• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປັບປຸງໃໝ່ການຮ່ວມມືກັບສາກົນແມ່ນຄວາມຕ້ອງການຮີບດວນເພື່ອບັນລຸໄດ້ບັນດາເປົ້າໝາຍພັດທະນາ

ປັບປຸງໃໝ່ການຮ່ວມມືກັບສາກົນ ບໍ່ພຽງແຕ່ແມ່ນການຄັດເລືອກ ຫາກແມ່ນຄວາມຮຽກຮ້ອງຢ່າງຮີບດວນເພື່ອບັນລຸໄດ້ບັນດາເປົ້າໝາຍພັດທະນາ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ໂຮ່ດິເຟີກ ກ່າວຄຳເຫັນທີ່ວາລະປຶກສາຫາລື (ພາບ: VGP)

ໃນຂອບເຂດບັນດາການເຄື່ອນໄຫວທີ່ກອງປະຊຸມສາກົນຄັ້ງທີ 2 ກ່ຽວກັບດ້ານການເງິນໃຫ້ແກ່ການພັດທະນາ (FfD4), ຕອນບ່າຍວັນທີ 01 ກໍລະກົດ, ຢູ່ນະຄອນ Seville, ແອັດສະປາຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ໂຮ່ດິເຟີກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປຶກສາຫາລືໂຕະມົນດ້ວຍຫົວຂໍ້ “ປັບປຸງໃໝ່ການຮ່ວມມືກັບສາກົນ”.

ທ່ານຮອງນາຍົກລັດຖະມົນຕີເນັ້ນໜັກວ່າ, ປັບປຸງໃໝ່ການຮ່ວມມືກັບສາກົນ ບໍ່ພຽງແຕ່ແມ່ນການຄັດເລືອກ ຫາກແມ່ນຄວາມຮຽກຮ້ອງຢ່າງຮີບດວນເພື່ອບັນລຸໄດ້ບັນດາເປົ້າໝາຍພັດທະນາ. ທ່ານໄດ້ຍົກອອກ 5 ຂໍ້ສະເໜີ, ໃນນັ້ນມີການປະຕິຮູບການພັດທະນາການຮ່ວມມືກັບສາກົນ ມຸ່ງໄປເຖິງຫຼາຍແງ່ມູມ, ບໍ່ພຽງແຕ່ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກເທົ່ານັ້ນ ຫາກຍັງຮັບໃຊ້ການຫັນປ່ຽນໂຄງປະກອບພື້ນຖານເສດຖະກິດ ຕາມທິດຍືນຍົງອີກດ້ວຍ; ຊຸກຍູ້ການປະຕິຮູບລະບົບການເງິນສາກົນ ຮັບປະກັນຄວາມຍຸຕິທຳ, ກວມລວມ, ຖືປະຊາຊົນເປັນໃຈກາງ; ສ້າງກົນໄກສົມທົບກັນໃຫ້ມີປະສິດທິຜົນລະຫວ່າງບັນດາປະເທດ, ຄູ່ຮ່ວມມືພັດທະນາ ແລະ ເຂດເອກະຊົນໃຫ້ຫຼາຍກວ່າ.

ແລະກໍ່ໃນວັນດຽວກັນ, ກ່າວຄຳເຫັນທີ່ວາລະປຶກສາຫາລືຄົບຄະນະຂອງກອງປະຊຸມສາກົນຄັ້ງທີ 4 ກ່ຽວກັບການເງິນສຳລັບການພັດທະນາ (FfD4), ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟີກ ໄດ້ຍົກອອກ 3 ຂໍ້ສະເໜີລະອຽດ: ທີໜຶ່ງ, ເພີ່ມຄວາມໄວໃນວິວັດການປະຕິຮູບບັນດາລະບອບການຄຸ້ມຄອງການເງິນທົ່ວໂລກ, ກ່ອນອື່ນໝົດແມ່ນບັນດາທະນາຄານພັດທະນາຫຼາຍທິດ ແນໃສ່ມຸ່ງໄປເຖິງການສະໜອງແຫຼ່ງການເງິນຢ່າງແທດຈິງ. ທີສອງ, ຮ່ວມມື ແລະ ແບ່ງປັນຜົນງານການພັດທະນາຂອງວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ເພື່ອສ້າງກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕ. ທີສາມ ແມ່ນລຸລ່ວງແຫຼ່ງການເງິນຮັບໃຊ້ການພັດທະນາບັນດາຂົງເຂດທີ່ເປັນກຳລັງໜູນການເຕີບໂຕໃໝ່ຄື ການຫັນເປັນສີຂຽວ, ນະວັດຕະກຳ, ຫັນເປັນດີຈີຕອນ, ເສດຖະກິດໝູນວຽນ, ມຸ່ງໄປເຖິງການໃຫ້ບູລິມະສິດບັນດາປະເທດພວມພັດທະນາ.

ໃນຂອບເຂດກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟີກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ການໂອ້ລົມສົນທະນາວິສາຫະກິດ ຫວຽດນາມ - ເຂດ Seville, ອັດສະປາຍ

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top