• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຕິບັດນະໂຍບາຍຊົນເຜົ່າ, ສາສະໜາໃຫ້ເປັນຢ່າງດີ, ເສີມຂະຫຍາຍບົດບາດເປັນເຈົ້າຂອງປະຊາຊົນ

ໃນຊຸມມື້ນີ້, ຢູ່ບັນດາທ້ອງຖິ່ນໃນທົ່ວປະເທດ ພວມຈັດຫຼາຍການເຄື່ອນໄຫວຢ່າງຟົດຟື້ນເພື່ອສະເຫຼີມສະຫຼອງວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຕິດພັນກັບວັນວັດທະນະທຳ ຫວຽດນາມ ແລະ ສັບປະດາວັດທະນະທຳ - ມະຫາສາມັກຄີ ປີ 2026.
ທ່ານ ຟ້າມຢາຕຸກ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ. (ພາບ: ​VNA)

ເຂົ້າຮ່ວມ​ເຫດ​ການ​ຢູ່​ຕາ​ແສງ ຮຶງຟູ, ນະ​ຄອນ ເກິ່ນເທີ, ທ່ານ ຟ້າມຢາຕຸກ, ຮອງນາຍົກລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຫວຽດນາມ ໄດ້ຕີລາຄາສູງຕໍ່ນ້ຳໃຈສາມັກຄີຂອງປະຊາຊົນ ທີ່​ໄດ້ສະແດງອອກຜ່ານ​ທິດນຳ "ລັດ ແລະ ປະຊາຊົນ​ພ້ອມ​ກັນ​ເຮັດ". ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ລັດ​ຖະ​ບານໄດ້ເນັ້ນໜັກວ່າ:

ທີ່​ໜຶ່ງ ປະຊາຊົນຕ້ອງເປັນ​ກົກ. ໃນທຸກໆວຽກງານ, ແຜນນະໂຍບາຍ, ນະ​ໂຍ​ບາຍ​ແມ່ນ​ຕ້ອງ​ເລີ່ມ​ມາຈາກການ​ດຳ​ລົງຊີວິດ ແລະ ຄວາມມຸ່ງຫວັງອັນຊອບທຳຂອງປະ​ຊາ​ຊົນ. ​ທີສອງ, ​ເພີ່ມ​ທະ​ວີ​ການພັດທະນາເສດຖະກິດໃນ​ຊຸມເດືອນທີ່​ຍັງເຫຼືອຂອງປີ; ສຸມໃສ່​ກໍ່​ສ້າງສຳເລັດ​ບັນ​ດາ​ກິດ​ຈະ​ກຳ​ຄົ​ມ​ມະ​ນາ​ຄົມ, logistics ຈຸດ​ສຸມ, ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ, ຄອບ​ຄົວ​ດຳ​ເນີນ​ທຸ​ລະ​ກິດ​ເປີດກວ້າງການຜະລິດ, ສ້າງວຽກເຮັດງານທຳຕື່ມ​ອີກ. ​ທີ່​ສາມ, ລົງທຶນໃຫ້​ແກ່ວັດທະນະທຳ​ໃຫ້ສົມກັບ​ທີ່​ຕັ້ງ​ທາງ​ດ້ານ​ພື້ນຖານຈິດ​ໃຈ​, ແຫຼ່ງ​ກຳ​ລັງພາຍໃນ ແລະ ​ພັດ​ທະ​ນາ​ຕາມມະຕິເລກທີ 80 ຂອງກົມການເມືອງ ແລະ ມະຕິເລກທີ 26 ຂອງສະພາແຫ່ງຊາດ.

ໃນໂອກາດນີ້, ທ່ານນາງ ຫງວຽນທິແທັງ, ຮອງປະທານສະພາແຫ່ງຊາດ ຫວຽດ​ນາມ ກໍ່ໄດ້​ເຂົ້າ​ຮ່ວມ​ວັນ​ບຸນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັ​ງ​ຊາດ ແລະ ວັນວັດທະນະທຳ ຫວຽດນາມ ກັບພໍ່​ແມ່ປະຊາຊົນບ້ານ ກາວທັ໋ງ, ຕາແສງ ແທັກລາກ (ແຂວງ ຮ່າຕິ້ງ).

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ: ຍູ້ແຮງການຫັນເປັນສີຂຽວ, ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ: ຍູ້ແຮງການຫັນເປັນສີຂຽວ, ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ

ຂະແໜງເຂົ້າສານຂອງ ຫວຽດນາມ ພວມຢືນຢູ່ຕໍ່ໜ້າຄວາມຮຽກຮ້ອງ ແລະ ສິ່ງທ້າທາຍໃໝ່, ຂ້າພະເຈົ້າສະເໜີໃຫ້ນະຄອນ ເກິ່ນເທີ ສືບຕໍ່ສຸມໃສ່ຊີ້ນຳ ແລະ ຍູ້ແຮງການຫັນເປັນສີຂຽວ

Top