ພາຍຫຼັງພິທີຕ້ອນຮັບ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ແລະ ທ່ານ Antonio Costa ປະທານສະພາເອີລົບ ໄດ້ເຂົ້າຮ່ວມການພົບປະແບບວົງແຄບ.
ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ແລະ ທ່ານ Antonio Costa ປະທານສະພາເອີລົບ ກວດກອງກຽດຕິຍົດກອງທັບປະຊາຊົນ ຫວຽດນາມ (ພາບ: TTXVN)
ຕອນເຊົ້າວັນທີ 29 ມັງກອນ, ຢູ່ທຳນຽບປະທານປະເທດ (ຮ່າໂນ້ຍ), ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບທ່ານ Antonio Costa ປະທານສະພາເອີລົບ ທີ່ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 28 – 29 ຕາມຄຳເຊີນຂອງ ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ. ພາຍຫຼັງພິທີຕ້ອນຮັບ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ແລະ ທ່ານ Antonio Costa ປະທານສະພາເອີລົບ ໄດ້ເຂົ້າຮ່ວມການພົບປະແບບວົງແຄບ ກ່ອນທີ່ຈະນຳໜ້າຄະນະຜູ້ແທນຂັ້ນສູນ ຫວຽດນາມ ແລະ EU ດຳເນີນການໂອ້ລົມເຈລະຈາ, ຕີລາຄາໝາກຜົນການຮ່ວມມືລະຫວ່າງສອງຝ່າຍໃນໄລຍະຜ່ານມາ ແລະ ສະເໜີບັນດາທິດທາງການຮ່ວມມືໃນໄລຍະຈະມາເຖິງ.
ກ່ອນໜ້ານັ້ນ, ທ່ານ Julien Guerrier, ເອກອັກຄະລັດຖະທູດ ອີຢູ ປະຈຳ ຫວຽດນາມ ແລ້ວ, ການຢ້ຽມຢາມຂອງທ່ານປະທານສະພາ ເອີລົບ Antonio Costa ໄດ້ດຳເນີນໄປກົງກັບຈຸດເວລາການພົວພັນ ຫວຽດນາມ - ອີຢູ ພັດທະນາຢ່າງແຮງ, ເລິກເຊິ່ງ, ກວ້າງຂວາງທີ່ສຸດໃນພາກພື້ນ ພາຍຫຼັງວິວັດທະນາການທາງ 35 ປີ, ພ້ອມກັນນັ້ນ ການຮ່ວມມືລະຫວ່າງ ຫວຽດນາມ - ອີຢູ ກໍ່ໄດ້ຮອດໄລຍະສາມາດເປີດ “ສັງກາດໃໝ່” ໃນການພົວພັນ 2 ຝ່າຍ.
(ແຫຼ່ງຄັດຈາກ VOV)