• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດຫວຽດນາມ ເຈີ່ນແທງເໝີນຕ້ອນຮັບປະທານກຳມາທິການການຕ່າງປະເທດສະພາແຫ່ງຊາດລາວ

ໃນຕອນເຊົ້າວັນທີ 6 ເມສາ, ຕາມເວລາທ້ອງຖິ່ນ, ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ໄດ້ໃຫ້ການຕ້ອນຮັບທ່ານ ສານີ ປະເສີດ ປະທານກຳມາທິການການຕ່າງປະເທດສະພາແຫ່ງຊາດ ລາວ.
ທ່ານປະທານສະພາແຫ່ງຊາດຫວຽດນາມ ເຈີ່ນແທງເໝີນພົບກັບທ່ານປະທານກຳມາທິການການຕ່າງປະເທດສະພາແຫ່ງຊາດລາວ
ທ່ານປະທານສະພາແຫ່ງຊາດຫວຽດນາມ ເຈີ່ນແທງເໝີນພົບກັບທ່ານປະທານກຳມາທິການການຕ່າງປະເທດສະພາແຫ່ງຊາດລາວ

ສືບຕໍ່ດຳເນີນການເຄື່ອນໄຫວຢູ່ ອູເບກິດສະຖານ, ໃນຕອນເຊົ້າວັນທີ 6 ເມສາ, ຕາມເວລາທ້ອງຖິ່ນ, ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ໄດ້ໃຫ້ການຕ້ອນຮັບທ່ານ ສານີ ປະເສີດ ປະທານກຳມາທິການການຕ່າງປະເທດສະພາແຫ່ງຊາດ ລາວ.

ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ໄດ້ສົ່ງຄວາມເສົ້າສະຫຼົດໃຈເຖິງການນຳພັກ, ລັດ ແລະ ປະຊາຊົນລາວ ຕໍ່ການຈາກໄປ ຂອງທ່ານອະດີດປະທານພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດ, ອະດີດນາຍົກລັດຖະມົນຕີ ລາວ ຄຳໄຕ ສີພັນດອນ.

ສ່ວນທ່ານປະທາກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດລາວ  ໄດ້ສະແດງ ຄວາມຕື້ນຕັນໃຈເມື່ອການນຳພັກ, ລັດ, ລັດຖະບານຫວຽດນາມໄດ້ເອົາໃຈໃສ່ ແລະ ແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງກັບການນຳພັກ, ລັດ ແລະ ລັດຖະບານລາວ.

ທີ່ການພົບປະ, 2 ຝ່າຍໄດ້ເຫັນດີສືບຕໍ່ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນລະຫວ່າງສອງສະພາແຫ່ງຊາດໃນໄລຍະຈະມາເຖິງ. 

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ແຄນ​ຢາ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງໃນ​ການ​ຮ່ວມ​ມື

ຫວຽດ​ນາມ ແລະ ແຄນ​ຢາ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງໃນ​ການ​ຮ່ວມ​ມື

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າຄວາມສາມາດບົ່ມຊ້ອນໃນການຮ່ວມມືຍັງເປັນຈຳນວນຫຼາຍ, ເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ແຄນຢາໃຫ້ຫຼາຍກ່ວາອີກໃນໄລຍະຈະມາເຖີງ.

Top