ຕອນເຊົ້າວັນທີ 12 ມີນາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທງເໝິ້ນ ປະທານສະພາແຫ່ງຊາດ ຫວຽດນາມ, ປະທານສະພາເລືອກຕັ້ງແຫ່ງຊາດ ໄດ້ເປັນປະທານກອງປະຊຸມກັບບັນດາອະນຸກຳມະການຂອງສະພາເລືອກຕັ້ງແຫ່ງຊາດ
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)
ຢູ່ກອງປະຊຸມ, ຜູ້ຕາງໜ້າສະພາເລືອກຕັ້ງແຫ່ງຊາດ, ບັນດາອະນຸກຳມະການໄດ້ລາຍງານຄວາມຄືບໜ້າ, ກໍ່ຄືຄວາມສະດວກ, ຂໍ້ຫຍຸ້ງຍາກໃນວຽກງານກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ, ປະທານສະພາເລືອກຕັ້ງແຫ່ງຊາດ ເນັ້ນໜັກວ່າ ມາຮອດປັດຈຸບັນ ວຽກງານກະກຽມການເລືອກຕັ້ງໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ແໜ້ນແຟ້ນ, ຖືກຕ້ອງຕາມຄວາມຄືບໜ້າ ແລະ ຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍ. ທ່ານສະເໜີວ່າ:
ຂ້າພະເຈົ້າສະເໜີບໍ່ໃຫ້ປະໝາດ, ເມີນເສີຍວຽກງານຢ່າງເດັດຂາດ, ຕ້ອງສຸມໃສ່ລະດັບສູງ, ຮັບປະກັນການເລືອກຕັ້ງໄດ້ດຳເນີນຢ່າງມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ, ມີຄວາມປອດໄພ ແລະ ກາຍເປັນວັນບຸນ ຂອງທົ່ວປວງຊົນ ຢ່າງແທ້ຈິງ. ຂ້າພະເຈົ້າຮຽກຮ້ອງສຳຫຼວດກວດຄືນທຸກວຽກງານກະກຽມໃຫ້ແກ່ວັນເລືອກຕັ້ງ. ບັນດາອະນຸກຳມະການຕ້ອງສືບຕໍ່ປະສານສົມທົບກັບບັນດາທ້ອງຖິ່ນຢ່າງແໜ້ນແຟ້ນເພື່ອກວດກາ, ສຳຫຼວດກວດຄືນທຸກຂັ້ນຕອນ ຂອງວຽກງານເລືອກຕັ້ງ: ນັບແຕ່ບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ, ຜູ້ສະໝັກຮັບເລືອກຕັ້ງ, ເອກະສານເລືອກຕັ້ງ, ພື້ນຖານວັດຖຸ ຢູ່ບັນດາເຂດປ່ອນບັດເລືອກຕັ້ງຕະຫຼອດຮອດວຽກງານຈັດຕັ້ງຢູ່ແຕ່ລະໜ່ວຍເລືອກຕັ້ງ.
(ແຫຼ່ງຄັດຈາກ VOV)