ວັນທີ 04 ພຶດສະພາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ທ່ານຄອຍຖ້າການພົບປະກັບທ່ານ ສີຈີ້ນຜິງ ປະທານປະເທດ ຈີນ ຢູ່ ປັກກິ່ງ ໃນລະຫວ່າງວັນທີ 14 – 15 ພຶດສະພາຈະມາເຖິງ.
ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານປະເທດ ຈີນ ສີຈີ້ນຜິງ ໃນການພົບປະສອງຝ່າຍຢູ່ສະໜາມບິນສາກົນ Gimhae, ໃນວັນທີ 30/10/2025 (ພາບເອກະສານ: REUTERS/Evelyn Hockstein)
ທ່ານ Donald Trump ເນັ້ນໜັກວ່າ ທ່ານຈະຊີ້ແຈ້ງ ກ່ຽວກັບຖານະບົດບາດນຳໜ້າຂອງ ອາເມລິກາ ໃນຂົງເຂດປັນຍາປະດິດ ກັບການນຳ ຈີນ ເມື່ອສອງຝ່າຍພົບປະກັນ; ເນັ້ນໜັກ ອາເມລິກາ ໄດ້ດຶງດູດເງິນລົງທຶນປະມານ 18.000 ຕື້ USD ເຂົ້າໃນຂົງເຂດເຕັກໂນໂລຢີ ໃນໄລຍະ 11 ເດືອນ. ຕາມທ່ານແລ້ວ, ນີ້ແມ່ນຫຼັກຖານພິສູດໃຫ້ເຫັນກຳລັງແຮງຂອງພື້ນຖານເສດຖະກິດ ອາເມລິກາ ກໍຄື ທ່າໄດ້ປຽບກ່ຽວກັບເຕັກໂນໂລຢີ ເມື່ອທຽບໃສ່ບັນດາຄູ່ແຂ່ງ, ພິເສດແມ່ນ ຈີນ. ເຖິງວ່າ, ທ່ານກໍພັນລະນາສາຍພົວພັນແກ້ງແຍ້ງລະຫວ່າງສອງປະເທດແມ່ນ “ສະໜິດສະໜົມ", ພ້ອມທັງສະແດງຄວາມຫວັງວ່າ ການຢ້ຽມຢາມຄັ້ງຈະມາເຖິງນີ້ຈະມີຄວາມໝາຍສຳຄັນສຳລັບສາຍພົວພັນສອງຝ່າຍ.
ກໍໃນວັນດຽວກັນ, ທ່ານ Scott Bessent ລັດຖະມົນຕີກະຊວງການເງິນ ໄດ້ຮຽກຮ້ອງໃຫ້ ຈີນ ເພີ່ມທະວີບັນດາຄວາມມານະພະຍາຍາມທາງການທູດ ແນໃສ່ເກ້ຍກ່ອມ ອີຣານ ເປີດຊ່ອງແຄບທະເລ Hormuz ໃຫ້ແກ່ການຂົນສົ່ງສາກົນຄືນໃໝ່. ທ່ານ Bessent ໃຫ້ຮູ້ວ່າ ບັນຫາຊ່ອງແຄບທະເລ Hormuz ອາດຈະໄດ້ນຳເຂົ້າໂຄງການດຳເນີນງານໃນການພົບປະລະຫວ່າງທ່ານ Trump ແລະ ທ່ານ ສີຈີ້ນຜິງ.
(ແຫຼ່ງຄັດຈາກ VOV)