ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ສະເໜີໃຫ້ສະມາຊິກສະພາແຫ່ງຊາດສຸມໃສ່ບັນດານະໂຍບາຍທີ່ຍັງມີຄວາມເຫັນແຕກຕ່າງກັນ, ບັນດາບັນຫາທີ່ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງເຖິງປະຊາຊົນ
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ. (ພາບ: VNA)
ກົດໝາຍທີ່ດີຕ້ອງ “ມີນະໂຍບາຍທີ່ແນ່ນອນ, ມີຂັ້ນຕອນເຂັ້ມງວດ, ລະບົບເປັນເອກະພາບ, ການປະຕິບັດລຸລ່ວງ”. ນີ້ແມ່ນຄຳຮຽກຮ້ອງຂອງທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ຍົກອອກມາທີ່ວາລະໄຂກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດຄັ້ງທີ 1, ຊຸດທີ 16, ຈັດຂຶ້ນໃນຕອນເຊົ້າວັນທີ 28 ກັນຍາ, ຢູ່ຫໍສະພາແຫ່ງຊາດ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ສະເໜີໃຫ້ສະມາຊິກສະພາແຫ່ງຊາດສຸມໃສ່ບັນດານະໂຍບາຍທີ່ຍັງມີຄວາມເຫັນແຕກຕ່າງກັນ, ບັນດາບັນຫາທີ່ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງເຖິງປະຊາຊົນ ແລະ ວິສາຫະກິດ, ບັນດາກົນໄກໃໝ່ທີ່ບໍ່ເຄີຍມີມາກ່ອນ ຫຼື ຍັງບໍ່ທັນໄດ້ຮັບການທົດສອບຢ່າງຄົບຖ້ວນ.
“ຕ້ອງສະແດງໃຫ້ເຫັນຄຸນນະພາບຈິນຕະນາການນິຕິບັນຍັດໃໝ່. ກົດໝາຍຕ້ອງສຸມໃສ່ບັນຫາຂຶ້ນກັບສິດອຳນາດຂອງສະພາແຫ່ງຊາດ, ມີລັກສະນະເປັນຫຼັກການ, ມີສະຖຽນລະພາບ. ບັນດາບັນຫາທີ່ກ່ຽວຂ້ອງກັບສິດທິມະນຸດ, ສິດທິພົນລະເມືອງ, ເງື່ອນໄຂດຳເນີນທຸລະກິດ, ການຈັດແບ່ງແຫຼ່ງກຳລັງ, ການຈັດຕັ້ງສິດອຳນາດ, ແລະ ຄວາມຮັບຜິດຊອບຂອງອົງການຂອງລັດ ຕ້ອງໄດ້ກຳນົດໄວ້ໃນກົດໝາຍ ຢ່າງລະອຽດ. ກົດໝາຍຕ້ອງໄປທັນກັບການດຳລົງຊີວິດ, ແຕ່ບໍ່ໝາຍຄວາມວ່າໄປທັນກັບການດຳລົງຊີວິດດ້ວຍວິທີການດັດປັບກົດໝາຍຢ່າງຕໍ່ເນື່ອງ”.
ໃນ 2 ມື້ທີ່ຈັດກອງປະຊຸມ (ວັນທີ 28 ແລະ 29 ກັນຍາ), ບັນດາສະມາຊິກສະພາແຫ່ງຊາດເຄື່ອນໄຫວສະເພາະກິດ ໄດ້ປຶກສາຫາລື, ປະກອບຄຳເຫັນໃສ່ຮ່າງກົດໝາຍສຳຄັນ 17 ສະບັບເຊິ່ງຄາດວ່າ ຈະຍື່ນຕໍ່ສະພາແຫ່ງຊາດທີ່ກອງປະຊຸມເທື່ອທີ 2, ຂຶ້ນກັບບັນດາຂົງເຂດເສດຖະກິດ, ການເງິນ; ຂົງເຂດວິທະຍາສາດ, ເຕັກໂນໂລຊີ, ສິ່ງແວດລ້ອມ; ຂົງເຂດບໍລິຫານ, ຍຸຕິທຳ; ຂົງເຂດວັດທະນະທຳ, ສັງຄົມ.
(ແຫຼ່ງຄັດຈາກ VOV)