ວັນທີ 17 ພຶດສະພາ, ທ່ານ Lee Jae Myung, ປະທານາທິບໍດີ ສ.ເກົາຫຼີ ແລະ ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ໄດ້ໂອ້ລົມທາງໂທລະສັບ ປຶກສາຫາລືກ່ຽວກັບໝາກຜົນກອງປະຊຸມສຸດຍອດ ອາເມລິກາ - ຈີນ.
ທ່ານ Lee Jae Myung, ປະທານາທິບໍດີ ສ.ເກົາຫຼີ ແລະ ທ່ານ Donald Trump, ປະທານາທິບໍດີ ອາເມລິກາ (ພາບ: REUTERS/Evelyn Hockstein)
ທ່ານປະທານາທິບໍດີ Donald Trump ໄດ້ແບ່ງປັນກັບການນຳ ສ.ເກົາຫຼີ ກ່ຽວກັບເນື້ອໃນການພົບປະກັບທ່ານ ສິຈິ້ນຜິ້ງ, ປະທານປະເທດ ຈີນ, ລວມທັງບັນດາເນື້ອໃນກ່ຽວກັບການພົວພັນ ອາເມລິກາ - ຈີນ, ບັນດາຂໍ້ຕົກລົງດ້ານເສດຖະກິດ, ການຄ້າ, ບັນຫາຢູ່ແຫຼມເກົາຫຼີ ແລະ ສະພາບການ ຕາເວັນອອກກາງ.
ຝ່າຍ ສ.ເກົາຫຼີ ໃຫ້ຮູ້ວ່າ, ທ່ານປະທານາທິບໍດີ Lee Jae Myung ຕີລາຄາວ່າ ການແລກປ່ຽນລະຫວ່າງການນຳ ອາເມລິກາ ແລະ ຈີນ ມີລັກສະນະສ້າງສັນຕໍ່ບັນດາບັນຫາຢູ່ ແກຼມເກົາຫຼີ. ໃນຄະນະນັ້ນ, ທ່ານປະທານາທິບໍດີ Donald Trump ຢືນຢັນ ຈະສົມທົບກັບ ສ.ເກົາຫຼີ ຢ່າງແໜ້ນແຟ້ນ ເພື່ອປະກອບສ່ວນເຂົ້າໃນສັນຕິພາບ ແລະ ສະຖຽນລະພາບຢູ່ແກຼນເກົາຫຼີ. ການນຳ 2 ທ່ານກໍ່ປຶກສາຫາລືເລື່ອງຊຸກຍູ້ການຜັນຂະຫຍາຍຂໍ້ຕົກລົງດ້ານການຄ້າ 2 ຝ່າຍທີ່ໄດ້ລົງນາມໃນປີ 2025.
(ແຫຼ່ງຄັດຈາກ VOV)