• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ປະຊາຊົນເບີກບານມ່ວນຊື່ນຕ້ອນຮັບຂະບວນສວນສະໜາມ ກ່ອນພິທີສະເຫຼີມສະຫຼອງວັນຊາດ ວັນທີ 2 ກັນຍາ

ໃນທ້າຍເດືອນ ສິງຫາ 2025 ນີ້, ຢູ່ຕາມຖະໜົນຫົນທາງຕ່າງໆ ໃນນະຄອນຫຼວງ ຮ່າໂນ້ຍ, ການເຝິກຊ້ອມລວມ, ການຊ້ອມຍ່ອຍ ແລະ ການຊ້ອມໃຫຍ່ ເພື່ອກະກຽມໃຫ້ແກ່ພິທີສວນສະໜາມສະເຫຼີມສະຫຼອງວັນຊາດຄົບຮອບ 80 ປີ (A80) ໄດ້ດຳເນີນໄປຢ່າງຕໍ່ເນື່ອງ.

ຕະຫຼອດຕາມເສັ້ນທາງສວນສະໜາມ, ປະຊາຊົນຕ່າງກໍມາແຕ່ເຊົ້າ ເພື່ອຊອກຫາຈຸດທີ່ເໝາະສົມ ເພື່ອຈະໄດ້ເຫັນພາບທີ່ຍິ່ງໃຫຍ່. ບັນດາທ່ານຜູ້ສູງອາຍຸ, ຜູ້ທີ່ເຄີຍໄດ້ເຫັນພິທີມະຫາລຶກຫຼາຍຄັ້ງໃນເມື່ອກ່ອນ, ບໍ່ສາມາດປິດບັງຄວາມຮູ້ສຶກສະເທືອນໃຈໄດ້ ເມື່ອເຫັນແຖວຂອງທະຫານທີ່ຍ່າງສວນສະໜາມຜ່ານໄປຢ່າງສະຫງ່າງາມ. ແວວຕາຂອງພວກເຂົາເຕັມໄປດ້ວຍຄວາມປິຕິຍິນດີ, ມືຕີຄ່ອຍໆຕາມຈັງຫວະການຍ່າງ, ປາກກໍຄ່ອຍໆສັນລະເສີນຕໍ່ຄົນຮຸ່ນໜຸ່ມທີ່ກຳລັງປະຕິບັດໜ້າທີ່ປົກປັກຮັກສາປະເທດຊາດ.

ບໍ່ພຽງແຕ່ປະຊາຊົນໃນນະຄອນຫຼວງ ຮ່າໂນ້ຍ ເທົ່ານັ້ນ, ປະຊາຊົນຈຳນວນຫຼວງຫຼາຍຈາກທົ່ວທຸກແຂວງໃນທົ່ວປະເທດກໍໄດ້ເດີນທາງມາຮອດນະຄອນຫຼວງ ເພື່ອຮ່ວມກັນເປັນພະຍານໃນການເຝິກຊ້ອມປະຫວັດສາດນີ້. ບັນດາຂະບວນລົດຈາກທ້ອງຖິ່ນຕ່າງໆ ໄດ້ແລ່ນເຂົ້າມາຮອດ ຮ່າໂນ້ຍ ຢ່າງບໍ່ຂາດສາຍ, ນຳເອົາຈິດໃຈແຫ່ງຄວາມສາມັກຄີ, ຄວາມເປັນເອກະພາບຂອງທົ່ວປວງຊົນທັງຊາດ. ພວກເຂົາມາທີ່ນີ້ບໍ່ພຽງແຕ່ໃນຖານະຜູ້ຊົມເທົ່ານັ້ນ, ແຕ່ຍັງເປັນລູກຫຼານຂອງຊາດ, ເຊິ່ງມີຈິດໃຈ ແລະ ຄວາມຮັກທີ່ສັກສິດດຽວກັນຕໍ່ປະເທດຊາດ.

ຄວາມເບີກບານມ່ວນຊື່ນຂອງປະຊາຊົນບໍ່ແມ່ນພຽງແຕ່ຄວາມສຸກໃນມື້ພິທີເທົ່ານັ້ນ, ແຕ່ຍັງສະແດງອອກເຖິງຄວາມກະຕັນຍູອັນເລິກເຊິ່ງຕໍ່ບັນດາຄົນຮຸ່ນພໍ່ຮຸ່ນອ້າຍທີ່ໄດ້ເສຍສະຫຼະເພື່ອເອກະລາດ, ເສລີພາບຂອງຊາດ. ພິທີມະຫາລຶກ A80 ບໍ່ພຽງແຕ່ເປັນໂອກາດເພື່ອຍົກຍ້ອງໄຊຊະນະອັນຍິ່ງໃຫຍ່ໃນອະດີດເທົ່ານັ້ນ, ແຕ່ຍັງເປັນຄຳຢືນຢັນເຖິງຄວາມມຸ່ງໝັ້ນທີ່ຈະສ້າງສາ ແລະ ປົກປັກຮັກສາປະເທດຊາດໃນຍຸກສະໄໝໃໝ່.

ບົດ: ກົງດາດ/VNP - ພາບ: ຫວຽດເກື່ອງ, ກົງດາດ, ແທງຢາງ, ແຄ໋ງລອງ ແລະ ຫວ່າງຮ່າ - ແປໂດຍ: ຢືຟຽນ

ການເຂົ້າຮ່ວມ ຂອງ ທ່ານນາຍົກລັດຖະມົນຕີ ຢັ້ງຢືນເຖິງບົດບາດເປັນເຈົ້າການ ຂອງ ຫວຽດນາມ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48

ການເຂົ້າຮ່ວມ ຂອງ ທ່ານນາຍົກລັດຖະມົນຕີ ຢັ້ງຢືນເຖິງບົດບາດເປັນເຈົ້າການ ຂອງ ຫວຽດນາມ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ຈະນຳພາຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມ ສຸດ ຍອດ  ASEAN ຄັ້ງທີ 48 ທີ່ ເຊບູ (Cebu), ປະເທດ ຟີລິບປິນ, ແຕ່ວັນທີ 7-8 ພຶດສະພາ, ຕາມຄຳເຊີນ ຂອງ ປະທານາທິບໍດີ ຟີລິບປິນ Ferdinand Romualdez Marcos Jr, ປະທານ ASEAN ປີ 2026.

Top