ຜູ້ຕາງໜ້າບັນດາອົງການ, ໝູ່ຄະນະມະຫາຊົນ, ກຳລັງປະກອບອາວຸດ, ນັກຮົບເກົ່າ, ນັກຮຽນ, ນັກສຶກສາ ພ້ອມກັບປະຊາຊົນນະຄອນ ໂຮ່ຈີມິນ ໄດ້ມາຖະຫວາຍທູບທຽນອາໄລຫາ ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດໃນບັ້ນການບຸກໂຈມຕີຄັ້ງໃຫຍ່ ແລະ ການລູກຮື້ຂຶ້ນລະດູບານໃໝ່ ປີ 1968
ຕົວແທນປະຊາຊົນ ທຸກຊັ້ນຄົນ ຂອງທ້ອງຖິ່ນຕ່າງໆໃນທົ່ວນະຄອນ ໄດ້ມາເຕົ້າໂຮມກັນຢູ່ສວນສາທາລະນະ ເລທິຣຽງ ເພື່ອອາໄລຫາບັນດາວິລະຊົນຜູ້ເສຍສະຫຼະຊີບເພື່ອຊາດ. ພາບ: VNA
ຕອນເຊົ້າວັນທີ 23 ກໍລະກົດ, ຢູ່ສວນສາທາລະນະ ເລທິຣຽງ ຜູ້ຕາງໜ້າບັນດາອົງການ, ໝູ່ຄະນະມະຫາຊົນ, ກຳລັງປະກອບອາວຸດ, ນັກຮົບເກົ່າ, ນັກຮຽນ, ນັກສຶກສາ ພ້ອມກັບປະຊາຊົນນະຄອນ ໂຮ່ຈີມິນ ໄດ້ມາຖະຫວາຍທູບທຽນອາໄລຫາ ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດໃນບັ້ນການບຸກໂຈມຕີຄັ້ງໃຫຍ່ ແລະ ການລູກຮື້ຂຶ້ນລະດູບານໃໝ່ ປີ 1968, ເຂົ້າວາງພວງມາລາອັດຖິທີ່ຫາກໍ່ໄດ້ຮັບການທ້ອນໂຮມ, ປົງອັດຖິໃນສວນສາທາລະນະ. ໂດຍແມ່ນນັກຮົບເກົ່າເຂົ້າຮ່ວມການສູ້ຮົບໂດຍກົງ, ປ້າ ເຈິ່ນທິບິກໂຮ້ຍ (ອາຍຸ 68 ປີ, ນັກຮົບເກົ່າຕາແສງ ເຕິນຝຸ) ແບ່ງປັນວ່າ:
ມື້ນີ້ຂ້າພະເຈົ້າເຫັນໄດ້ອັດຖິຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ສົ່ງກັບເມືອບ້ານ, ຂ້າພະເຈົ້າຮູ້ສຶກດີໃຈ ທັງຮູ້ສຶກຕື້ນຕັນໃຈ. ຕື້ນຕັນໃຈຍ້ອນວ່າບັນດາສະຫາຍເສຍສະຫຼະຊີວິດເພື່ອປະຊາຊົນ, ເພື່ອປະເທດຊາດ. ຂ້າພະເຈົ້າສະແດງຄວາມຮູ້ບຸນຄຸນ ແລະ ຍາມໃດກໍ່ຈົດຈຳຄຸນງາມຄວາມດີຂອງບັນດາສະຫາຍ.
(ແຫຼ່ງຄັດຈາກ VOV)