ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.
ທ່ານປະທານາທິບໍດີ ແຟງລັງ Alexander Stubb ແລະ ພັນລະຍາ ແລະ ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ (ພາບ: TTXVN)
10 ໂມງເຊົ້າ ຂະບວນລົດສົ່ງທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເຂົ້າໄປທຳນຽບປະທານາທິບໍດີ, ທ່ານປະທານາທິບໍດີ ແຟງລັງ Alexander Stubb ໄດ້ອອກຕ້ອນຮັບຢູ່ປະຕູລົດ ແລະ ຂ່ຳນັບຮັບຕ້ອນທ່ານເລຂາທິການໃຫຍ່ ໂຕເລິມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ, ການນຳສອງທ່ານໄດ້ກ້າວຂຶ້ນເວທີກຽດຕິຍົດ, ເພງຊາດຂອງສອງປະເທດ ຫວຽດນາມ - ແຟງລັງ ໄດ້ບັນເລັງຂຶ້ນ.
ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານາທິບໍດີ Alexander Stubb ໄດ້ນຳພາຄະນະຜູ້ແທນຂັ້ນສູງສອງປະເທດດຳເນີນການພົບປະເຈລະຈາ ແນໃສ່ປຶກສາຫາລືບັນດາທິດທາງການຮ່ວມມືນຳການພົວພັນສອງປະເທດນັບມື້ນັບແທດຈິງ ແລະ ພັດທະນາຢ່າງດີງາມກວ່າອີກໃນໄລຍະຈະມາເຖິງ.
ກໍໃນຕອນເຊົ້າຂອງວັນດຽວກັນ, ຢູ່ທຳນຽບປະທານາທິບໍດີ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານາທິບໍດີ ສ.ແຟງລັງ Alexander Stubb ໄດ້ເປັນສັກຂີພິຍານທີພິທີລົງນາມໃນເອກະສານຮ່ວມມືສອງຝ່າຍ ຫວຽດນາມ - ແຟງລັງ. ບັນດາເອກະສານທີ່ໄດ້ລົງນາມຮ່ວມມືກັນລວມມີ: ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືສອງຝ່າຍໃນຂົງເຂດສິ່ງແວດລ້ອມ, ຊີວະນາໆພັນ ແລະ ການປ່ຽນແປງຂອງດິນຟ້າອາກາດລະຫວ່າງກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ກັບກະຊວງສິ່ງແວດລ້ອມແຟງລັງ; ບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊວງການເງິນ ຫວຽດນາມ ແລະ ກະຊວງການຕ່າງປະເທດ ແຟງລັງ ກ່ຽວກັບການໜູນຊ່ວຍ ແລະ ຊຸກຍູ້ວຽກງານກະກຽມ ແລະ ຜັນຂະຫຍາຍບັນດາໂຄງການທີ່ໄດ້ຮັບການອຸປະຖຳຈາກໂຄງການລົງທຶນສາທາລະນະຂອງ ແຟງລັງ; ບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊວງການເງິນ ຫວຽດນາມ ແລະ ອົງການສິນເຊື່ອສົ່ງອອກ ແຟງລັງ.
(ແຫຼ່ງຄັດຈາກ VOV)