• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ຊາ​ຄົມ​ສາ​ກົນ ມາ​ນະ​ພະ​ຍາ​ຍາມ​ໄກ່​ເກ່ຍ​​ການ​ປະ​ທະ​ກັນ​ກັນ​ລະ​ຫວ່າງ ອິດ​ສະ​ລາ​ແອັນ ແລະ ອີີ​ຣານ

ທ່ານປະທານາທິບໍດີ ອາເມລິກາ Donald Trump ຮຽກຮ້ອງອິດສະລາແອັນ ແລະ ອີຣານມຸ່ງໄປເຖິງຂໍ້ຕົກລົງ, ພ້ອມທັງຖືວ່າ ສອງປະເທດຢູ່ພາກຕາເວັນອອກກາງນີ້ ຈະບັນລຸໄດ້ສັນຕິພາບໂດຍໄວ.
ທ່ານ Johann Wadephul ລັດຖະມົນຕີການຕ່າງປະເທດ ເຢຍລະມັນ (ພາບ: MDR)

ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ ໂອມານໃນວັນທີ 15 ມິຖຸນາ, ທ່ານ Johann Wadephul ລັດຖະມົນຕີການຕ່າງປະເທດ ເຢຍລະມັນ ໃຫ້ຮູ້ວ່າ ປະເທດນີ້ພວມສົມທົບກັບບັນດາຄູ່ສຳພັນທະມິດຝລັ່ງ ແລະ ອັງກິດເພື່ອສະເໜີ ອີຣານ ດຳເນີນບັນດາການເຈລະຈາໃນທັນທີ ກ່ຽວກັບໂຄງການນິວເຄຼຍຂອງປະເທດນີ້. ທ່ານ Johann Wadephul ເນັ້ນໜັກເຖິງຄວາມຈຳເປັນຂອງການຫຼຸດຜ່ອນຄວາມເຄັ່ງຕຶງລະຫວ່າງ ອິດສະລາແອັນ ແລະ ອີຣານ, ພ້ອມທັງຮຽກຮ້ອງອີຣານ ຍອມຮັບການສະເໜີການເຈລະຈາ.

ແລະກໍ່ໃນວັນ 15 ມິຖຸນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຮຽກຮ້ອງອິດສະລາແອັນ ແລະ ອີຣານມຸ່ງໄປເຖິງຂໍ້ຕົກລົງ, ພ້ອມທັງຖືວ່າ ສອງປະເທດຢູ່ພາກຕາເວັນອອກກາງນີ້ ຈະບັນລຸໄດ້ສັນຕິພາບໂດຍໄວ. ໃນບົດທີ່ໄດ້ເອົາລົງໃນສື່ສັງຄົມອອນໄລ Truth Social, ທ່ານປະທານາທິບໍດີ ເນັ້ນໜັ້ກວ່າ ອີຣານ ແລະ ອິດສະລາແອັນ ຄວນບັນລຸໄດ້ຂໍ້ຕົກລົງສະບັບໜຶ່ງ ແລະ ຈະສາມາດບັນລຸໄດ້. ໄປຄຽງຄູ່ກັນນັ້ນ, ການນຳ ອາເມລິກາ ກໍ່ໃຫ້ຮູ້ວ່າ ພວມມີຫຼາຍການພົບປະ ແລະ ການໂອ້ລົມທາງໂທລະສັບກ່ຽວກັບບັນຫານີ້, ແຕ່ບໍ່ເຜີຍລະອຽດ.

ແລະກໍ່ໃນວັນດຽວກັນ, ທ່ານ Kirill Dmitriev ທູດພິເສດຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin ປະກາດວ່າ ລັດເຊຍ ຈະສວມບົດບາດຫຼັກແຫຼ່ງໃນການເປັນກາງໄກ່ເກ່ຍແກ້ໄຂການປະທະກັນລະຫວ່າງ ອິດສະລາແອັນ ແລະ ອີຣານ.

(ແຫຼ່ງຄັດຈາກ VOV)

ສະ​ໂລ​ວາ​ກີ ແລະ ຮຸງ​ກາ​ຣີ ຢຶດ​ໝັ້ນ​ຄັດ​ຄ້ານການ​ລົງ​ໂທດ​ໃໝ່​ຂອງ EU ເລັ່ງ​ໃສ່​ລັ​ດ​ເຊຍ

ສະ​ໂລ​ວາ​ກີ ແລະ ຮຸງ​ກາ​ຣີ ຢຶດ​ໝັ້ນ​ຄັດ​ຄ້ານການ​ລົງ​ໂທດ​ໃໝ່​ຂອງ EU ເລັ່ງ​ໃສ່​ລັ​ດ​ເຊຍ

ທ່ານນາຍົກລັດຖະມົນຕີ ສະໂລວາກີ Robert Fico ປະກາດວ່າປະເທດນີ້ຈະຮຽກຮ້ອງໂຈະການປ່ອນບັດກ່ຽວກັບການລົງໂທດທີ 18 ຂອງ EU ເລັ່ງໃສ່ ລັດເຊຍຢູ່ກອງປະຊຸມມຄັ້ງຕໍ່ໄປຂອງບັນດາລັດຖະມົນຕີການຕ່າງປະເທດ ສະຫະພາບເອີລົບ (EU).

Top