ຂ່າວສານ

ປະ​ຊາ​ຊົນ​ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ສວນ​ສາ​ທາ​ລະ​ນະ ເລ​ທິ​ຣຽງ

ຜູ້​ຕາງ​ໜ້າ​ບັນ​ດາ​ອົງ​ການ, ໝູ່​ຄະ​ນະ​ມະ​ຫາ​ຊົນ, ກຳ​ລັງ​ປະ​ກອບ​ອາ​ວຸດ, ນັກ​ຮົບເກົ່າ, ນັກ​ຮຽນ, ນັກ​ສຶກ​ສາ ພ້ອມ​ກັບ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ ໄດ້​ມາ​ຖະ​ຫວາຍ​ທູບ​ທຽນອາ​ໄລ​ຫາ​ ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ໃນ​ບັ້ນ​ການ​ບຸກ​ໂຈມ​ຕີຄັ້ງ​ໃຫຍ່ ແລະ ການລູກ​ຮື້​ຂຶ້ນ​ລະ​ດູ​ບານ​ໃໝ່ ປີ 1968
  ຕົວແທນປະຊາຊົນ ທຸກຊັ້ນຄົນ ຂອງທ້ອງຖິ່ນຕ່າງໆໃນທົ່ວນະຄອນ ໄດ້ມາເຕົ້າໂຮມກັນຢູ່ສວນສາທາລະນະ ເລທິຣຽງ ເພື່ອອາໄລຫາບັນດາວິລະຊົນຜູ້ເສຍສະຫຼະຊີບເພື່ອຊາດ. ພາບ: VNA  

ຕອນ​ເຊົ້າ​ວັນ​ທີ 23 ກໍ​ລະ​ກົດ, ຢູ່​ສວນ​ສາ​ທາ​ລະ​ນະ ເລ​ທິ​ຣຽງ ຜູ້​ຕາງ​ໜ້າ​ບັນ​ດາ​ອົງ​ການ, ໝູ່​ຄະ​ນະ​ມະ​ຫາ​ຊົນ, ກຳ​ລັງ​ປະ​ກອບ​ອາ​ວຸດ, ນັກ​ຮົບເກົ່າ, ນັກ​ຮຽນ, ນັກ​ສຶກ​ສາ ພ້ອມ​ກັບ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ ໄດ້​ມາ​ຖະ​ຫວາຍ​ທູບ​ທຽນອາ​ໄລ​ຫາ​ ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ໃນ​ບັ້ນ​ການ​ບຸກ​ໂຈມ​ຕີຄັ້ງ​ໃຫຍ່ ແລະ ການລູກ​ຮື້​ຂຶ້ນ​ລະ​ດູ​ບານ​ໃໝ່ ປີ 1968, ເຂົ້າວາງ​ພວງ​ມາ​ລາ​ອັດ​ຖິ​ທີ່ຫາກ​ໍ່​ໄດ້​ຮັບ​ການ​ທ້ອນ​ໂຮມ, ປົງ​ອັດ​ຖິໃນ​ສວນ​ສາ​ທາ​ລະ​ນະ. ໂດຍ​ແມ່ນ​​ນັກ​ຮົບເກົ່າ​ເຂົ້າ​ຮ່ວມ​ການ​ສູ້​ຮົບ​ໂດຍ​ກົງ, ປ້າ ເຈິ່ນ​ທິ​ບິກ​ໂຮ້ຍ (​ອາ​ຍຸ 68 ປີ, ​ນັກ​ຮົບເກົ່າ​ຕາ​ແສງ ເຕິນ​ຝຸ) ແບ່ງ​ປັນ​ວ່າ:

ມື້​ນີ້​ຂ້າ​ພະ​ເຈົ້າ​ເຫັນ​ໄດ້​ອັດ​ຖິ​ຂອງ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ໄດ້​ສົ່ງ​ກັບ​ເມືອບ້ານ, ຂ້າ​ພະ​ເຈົ້າ​​ຮູ້​ສຶກ​ດີ​ໃຈ ທັງ​ຮູ້​ສຶກ​ຕື້ນ​ຕັນ​ໃຈ. ຕື້​ນ​ຕັນ​ໃຈ​ຍ້ອນ​ວ່າ​ບັນ​ດາ​ສະ​ຫາຍ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ປະ​ຊາ​ຊົນ, ເພື່ອ​ປະ​ເທດ​ຊາດ. ຂ້າ​ພະ​ເຈົ້າ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ ແລະ ຍາມ​ໃດ​ກໍ່ຈົດ​ຈຳຄຸນງ​າມ​ຄວາມ​ດີ​ຂອງ​ບັນ​ດາ​ສະ​ຫາຍ.


top