• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປັບ​ປຸງ​ການ​ວາງ​ແຜນ​ຜັງ​ກຳ​ນົດ​ຕົວ​ເມືອງ, ມຸ່ງ​ໄປ​ເຖິງ​ຮູບ​ແບບຫຼາຍ​ໃຈກາງ

ຈຸດ​ສຸມ​ຂອງ​ການ​ປັບ​ປຸງ​ຄັ້ງ​ນີ້​ແມ່ນ​ການ​ຫັນ​ປ່ຽນ​ຈາກ​ຮູບ​ແບບ​ພັດ​ທະ​ນາ “​ໜຶ່ງ​ທ້ອງ​ຖິ່ນ ໜຶ່ງ​ຕົວ​ເມືອງ” ໄປ​ຍັງ​ເຄືອ​ຂ່າຍ​ຕົວ​ເມືອງ​ມີ​ການ​ເຊື່ອມ​ຕໍ່, ໃນ​ນັ້ນ​ບັນ​ດາ​ຂົ້ວ​ເຕີບ​ໂຕ, ແລວ​ເສດ​ຖະ​ກິດ ແລະ ເຂດ​ກຳ​ລັງ​ໜູນ​ສວມ​ບົດ​ບາດ​ນຳ​ພາ.
  ພາບ​ປະ​ກອບ: Danh Lam/TTXVN  
ຫວຽດ​ນາມ ພວມ​ຖື​ວິ​ທີ​ການ​ສຳ​ຜັດ​ກັບ​ການ​ພັດ​ທະ​ນາ​ຕົວ​ເມືອງ, ຫັນ​ປ່ຽນ​ຈິນ​ຕະ​ນາ​ການ​ຄຸ້ມ​ຄອງ​ຕາມ​ເຂດ​ບໍ​ລິ​ຫານ​ໄປ​ຍັງ​ການ​ຈັດ​ຕັ້ງ​ຕາມ​ພາ​ລະ​ບົດ​ບາດ ແລະ ເຄືອ​ຂ່​າຍ​ເຊື່ອມ​ຕໍ່, ເພື່ອ​ແນ​ໃສ່​ສ້າງ​ລະ​ບົບ​ຕົວ​ເມືອງຫຼາຍ​ໃຈ​ກາງ, ຫຼາຍ​ຂົ້ວ. ຕາມ​ສະ​ຖາ​ບັນ​ວາງ​ແຜນ​ກຳ​ນົດ​ຕົວ​ເມືອງ ແລະ ຊົນ​ນະ​ບົດ​ແຫ່ງ​ຊາດ​ ກະ​ຊວງ​ກໍ່​ສ້າງ ຫົວ​ໜ່ວຍ​ໃຫ້​ຄຳ​ປຶກ​ສາ ແລ້ວ, ການ​ປັບ​ປຸງ​ການ​ວາງ​ແຜນ​ກຳ​ນົດ​ບໍ່​ພຽງ​ແຕ່​ມີ​ລັກ​ສະ​ນະ​ດ້ານ​ເຕັກ​ນິກ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ບາດ​ກ້າວ​ກຳ​ນົດ​ໂຄງ​ປະ​ກອບ​ພັດ​ທະ​ນາ​ຄືນ​ໃໝ່, ຮັບ​ປະ​ກັນ​ລັກ​ສະ​ນະ​ຄົບ​ຊຸດ​ກັບ​ການ​ວາງ​ແຜນ​ກຳ​ນົດ​ສັງ​ລວມ​ແຫ່ງ​ຊາດ ແລະ ບັນ​ດາ​ການ​ກຳ​ນົດ​ເຂດ. ຈຸດ​ສຸມ​ຂອງ​ການ​ປັບ​ປຸງ​ຄັ້ງ​ນີ້​ແມ່ນ​ການ​ຫັນ​ປ່ຽນ​ຈາກ​ຮູບ​ແບບ​ພັດ​ທະ​ນາ “​ໜຶ່ງ​ທ້ອງ​ຖິ່ນ ໜຶ່ງ​ຕົວ​ເມືອງ” ໄປ​ຍັງ​ເຄືອ​ຂ່າຍ​ຕົວ​ເມືອງ​ມີ​ການ​ເຊື່ອມ​ຕໍ່, ໃນ​ນັ້ນ​ບັນ​ດາ​ຂົ້ວ​ເຕີບ​ໂຕ, ແລວ​ເສດ​ຖະ​ກິດ ແລະ ເຂດ​ກຳ​ລັງ​ໜູນ​ສວມ​ບົດ​ບາດ​ນຳ​ພາ.

(ແຫຼ໋ງຄັດຈາກ VOV)

ນຳ​ວົງ​ເງິນ​ການ​ຄ້າ​ ຫວຽດ​ນາມ - ຍີ່​ປຸ່ນ ບັນ​ລຸ 60 ຕື້ USD ໃນ​ປີ 2030

ນຳ​ວົງ​ເງິນ​ການ​ຄ້າ​ ຫວຽດ​ນາມ - ຍີ່​ປຸ່ນ ບັນ​ລຸ 60 ຕື້ USD ໃນ​ປີ 2030

ຕອນ​ເຊົ້າ​ວັນ​ທີ 2 ພຶດ​ສະ​ພາ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ໄດ້​ເປັນ​ປະ​ທານ​ພິ​ທີ​ຕອນ​ຮັບ​ທ່ານ​ນາງ Takaichi Sanae ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຍີ່​ປຸ່ນ​ຢ່າງ​ເປັນ​ທາງ​ການ.

Top