ຂ່າວສານ

ປະທານາທິບໍດີ ສ.ເກົາຫຼີ ແລະ ອາເມລິກາ ໂອ້ລົມທາງໂທລະສັບກ່ຽວກັບໝາກຜົນກອງປະຊຸມສຸດຍອດ ອາເມລິກາ - ຈີນ

ວັນທີ 17 ພຶດສະພາ, ທ່ານ Lee Jae Myung, ປະທານາທິບໍດີ ສ.ເກົາຫຼີ ແລະ ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ໄດ້ໂອ້ລົມທາງໂທລະສັບ ປຶກສາຫາລືກ່ຽວກັບໝາກຜົນກອງປະຊຸມສຸດຍອດ ອາເມລິກາ - ຈີນ.
  ທ່ານ Lee Jae Myung, ປະທານາທິບໍດີ ສ.ເກົາຫຼີ ແລະ ທ່ານ Donald Trump, ປະທານາທິບໍດີ ອາເມລິກາ (ພາບ: REUTERS/Evelyn Hockstein)  

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ໄດ້​ແບ່ງ​ປັນ​ກັບ​ການ​ນຳ ສ.ເກົ​າ​ຫຼີ ກ່ຽວ​ກັບ​ເນື້ອ​ໃນ​ການ​ພົບ​ປະ​ກັບ​ທ່ານ ສິ​ຈິ້ນ​ຜິ້ງ, ​ປະ​ທານ​ປະ​ເທດ ຈີນ, ລວມ​ທັງ​ບັນ​ດາ​ເນື້ອ​ໃນ​ກ່ຽວ​ກັບ​ການ​ພົວ​ພັນ ອາ​ເມ​ລິ​ກາ - ຈີນ, ບັນ​ດາ​ຂໍ້​ຕົກ​ລົງ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ບັນ​ຫາ​ຢູ່​ແຫຼມ​ເກົາ​ຫຼີ ແລະ ສະ​ພາບ​ການ​ ຕາ​ເວັນ​ອອກ​ກາງ.

ຝ່າຍ ສ.ເກົາ​ຫຼີ ໃຫ້​ຮູ້​ວ່າ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Lee Jae Myung ຕີ​ລາ​ຄາ​ວ່າ ການ​ແລກ​ປ່ຽນ​ລະ​ຫວ່າງ​ການ​ນຳ ອາ​ເມ​ລິ​ກາ ແລະ ຈີນ ມີ​ລັກ​ສະ​ນະ​ສ້າງ​ສັນ​ຕໍ່​ບັນ​ດາ​ບັນ​ຫາ​ຢູ່​ ແກຼມ​ເກົາ​ຫຼີ. ໃນ​ຄະ​ນະ​ນັ້ນ, ທ່ານ​ປະ​ທານ​າ​ທິ​ບໍ​ດີ Donald Trump ຢືນ​ຢັນ​ ຈະ​ສົມ​ທົບ​ກັບ ສ.ເກົາ​ຫຼີ ຢ່າ​ງ​ແໜ້ນ​ແຟ້ນ ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ ແລະ ສະ​ຖຽ​ນ​ລະ​ພາບ​ຢູ່​ແກຼນ​ເກົາ​ຫຼີ. ການ​ນຳ 2 ທ່ານກໍ່​ປຶກ​ສ​າ​ຫາ​ລື​ເລື່ອງ​ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າ 2 ຝ່າຍ​ທີ່​ໄດ້​ລົງ​ນາ​ມ​ໃນ​ປີ 2025.


top