ໝິ້ນ ລວມມີ ກັບນຳ້ຕານ, ນຳ້ປາ, ກະນໍ, ຜັກບົ່ວ, ພິກໄທ, ນຳ້ຕານຈືນ ແລະ ນຳ້ຂີໝິນສົດ.


ຂັ້ນຕອນເອືອບນຳ້ຕານ.


ລາຍການອາຫານປາບູ່ເອາະກັບຂີ້ໝິ້ນສຳເລັດ. 

ຈຽວຫອມຫົວຜັກບົ່ວ ແລະ ຜັກທຽມແຫ້ງຟັກ ພ້ອມກັບ ນຳ້ມັນພືດ ແລະ ໝາກເຜັດປົ່ນ. ດັດໃຫ້ໄຟອ່ອນ ແລ້ວຕື່ມນຳ້ຕານໃສ່. ລໍຖ້ານຳ້ຕານລະລາຍ ຈຶ່ງເອົາປາ ທີ່ໄດ້ເອືອບກັບເຄື່ອງປຸງຕ່າງໆເຊັ່ນ ນຳ້ປາ, ກະນໍ, ຜັກບົ່ວ, ພິກໄທ, ນຳ້ຕານຈືນ ແລະ ນຳ້ຂີ້ໝິ້ນສົດລົງ. ເອາະປາ ດ້ວຍໄຟອ່ອນ. ພິເສດ, ຖ້າເອາະດ້ວຍໝໍ້ດິນ, ປາຈະ ສຸກສະເໝີ ແລະ ຫອມແຊບກວ່າ.

ອາຫານສຳເລັດຈະມີກິ່ນຫອມຂອງຂີ້ໝິ້ນ, ລົດເຜັດ ຂອງໝາກເຜັດ, ພິກໄທ ແລະ ຄວາມແຊບນົວຂອງປາບູ່. ລາຍການອາຫານປາບູ່ເອາະກັບຂີ້ໝິ້ນ ຮັບປະທານ ພ້ອມກັບເຂົ້າສຸກ.
 
ປະຕິບັດ: ຫງວຽນລວນ
    

 

ສິ່ງຍອດຍິ່ງເຝີ ຫວຽດ

ສິ່ງຍອດຍິ່ງເຝີ ຫວຽດ

ງານມະໂຫລານ ເຝີ 2025 ຊຶ່ງຈັດຂຶ້ນຢູ່ພະລາດຊະວັງ ທັງລອງ (ຮ່າໂນ້ຍ) ບໍ່ພຽງແຕ່ ເປັນເຫດການ ອາຫານການກິນ ທໍາມະດາເທົ່ານັ້ນ, ແຕ່ຍັງເປັນ ກິດຈະກໍາ ວັດທະນະທໍາ ທີ່ມີຄວາມໝາຍ, ປະກອບສ່ວນ ອະນຸລັກຮັກສາ ແລະ ເສີມຂະຫຍາຍ ຄຸນຄ່າດັ້ງເດີມ, ພ້ອມທັງ ເປີດ ທິດທາງໃໝ່ ໃນການໂຄສະນາ ເຝີ ຫວຽດນາມໃນຍຸກດີຈີຕອນ.

Top