ອາເມລິກາ ຈະຫຼຸດອັດຕາພາສີສຳລັບສິນຄ້າ ຈີນ ຈາກລະດັບ 145% ລົງເຫຼືອ 30%, ໃນຂະນະນັ້ນ, ຈີນ ຈະຫຼຸດພາສີສຳລັບສິນຄ້າ ອາເມລິກາ ຈາກ 125% ລົງເຫຼືອ 10%. ຂໍ້ຕົກລົງດັ່ງກ່າວມີຜົນສັກສິດແຕ່ວັນທີ 14 ພຶດສະພາ.
ທ່ານປະທານາທິບໍດີ Donald Trump (ພາບ: Reuters)
ພາຍຫຼັງເຈລະຈາໃນ 2 ວັນທ້າຍອາທິດຜ່ານມາຢູ່ນະຄອນ ເຊີແນວ, ສະວິດ, ບັນດາເຈົ້າໜ້າທີ່ ອາເມລິກາ ແລະ ຈີນ ໄດ້ຕົກລົງເປັນເອກະພາບຫຼຸດຜ່ອນພາສີໃຫ້ແກ່ກັນພາຍໃນ 90 ວັນ ແລະ ສືບຕໍ່ດຳເນີນການເຈລະຈາໃນໄລຍະຈະມາເຖິງ.
ພາຍຫຼັງການເຈລະຈາຢູ່ ສະວິດ, ອາເມລິກາ ຈະຫຼຸດອັດຕາພາສີສຳລັບສິນຄ້າ ຈີນ ຈາກລະດັບ 145% ລົງເຫຼືອ 30%, ໃນຂະນະນັ້ນ, ຈີນ ຈະຫຼຸດພາສີສຳລັບສິນຄ້າ ອາເມລິກາ ຈາກ 125% ລົງເຫຼືອ 10%. ຂໍ້ຕົກລົງດັ່ງກ່າວມີຜົນສັກສິດແຕ່ວັນທີ 14 ພຶດສະພາ. ກ່າວຄຳເຫັນຕໍ່ວົງການສື່ມວນຊົນ ໃນວັນທີ 12 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ທ່ານຊົມເຊີຍເລື່ອງ ຈີນ ເປີດປະຕູຕະຫຼາດສຳລັບວິສາຫະກິດ ອາເມລິກາ.
ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ທ່ານອາດຈະໂອ້ລົມທາງໂທລະສັບກັບປະທານປະເທດ ຈີນ ສີຈີ້ນຜິງ ໃນທ້າຍອາທິດນີິ້ ແລະ ໃນກໍລະນີສອງປະເທດບໍ່ບັນລຸໄດ້ຂໍ້ຕົກລົງພາຍຫຼັງ 90 ວັນ, ອາເມລິກາ ຈະບໍ່ກັບຄືນອັດຕາພາສີ 145% ແຕ່ສິນຄ້າ ຈີນ ຍັງຄົງຖືກອັດຕາພາສີສູງພໍສົມຄວນຈາກ ອາເມລິກາ.
(ແຫຼ່ງຄັດຈາກ VOV)