• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ ຄຳ​ໄຕ ສີ​ພັນ​ດອນ ​ຕິດ​ພັນ​ກັບ​ພາ​ລະ​ກິດປະ​ຕິ​ວັດ ລາວ ແລະ ການ​ພົວ​ພັນ ຫວຽດ​ນາມ - ລາວ

ທ່ານແມ່ນໜຶ່ງໃນບັນດາການນຳດີເດັ່ນໃນລຸ້ນທຳອິດຂອງພັກ, ແມ່ນແກ່ນສານຫຼັກແຫຼ່ງຂອງສູນກາງພັກ ທີ່ໄດ້ຊີ້ນຳນຳພາການປະຕິວັດຂອງຊາດ, ປະຊາທິປະໄຕ ແລະ ຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ, ນຳການປະຕິວັດ ລາວ ຍາດໄດ້ໄຊຊະນະຢ່າງສິ້ນເຊີງ, ນຳປະເທດລາວກ້າວຂຶ້ນຕາມເປົ້າໝາຍສັງຄົມນິຍົມເທື່ອລະກ້າວ. ທ່ານປະທານ ຄຳໄຕ ສີພັນດອນ ໄດ້ເປັນກຽດຮັບຫຼຽນຄຳລະດັບຊາດຈາກພັກ, ລັດ ລາວ ແລະ ຫຼຽນໄຊດາວຄຳຈາກພັກ, ລັດ ຫວຽດນາມ.
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕິມ ວາງພວງມາລາ, ໄວ້ອາໄລທ່ານປະທານ ຄຳໄຕ ສີພັນດອນ

 “ປະທານ ຄຳໄຕ ສີພັນດອນ ຕິດພັນກັບພາລະກິດປະຕິວັດ ລາວ ແລະ ການພົວພັນ ຫວຽດນາມ - ລາວ”. ນີ້ແມ່ນຫົວຂໍ້ຂອງບົດຂຽນຂອງທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕິມ ເພື່ອອາໄລຫາທ່ານອະດີດປະທານຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດ ລາວ, ອະດີດປະທານປະເທດ ແຫ່ງ ສປປ.ລາວ ຄຳໄຕ ສີພັນດອນ ທີ່ຫາກໍ່ເຖິງແກ່ມໍລະນະກຳ.

ບົດຂຽນໄດ້ທົບທວນຄືນບັນດາຜົນງານສຳຄັນຂອງທ່ານປະທານ ຄຳໄຕ ສີພັນດອນ ມີຕໍ່ປະເທດລາວ, ໂດຍໄດ້ຢັ້ງຢືນວ່າ ທ່ານແມ່ນໜຶ່ງໃນບັນດາການນຳດີເດັ່ນໃນລຸ້ນທຳອິດຂອງພັກ, ແມ່ນແກ່ນສານຫຼັກແຫຼ່ງຂອງສູນກາງພັກ ທີ່ໄດ້ຊີ້ນຳນຳພາການປະຕິວັດຂອງຊາດ, ປະຊາທິປະໄຕ ແລະ ຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ, ນຳການປະຕິວັດ ລາວ ຍາດໄດ້ໄຊຊະນະຢ່າງສິ້ນເຊີງ, ນຳປະເທດລາວກ້າວຂຶ້ນຕາມເປົ້າໝາຍສັງຄົມນິຍົມເທື່ອລະກ້າວ. ທ່ານປະທານ ຄຳໄຕ ສີພັນດອນ ໄດ້ເປັນກຽດຮັບຫຼຽນຄຳລະດັບຊາດຈາກພັກ, ລັດ ລາວ ແລະ ຫຼຽນໄຊດາວຄຳຈາກພັກ, ລັດ ຫວຽດນາມ.

        ໃນຕອນເຊົ້າວັນທີ 05 ເມສາ, ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ໄດ້ນຳພາຄະນະຜູ້ແທນສະຖານທູດ, ບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ລາວ ແລະ ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ລາວ ມາວາງພວງມາລາ, ໄວ້ອາໄລອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ອະດີດປະທານປະເທດແຫ່ງ ສປປ.ລາວ ຄຳໄຕ ສີພັນດອນ.

(ແຫຼ່ງຄັດຈາກ VOV)

ການນຳພັກ, ລັດ ຫວຽດນາມ ຕ້ອນຮັບ ແລະ ດຳເນີນການພົບປະເຈລະຈາກັບທ່ານນາຍົກລັດຖະມົນ ເອທີໂອປີ Abiy Ahmed Ali

ການນຳພັກ, ລັດ ຫວຽດນາມ ຕ້ອນຮັບ ແລະ ດຳເນີນການພົບປະເຈລະຈາກັບທ່ານນາຍົກລັດຖະມົນ ເອທີໂອປີ Abiy Ahmed Ali

ການນຳ 2 ທ່ານໄດ້ເຫັນດີເພີ່ມທະວີການແລກປ່ຽນ, ພົບປະ, ບຳລຸງສ້າງ, ແບ່ງປັນບົດຮຽນຂອງ 2 ພັກ ເພື່ອແນໃສ່ຊຸກຍູ້ນ້ຳໃຈມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງປະຊາຊົນ 2 ປະເທດ.

Top